ກອງປະຊຸມເປີີດກວ້າງ ຄົບຄະນະບໍລິຫານງານພັກ ເມືອງວຽງທອງ ຄັ້ງທີ 4 ສະໄໝທີ VII

ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກ ເມືອງວຽງທອງ ຄັ້ງທີ 4 ສະໄໝທີ VII ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 11-12 ມີນາ 2021 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄຳໄຊ ພາຍໃຕ້ການເປັນປະທານຂອງ ສະຫາຍ ພັອ ຄໍາແພນ ວິລືທໍາ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງວຽງທອງ, ມີຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ນາຍບ້ານ, ແຂກຖືກເຊີນ ເຂົ້າຮ່ວມ.

ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ພ້ອມກັນຮັບຟັງ ການຜ່ານເອກະສານບາງເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ, ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈໍາປີ 2020 ແລະ ວາງທິດທາງແຜນການປີ 2021 ເຊີ່ງຍົກໃຫ້ເຫັນຫຼາຍດ້ານທີ່ພົ້ນເດັ່ນ ມີທັງດ້ານດີ ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ກອງປະຊຸມຈະໄດ້ຊອກວິທີທາງແກ້ໄຂ.

ຜ່ານມາໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ທະຫານ, ຕຳຫຼວດ, ພໍ່ແມ່ປະຊາຊົນ ໃຫ້ເຂົ້າໃຈຕໍ່ແນວທາງຂອງພັກ-ລັດ, ເຮັດໃຫ້ເມືອງມີຄວາມສະຫງົບໂດຍພື້ນຖານ ໄດ້ເອົາໃຈໃສ່ຄຸ້ມຄອງບັນດາໂຄງການລົງທຶນຂອງລັດ, ພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ຕາມລະບຽບການ, ຂຸດຄົ້ນແຫຼ່ງລາຍຮັບເຂົ້າງົບປະມານໄດ້ 4.480 ຕື້ກວ່າກີບເທົ່າກັບ 108,47% ຂອງແຜນການປີ, ໄດ້ເອົາໃຈໃສ່ຊຸກຍູ້ປະຊາຊົນປູກພືດສະບຽງອາຫານໃນລະດູແລ້ງ ໃນເນື້ອທີ 2.206 ເຮັກຕ່າ, ຜົນຜະລິດ 22.513 ໂຕ່ນ.

ໄດ້ສຸມໃສ່ໂຄສະນາເຜີຍແຜ່, ສຶກສາອົບຮົມ ແລະ ສ້າງຄວາມເຂົ້າໃຈໃຫ້ທຸກພາກສ່ວນເຂົ້າຮ່ວມປະຕິບັດມາດຕະການຜ່ອນຜັນ, ມາດຕະການປ້ອງກັນຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດພະຍາດໂຄວິດ 19 ຕາມຄຳສັ່ງຂອງຂັ້ນເທິງ.

ທຸກຂົງເຂດວຽກງານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ.

ກອງປະຊຸມ ໄດ້ຜ່ານທິດທາງແຜນການປີ 2021 ຈາກນັ້ນ ຜູ້ແທນກອງປະຊຸມໄດ້ຜັດປ່ຽນກັນຂື້ນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຢ່າງມີຄວາມຮັບຜິດຊອບສູງ.

ກອງປະຊຸມ ໄດ້ຮັບກຽດຕ້ອນຮັບການເຂົ້າຮ່ວມຂອງ ສະຫາຍ ບຸນສົງ ເພັດຈະເລີນ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ພ້ອມດຽວກັນນີ້ ທ່ານກໍ່ໄດ້ເນັ້ນໜັກໃຫ້ພະນັກງານການນໍາຂັ້ນເມືອງ ສືບຕໍ່ລົງກໍ່ສ້າງຮາກການເມືອງໃຫ້ເລີກເຊີ່ງ ແລະ ກວ້າງຂວາງ, ເອົາໃຈໃສ່ປັບປຸງພະນັກງານທຸກຂັ້ນ ໃຫ້ມີຄວາມເຂັ້ມແຂງ ຮັບປະກັນໃຫ້ແຕ່ລະບ້ານມີຄວາມສະຫງົບ, ຊີ້ນໍາ-ນໍາພາປະຊາຊົນໃນການພັດທະນາຄອບຄົວ ຕິດພັນກັບການປູກ-ການລ້ຽງໃຫ້ຫຼາຍ, ເອົາໃຈໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ໃຫ້ນັບມື້ຫຼຸດໜ້ອຍລົງເລື້ອຍໆ.

 

About admin11