ກອງປະຊຸມເປີດກ້ວາງ ຄົບຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ຄັ້ງທີ 3 ສະໄໝທີ III

ກອງປະຊຸມເປີດກ້ວາງ ຄົບຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ຄັ້ງທີ 3 ສະໄໝທີ III ໄດ້ໄຂຂື້ນຢ່າງເປັນທາງການ ໃນຕອນເຊົ້າ ວັນທີ 29 ທັນວາ 2020, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ ເລຂາຄະນະພັກ, ຫົວໜ້າກອງບັນຊາການ ປກສ ແຂວງ.

ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຜົນງານການຈັດຕັ້ງປະຕິບັດ ມະຕິກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງ ຄັ້ງທີ 2 ສະໄໝທີ III ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງ ໃນໄລຍະ 03 ເດືອນຜ່ານມາ, ເຊີ່ງຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ ສຶກສາອົບຮົມ-ນໍາພາແນວຄິດຢ່າງເປັນປົກກະຕິຕໍ່ເນື່ອງດ້ວຍຫຼາຍຮູບການ ໂດຍນໍາເອົາແນວທາງນະໂຍບາຍຂອງພັກ, ບັນດາມະຕິຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບ ແລະ ເອກະສານທີ່ສໍາຄັນຕ່າງໆ ນໍາມາເຜີຍແຜ່ເຊື່ອມຊືມໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ໄດ້ຮັບຮູ້ເຂົ້າໃຈ, ເຮັດໃຫ້ເຂົາເຈົ້າມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄຸນສົມບັດບັດສີນທໍາປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ ເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງພັກ-ລັດ ກໍ່ຄືການຊີ້ນໍາ-ນໍາພາຂອງຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍ, ນອກນັ້ນຄະນະພັກ ຍັງໄດ້ຖືເອົາວຽກງານກໍ່ສ້າງພັກ-ພະນັກງານ ເປັນບັນຫາສໍາຄັນ, ເພື່ອຂະຫຍາຍມະຫາຊົນຜູ້ກ້າວໜ້າ ແລະ ມີຜົນງານດີເດັ່ນໃນຂະບວນການວຽກງານວິຊາສະເພາະຕົວຈິງ ຂະຫຍາຍພັກໃຫ້ຖືກຕ້ອງຕາມລະບຽບຂອງພັກປະຊາຊົນ ປະຕິວັດລາວ ວາງອອກຢ່າງເຂັ້ມງວດ. ເປັນເຈົ້າການເຕົ້າໂຮມຄວາມສາມັກຄີພາຍໃນຄະນະພັກ ໃຫ້ຖືກຕ້ອງສອດຄ່ອງ ຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ, ມີຄວາມເປັນເອກະພາບສູງຕໍ່ອຸດົມການ ແລະ ຈຸດໝາຍຂອງພັກ, ມີຄວາມບຸກບືນ, ຫ້າວຫັນໃນການປະຕິບັດໜ້າທີ່ວຽກງານ ແລະ ຂະບວນການວຽກງານຕົວຈິງ, ເຊິ່ງໄດ້ຍົກໃຫ້ເຫັນຫຼາຍວຽກງານທີ່ສໍາຄັນຄື: ຄະນະພັກໄດ້ເອົາໃຈໃສ່ຊີ້ນຳ-ນໍາພາວຽກງານອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງ ຢ່າງແຂງແຮງ, ສືບຕໍ່ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງຕາມສາຍຕັ້ງ, ສາຍຂວາງ ແລະ ວຽກງານກໍ່ສ້າງຮາກຖານເຂດຈຸດສຸມໃຈກາງ, ນໍາພາວຽກງານແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ເຮັດໃຫ້ແຂວງບໍລິຄໍາໄຊ ມີຄວາມສະຫງົບທາງດ້ານການເມືອງ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເປັນເຈົ້າການ ຕ້ານ ແລະ ສະກັດກັ້ນ ທຸກເລ່ລ່ຽມກົນອຸບາຍຂອງສັດຕູ ແລະ ກຸ່ມຄົນບໍ່ຫວັງດີ, ນໍາພາວຽກປ້ອງກັນພາຍໃນ, ເກັບກໍາຂໍ້ມູນຂ່າວ, ການວິເຄາະວິໄຈແຫຼ່ງຂ່າວຕ່າງໆ. ເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານວິຊາສະເພາະທີ່ຕົນຮັບຜິດຊອບ ເຊັ່ນ: ວຽກງານພັກ-ພະນັກງານ, ວຽກງານຮັກສາຄວາມສະຫງົບທາງດ້ານການເມືອງ, ວຽກງານຮັກສາຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ແລະ ວຽກງານອື່ນໆ ຕາມສາຍວິຊາສະເພາະ, ຕິດຕາມ, ກວດກາ ແລະ ສະຫຼຸບລາຍງານໃຫ້ແກ່ຄະນະພັກຂັ້ນເທິງ ຕາມສາຍຕັ້ງ ແລະ ສາຍຂວາງ ຢ່າງເປັນປົກກະຕິ.

ໂອກາດດຽວກັນ ທີ່ປະຊຸມຍັງໄດ້ມີການປະການປັບປຸງໂຄງຮ່າງການຈັດຕັ້ງ ຂັ້ນພະແນກ, ໜ່ວຍງານ ຂອງແຕ່ລະຫ້ອງ, ກອງ, ປກສ 07 ຕົວເມືອງ. ກອງປະຊຸມຍັງໄດ້ເປີດກວ້າງໃຫ້ບັນດາຜູ້ແທນ ໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາໃສ່ບົດສະຫຼຸບ, ບົດສໍາຫຼວດການນໍາພາລວມ ແລະ ທິດທາງແຜນການ 03 ເດືອນຕໍ່ໜ້າ ໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ພ້ອມກັນນໍາໄປຈັດຕັ້ງປະຕິບັດ, ເຊີ່ງໃນນັ້ນ ຄະນະພັກ ຕ້ອງໄດ້ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ, ສືບຕໍ່ເຮັດວຽກງານກວດການ-ກວດກາ ຊອກໃຫ້ເຫັນຈຸດອ່ອນ, ຂໍ້ຄົງຄ້າງ, ຊອກໃຫ້ເຫັນຜູ້ລະເມີດກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ພ້ອມກັນແກ້ໄຂໃຫ້ໝົດໄປ, ສືບຕໍ່ເຮັດວຽກງານນະໂຍບາຍຕໍ່ພະນັກງານ-ນັກຮົບ ໃຫ້ມີຄວາມຕ້ອງສອດຄ່ອງ ແລະ ທ່ວງທັນກັບສະພາບການ ເພື່ອຫຼີກລ່ຽງບັນຫາປະກົດການຫຍໍ້ທໍ້ພາຍໃນກໍາລັງ, ເອົາໃຈໃສ່ປັບປຸງລະບຽບແບບແຜນວິທີການຊີ້ນໍາ-ນໍາພາຂອງຄະນະພັກ ໃຫ້ມີວິທະຍາສາດທີ່ທັນສະໄໝ ສົມຄູ່ກັບໜ້າທີ່ການເມືອງໃນປະຈຸບັນ, ປັບປຸງກໍາລັງໃຫ້ມີຄວາມເຂັ້ມແຂງໜັກແໜ້ນທາງດ້ານການຈັດຕັ້ງ, ມີລະບຽບວິໃນເຂັ້ມງວດ, ມີຄຸນທາດການເມືອງ, ມີຄຸນສົມບັດສີນທໍາປະຕິວັດ, ມີຈັນຍາບັນ, ຈັນຍາທໍາ, ເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ, ເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດຕິຜົນສູງ.

ໃນໂອກາດທີ່ຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງ ເປີດກອງປະຊຸມເປີດກວ້າງຄັ້ງນີ້, ກໍ່ໄດ້ເປັນກຽດຕ້ອນຮັບການເຂົ້າຮ່ວມໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກທ່ານ ພົນຈັດຕະວາ ຈວງຈັນ ລາດສະວົງ ຄະນະປະຈໍາພັກແຂວງ, ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການ ທະຫານແຂວງ .

 

About admin11