ກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງ ຄັ້ງທີ 7 ສະໄໝທີ III

ກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງບໍລິຄຳໄຊ ຄັ້ງທີ 7 ສະໄໝທີ III ໄດ້ໄຂຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 20 – 21 ກັນຍາ 2022 ຢູ່ຫ້ອງປະຊຸມເບີ 1 ກອງບັນຊາການ ປກສ ແຂວງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ.

ໃນກອງປະຊຸມ ໄດ້ຜ່ານບົດສະຫຼຸບຜົນງານການຈັດຕັ້ງປະຕິບັດ ມະຕິກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງ ຄັ້ງທີ 6 ສະໄໝທີ III ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ, ເຊີ່ງໄດ້ສະຫຼຸບຕີລາຄາຄືນ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງວາງທິດທາງແຜນການຕໍ່ໜ້າ.

ໃນໄລຍະຜ່ານມາ ຄະນະພັກໄດ້ເປັນເຈົ້າການໃນການນໍາເອົາແນວທາງມະຕິຄໍາສັ່ງຕ່າງໆມາເຜີຍເເຜ່ໃຫ້ເເກ່ພະນັກງານ – ນັກຮົບ ໄດ້ເຊື່ອມຊືມກໍາແໜ້ນ ທັງເປັນການຊອກຮູ້ຮໍ່າຮຽນທາງດ້ານທິດສະດີຈາກເອກະສານຕ່າງໆ ຂອງພັກ – ຂອງລັດ ແລະ ຝຶກຝົນຫຼໍ່ຫຼອມຕົນເອງຈາກຂະບວນການວຽກງານຕົວຈິງເພື່ອເຮັດໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການຊີ້ນໍາ – ນໍາພາ, ມີຄວາມເປັນເອກະພາບສູງຕໍ່ອຸດົມການ ແລະ ຈຸດໝາຍຂອງພັກ, ເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍແນວທາງ, ຄໍາສັ່ງເຂົ້າໃນວຽງງານຕົວຈິງມີຜົນສໍາເລັດ ແລະ ກຽມພ້ອມຕອບຕ້ານທຸກກົນອຸບາຍຂອງສັດຕູ ແລະ ກຸ່ມຄົນບໍ່ດີໃຫ້ທັນເວລາ.

ປະຈຸບັນ ທົ່ວຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງ ມີ 07 ຄະນະພັກຮາກຖານ, ມີ 36 ໜ່ວຍພັກຂຶ້ນກັບ, ໃນນັ້ນມີ 03 ໜ່ວຍພັກຮາກຖານ, ມີສະມາຊິກພັກທັງໝົດ 701 ສະຫາຍ, ຍິງ 145 ສະຫາຍ ແລະ ສາມາດຈັດປະເພດສະມາຊິກພັກແຂງໄດ້ 682 ສະຫາຍ, ຍິງ 142 ສະຫາຍ, ກວມເອົາ 97,28 %, ໃນໄລຍະ 03 ເດືອນຜ່ານມາ ສາມາດສະເໜີມະຫາຊົນກ້າວໜ້າເຂົ້າພັກສໍາຮອງໄດ້ 25 ສະຫາຍ, ຍິງ 06 ສະຫາຍ, ເລື່ອນສະມາຊິກພັກສໍາຮອງຂຶ້ນສົມບູນໄດ້ 04 ສະຫາຍ ຍິງ 02 ສະຫາຍ.

ໂອກາດດຽວກັນ ຍັງໄດ້ໃຫ້ກຽດຕ້ອນຮັບ ແລະ ຮັບຟັງຄໍາເຫັນໂອ້ລົມ ສະຫາຍ ປອ ກອງແກ້ວ ໄຊສົງຄົມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ ປະທານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແຂວງ, ເຊີ່ງສະຫາຍໄດ້ເນັ້ນໜັກໃຫ້ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລີກເຊີ່ງ, ຮອບດ້ານ, ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເມືອງໃນໄລຍະໃໝ່, ເພື່ອຍົກສູງບົດບາດການນໍາພາ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ກໍາລັງປ້ອງກັນຄວາມສະຫງົບ, ຄະນະພັກ – ຄະນະບັນຊາທຸກຂັ້ນ, ນາຍ ແລະ ພົນຕໍາຫຼວດ ທຸກຂັ້ນຕ້ອງເພີ່ມທະວີຄວາມສາມັກຄີເປັນປືກແຜ່ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງບົນພື້ນຖານແນວທາງ ແລະ ຫຼັກການຂອງພັກ, ສືບຕໍ່ຮັກສາມູນເຊື້ອທາດແທ້ຂອງການປະຕິວັດ, ມີຄວາມສາມັກຄີຊ່ວຍເຫຼືອເຊີ່ງກັນ ແລະ ກັນ ເພື່ອພ້ອມກັນເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ເອົາໃຈໃສ່ປັບປຸງແບບແຜນວິທີທີ່ທັນສະໄໝ, ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃຫ້ມີຄວາມຖຶກຕ້ອງ, ຮັບປະກັນດ້ານການເມືອງ, ວິຊາສະເພາະ ແລະ ກົດໝາຍ ແນ່ໃສ່ຮັກສາສະຖານລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

About admins14