ກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຄັ້ງທີ 6 ສະໄໝທີ III

  ກອງປະຊຸມເປີດກ້ວາງ ຄົບຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ຄັ້ງທີ 6 ສະໄໝທີ III ໄດ້ໄຂຂື້ນຢ່າງເປັນທາງການ ໃນລະຫວ່າງວັນທີ 03 – 04 ພຶດສະພາ 2022 ໂດຍການເປັນປະທານຂອງສະຫາຍ ພັນເອກ  ກົງຈັນ ໄຊປັນຍາ ກໍາມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ.

ກອງປະຊຸມ ໄດ້ຜ່ານບົດສະຫຼຸບຜົນງານການຈັດຕັ້ງປະຕິບັດ ມະຕິກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງ ຄັ້ງທີ 5 ສະໄໝທີ III ແລະ  ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງ ໃນໄລຍະ 03 ເດືອນຜ່ານມາ,  ເຊີ່ງໄດ້ສະຫຼຸບຕີລາຄາຄືນ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງວາງທິດທາງແຜນການໄລຍະ 03 ເດືອນຕໍ່ໜ້າ, ເພື່ອພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດ.

ພິທີ ຍັງໄດ້ເຜີຍແຜ່ເຊື່ອມຊຶມເອກະສານຕ່າງໆ ທີ່ສໍາຄັນ ເຊັ່ນ: ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 677/ປກສ, ລົງວັນທີ 25 ເມສາ 2022 ວ່າດ້ວຍການກໍານົດຕໍາແໜ່ງງານຂອງບັນດາກົມກອງ ແລະ ທ້ອງຖີ່ນໃນກໍາລັງປ້ອງກັນຄວາມສະຫງົບ, ຄໍາແນະນໍາຂອງກົມໃຫຍ່ການເມືອງ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍ ຄໍາສັ່ງຂອງກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ຂອງບັນດາກົມກອງ ແລະ ທ້ອງຖິ່ນ ໃນກໍາລັງປ້ອງກັນຄວາມສະຫງົບ.

ການເຜີຍແຜ່ເຊື່ອມຊືມເອກະສານ ກໍ່ເພື່ອເຮັດໃຫ້ສະມາຊິກພັກ,  ພະນັກງານ – ນັກຮົບ ໄດ້ຮັບຮູ້ເຂົ້າໃຈ,  ມີຄຸນທາດການເມືອງໜັກ  ແໜ້ນ ເຊື່ອໝັ້ນຕໍ່ການຊີ້ນໍາ – ນໍາພາຂອງພັກ – ລັດ ກໍ່ຄືການຊີ້ນໍາ – ນໍາພາຂອງຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍ.

  ນອກນັ້ນຄະນະພັກ ຍັງໄດ້ຖືເອົາວຽກງານກໍ່ສ້າງພັກ-ພະນັກງານ ເປັນບັນຫາສໍາຄັນ, ເພື່ອຂະຫຍາຍມະຫາຊົນຜູ້ກ້າວໜ້າ ແລະ ມີຜົນງານດີເດັ່ນໃນຂະບວນການວຽກງານຕົວຈິງ,  ໄດ້ສະເໜີມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ 17 ສະຫາຍ, ຍິງ 05 ສະຫາຍ, ເລື່ອນສະມາຊິກພັກສໍາຮອງຂຶ້ນສົມບຸນ 08 ສະຫາຍ, ຍິງ 03 ສະຫາຍ.

ໂອກາດດຽວກັນ ບັນດາຜູ້ແທນ ກໍ່ໄດ້ປະກອບຄໍາຄິດຄໍາເຫັນລາຍງານບັນດາປະກົດການຫຍໍ້ທໍ້ທີ່ເກີດຂື້ນໃນກົມກອງ ທີ່ຕົນຮັບຜິດຊອບຕາມຄໍາຖາມເຈາະຈີ້ມ ແລະ ປະກອບຄໍາຄິດ ຄໍາເຫັນຢ່າງກົງໄປກົງມາໃສ່ບົດສະຫຼຸບ, ບົດສໍາຫຼວດການນໍາພາລວມ ແລະ ທິດທາງແຜນການ 03 ເດືອນຕໍ່ໜ້າ ໃຫ້ມີເນື້ອໃນຄົບຖ້ວນສົມບູນ ມີຄວາມເປັນເອກະພາບກັນ.

ທີ່ປະຊຸມ ຍັງໄດ້ຜ່ານການແຈ້ງຊື່ເອີ້ນຕາມລະຫັດຂອງແຕ່ລະຫ້ອງ, ກອງ ແລະ ປກສ ເມືອງ, ມະຕິຕົກລົງຂອງຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ທີ່ຂື້ນກັບຄະນະພັກກອງບັນຊາການ ປກສ ແຂວງ, ຂໍ້ຕົກລົງ ຂອງກະຊວງປ້ອງກັນຄວາມສະຫງົບວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ທີ່ມີມາດຖານຄົບຖ້ວນ, ໃນນີ້, ເລື່ອນຊັ້ນຮ້ອຍຕີຂື້ນຮ້ອຍໂທ ຈໍານວນ 42 ສະຫາຍ, ຍິງ 05 ສະຫາຍ, ເລື່ອນຊັ້ນວາທີຮ້ອຍຕີ ຂື້ນຮ້ອຍຕີ 12 ສະຫາຍ, ຍີງ 03 ສະຫາຍ, ເລື່ອນຊັ້ນສິບເອກຂື້ນວາທີຮ້ອຍຕີ 02 ສະຫາຍ ແລະ ເລື່ອນຊັ້ນສິບໂທຂື້ນສິບເອກ 11 ສະຫາຍ, ຍີງ 01 ສະຫາຍ,  ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການອະນຸມັດໃຫ້ນາຍຕໍາຫຼວດພັກການຮັບອຸດໜູນບໍານານ ຈໍານວນ 08 ສະຫາຍ, ຍິງ 02 ສະຫາຍ, ຂໍ້ຕົກລົງຂອງລັດຖະມົນຕີວ່າດ້ວຍການຍ້ອງຍໍນາຍຕໍາຫຼວດ ທີ່ມີຜົນງານດີເດັ່ນເຮັດສໍາເລັດໜ້າທີ່ ຈໍານວນ 10 ສະຫາຍ ແລະ ຂໍ້ຕົກລົງວ່າດ້ວຍການປະຕິບັດວິໄນຕໍ່ນາຍ ແລະ ພົນຕໍາຫຼວດທີ່ເຮັດຜິດຕໍ່ລະບຽບຂອງກໍາລັງປ້ອງກັນຄວາມສະຫງົບ ຈໍານວນ 11 ສະຫາຍ .

ໂອກາດດໍາເນີນກອງປະຊຸມມື້ທີສອງ ຍັງໄດ້ເປັນກຽດຕ້ອນຮັບ ແລະ ຮັບຟັງຄໍາເຫັນໂອ້ລົມ ຂອງສະຫາຍ  ກອງແກ້ວ ໄຊສົງຄົມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ  ປະທານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແຂວງ, ເຊີ່ງສະຫາຍໄດ້ເນັ້ນໜັກໃຫ້ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊີ່ງ, ຮອບດ້ານ, ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເມືອງໃນໄລຍະໃໝ່, ເພື່ອຍົກສູງບົດບາດການນໍາພາ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ກໍາລັງປ້ອງກັນຄວາມສະຫງົບ, ຄະນະພັກ – ຄະນະບັນຊາທຸກຂັ້ນ, ພະນັກງານ – ນັກຮົບ ທຸກສະຫາຍ ຕ້ອງເພີ່ມທະວີຄວາມສາມັກຄີເປັນປືກແຜ່ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງບົນພື້ນຖານແນວທາງ ແລະ ຫຼັກການຂອງພັກ, ສືບຕໍ່ຮັກສາມູນເຊື້ອທາດແທ້ຂອງການປະຕິວັດ, ມີຄວາມສາມັກຄີຊ່ວຍເຫຼືອເຊີ່ງກັນ ແລະ ກັນ ເພື່ອພ້ອມກັນເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ເອົາໃຈໃສ່ປັບປຸງແບບແຜນວິທີນໍາພາ ວິທີເຮັດວຽກໃຫ້ທີ່ທັນສະໄໝ, ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃຫ້ມີຄວາມຖືກຕ້ອງ, ຮັບປະກັນດ້ານການເມືອງ, ວິຊາສະເພາະ ແລະ ກົດໝາຍ ແນ່ໃສ່ຮັກສາສະຖານລະພາບທາງດ້ານການເມືອງ, ສັງຄົມຄວາມເປັນລະບຽບຮຽບຮ້ອຍດີຂື້ນເທື່ອລະກ້າວ.

About admin11