ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 9 ສະໄໝທີ VII

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງບໍລິຄັນ ຄັ້ງທີ 9 ສະໄໝທີ VII ໄດ້ຈັດຂຶ້ນໃນວັນທີ 9 ກຸມພາ 2023 ຢູ່ສະໂມສອນໃຫຍ່ຂອງເມືອງ, ໂດຍການເປັນປະທານຂອງ ສະຫາຍ ວັນເລີນ ປຸ້ຍໄມນີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງບໍລິຄັນ, ມີບັນດາສະຫາຍຄະນະບໍລິຫານງານພັກເມືອງ, ມີເລຂາຄະນະພັກຈາກກົມກອງຫ້ອງການອ້ອມຂ້າງ ພ້ອມດ້ວຍເລຂາພັກບ້ານທົ່ວເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ເຜີຍແຜ່ເຊື່ອມຊືມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ່ 5 ສະໄໝທີ XI ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງບໍລິຄໍາໄຊ ຄັ້ງທີ 10 ສະໄໝທີ VII, ຈາກນັ້ນ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ອົງຄະນະບໍລິຫານງານຂອງເມືອງ ໃນການປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ.

ພ້ອມດຽວກັນນັ້ນ ກໍ່ໄດ້ລົງແກ້ໄຂຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ແລະ ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ ໄດ້ຮັບຜົນສໍາເລັດຫຼາຍດ້ານ, ເອົາໃຈໃສ່ນໍາພາ-ຊີ້ນໍາ ຢ່າງໃກ້ຊິດ ຕໍ່ພະນັກງານ ແລະ ປະຊາຊົນບັນດາເຜົ່າ ທັງເປັນເຈົ້າການປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ ເຮັດໃຫ້ເມືອງບໍລິຄັນ ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ປະຊາຊົນມີຄວາມສາມັກຄີປອງດອງເປັນປຶກແຜ່ນ ແລະ ສັງຄົມ ມີຄວາມສະຫງົບໜັກແໜ້ນ, ບົນພື້ນຖານໂຄງລ່າງສືບຕໍ່ໄດ້ຮັບການປັບປຸງ-ພັດທະນາ ເສດຖະກິດ ມີຫຼາຍດ້ານໄດ້ມີການຂະຫຍາຍຕົວຕໍ່ເນຶ່ອງ.

About admins14