ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກ ແຂວງບໍລິຄຳໄຊ ຄັ້ງທີ 6 ສະໄໝ ທີ VII

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 6 ສະໄໝ ທີ VII ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 08 ກຸມພາ 2022 ຢູ່ສະໂມສອນໃຫຍ່ຂອງແຂວງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການ, ພະນັກງານອາວຸໂສບໍານານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ອົງຄະນະພັກແຂວງ ສະໄໝທີ VII ປະຈໍາປີ 2021 ຂອງອົງຄະນະພັກແຂວງ ວ່າ: ນັບແຕ່ຕົ້ນປີ 2021 ເປັນຕົ້ນມາ ແຂວງບໍລິຄຳໄຊ ໄດ້ປະເຊີນໜ້າກັບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ບັນຫາປະກົດການຫຍໍ້ທໍ້ທີ່ເກີດຂື້ນໃນສັງຄົມຫຼາຍຮູບແບບ, ແຕ່ເຖີງຢ່າງໃດກໍ່ຕາມ ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ໄດ້ພ້ອມກັນເປັນຈິດໜຶ່ງໃຈດຽວຜ່ານຜ່າທຸກຂໍ້ຫຍຸ້ງຍາກ ຈົນສາມາດເຮັດໃຫ້ແຂວງ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ ເຊິ່ງສະແດງອອກ ຄື: ສຳເລັດການຈັດຕັ້ງເຊື່ອມຊືມຜັນຂະຫຍາຍວາລະແຫ່ງຊາດ ແລະ ຫັນເປັນແຜນວຽກລະອຽດ, ເອົາໃຈໃສ່ເຄື່ອນໄຫວລົງກໍ່ສ້າງຮາກຖານການເມືອງ ຢູ່ເຂດຈຸດສຸມຫຼໍ່ແຫຼມໃຈກາງ, ແກ້ໄຂສະນຳໄດ້ 7 ຈຸດ, ການເຕີບໂຕຂອງເສດຖະກິດໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 4,77% ສະເລ່ຍລາຍຮັບຕໍ່ຫົວ ຄົນ 2.225 ໂດລາສະຫະລັດ ຫຼື 20,9 ລ້ານກີບ, ສາມາດບຸກທະລຸແກ້ໄຂຄອບຄົວທຸກຍາກ ໄດ້ 903 ຄອບຄົວ, ປະຈຸບັນຄອບຄົວພົ້ນທຸກກວມ 96,09% ຂອງຄອບຄົວທັງໝົດ, ບ້ານວັດທະນະທຳ ປະຕິບັດໄດ້ຕາມແຜນ ຮອດປະຈຸບັນ ໄດ້ 89,56% ແລະ 96,47% ຂອງຈໍານວນບ້ານທົ່ວແຂວງ, ສຳເລັດຈັດກິດຈະກຳ ເພື່ອສົ່ງເສີມການທ່ອງທ່ຽວ (ລາວທ່ຽວລາວ) ເທດສະການອາຫານທ້ອງຖິ່ນຂອງແຂວງ ແລະ ດຶງດູດນັກທ່ອງທ່ຽວໄດ້ 73,11% ຂອງແຜນການ.

ກອງທຶນໜຶ່ງດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມ ໄດ້ເປັນສ່ວນໜຶ່ງຄຽງຄູ່ກັບອົງການປົກຄອງແຂວງ ໃນການສ້າງສາພັດທະນາແຂວງບໍລິຄຳໄຊ ປະກອບສ່ວນຊື້ເຄື່ອງດື່ມ ແລະ ອາຫານ ໄປມອບໃຫ້ຄົນເຈັບ ຢູ່ໂຮງໝໍທະຫານແຂວງ, ໂຮງໝໍແຂວງ ແລະ ຊຸກຍູ້ກອງປະຊຸມໃຫຍ່ແມ່ຍິງລາວທົ່ວປະເທດ ແລະ ອື່ນໆ ລວມມູນຄ່າ 400 ກວ່າລ້ານກີບ.

ປະເມີນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເທົ່າກັບ 98% ຂອງໜ່ວຍພັກທີ່ປະເມີນໃນປີ 2021, ໄດ້ຈັດພິທີປິດຊຸດຮຽນ ແລະ ມອບໃບປະກາສະນີຍະບັດໃຫ້ແກ່ນັກສຶກສາຊັ້ນກາງ ຮຸ່ນທີ XIV ຈຳນວນ 78 ທ່ານ, ຍິງ 19 ທ່ານ, ເປີດ ການຮຽນ-ການສອນ ທິດສະດີລະບົບຊັ້ນກາງ ໄດ້ 1 ຊຸດ ມີນັກສຶກສາ 60 ສະຫາຍ, ລະບົບ 45 ວັນ 5 ຊຸດ ມີນັກສຶກສາ 298 ສະຫາຍ.

ສຳລັບທິດທາງແຜນການໃນຕໍ່ໜ້າ ສືບຕໍ່ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ ຄັ້ງທີ VII ຂອງອົງຄະນະພັກແຂວງ ກໍຄືມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 6 ສະໄໝທີ VII ດ້ວຍການນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນອັນລະອຽດ, ສືບຕໍ່ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່, 26 ແຜນງານ ກະຊວງປ້ອງກັນປະເທດວາງອອກ, ປະຕິບັດ 4 ແຜນງານໃຫຍ່ 41 ໂຄງການ ທີ່ກະຊວງປ້ອງກັນຄວາມສະຫງົບກຳນົດໄວ້.

ໃຫ້ຂະແໜງແຜນການ-ການລົງທຶນ ແລະ ການເງິນ ເພີ່ມທະວີການຄຸ້ມຄອງຕາມກົນໄກຢ່າງເຂັ້ມງວດ, ໂປ່ງໃສ, ອັດການຮົ່ວໄຫຼຂອງງົບປະມານ, ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍສະຫັດສະຫວັດ ດ້ານການສຶກສາ ແລະ ສາທາລະນາສຸກ ໃຫ້ບັນລຸຕາມຄາດໝາຍທີ່ວາງ.

ສືບຕໍ່ວຽກງານກໍ່ສ້າງພັກ ແລະ ຂະຫຍາຍພັກ ໃຫ້ໄດ້ 20% ຂື້ນໄປ ຊຸກຍູ້ການຮ່ວມຊີວິດພັກ ຕິດພັນກັບປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳ 6 ເດືອນ ໃຫ້ມີຄຸນນະພາບ ແລະ ປະຈຳປີ ໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ພ້ອມນີ້ ຍັງຈະໄດ້ຮັບຟັງການລາຍງານບັນຫາທີ່ພົ້ນເດັ່ນຈາກພະແນກການ, ເມືອງ ແລະ ການປະກອບຄຳຄິດເຫັນຈາກຜູ້ແທນກອງປະຊຸມ ແລະ ວຽກງານອື່ນໆ ທີ່ປິ່ນອ້ອມ ເພື່ອຈະໄດ້ພ້ອມກັນແກ້ໄຂບັນຫາທີ່ຍັງຄົງຄ້າງ ໃຫ້ໄດ້ຜົນດີໃນຕໍ່ໜ້າ. ກອງປະຊຸມຈະໄດດຳເນີນເປັນເປັນເວລາ 3 ວັນເຕັມ ຈຶ່ງຈະສຳເລັດ.

About admins16