ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກເມືອງໄຊຈຳພອນ ຄັ້ງທີ 4 ສະໄໝທີ III.

ໃນຕອນເຊົ້າຂອງວັນທີ 4 ມີນາ 2021ນີ້ ຢູ່ທີ່ຫ້ອງປະຊຸມເມືອງໄຊຈໍາພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງ ໄຊຈຳພອນຄັ້ງທີ 4 ສະໄໝທີ III ຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ໂກ່ ໄຊສົມບັດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຈຳພອນ, ເປັນກຽດເຂົ້າຮ່ວມຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະປະຈຳພັກແຂວງ ຜູ່ຊີ້ນຳຂົງເຂດຍຸຕິທຳ ແລະ ຕຸລາການ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ກອງບັນຊາການ ປກຊ-ປກສ, ຫົວໜ້າຫ້ອງ, ເລຂາພັກກຸ່ມບ້ານ, ພະນັກງານອາວຸໂສບຳນານ ຕະຫຼອດຮອດນາຍບ້ານນາຍ 17 ບ້ານເຂົ້າຮ່ວມ.

ໃນໄລຍະຜ່ານມາບັນດາສະຫາຍຄະນະບໍລິຫານງານພັກເມືອງ ແມ່ນໄດ້ສຸມທຸກສະຕິປັນຍາ, ທຸກກຳລັງລົງໃກ້ຊິດຕິດແທດ ນຳເອົາແນວທາງນະໂຍບາຍຂອງພັກ-ລັດ ລົງເຜີຍແຜ່, ເຊື່ອມຊຶມໃຫ້ປະຊາຊົນບັນດາເຜົ່າໃຫ້ມີຄວາມເຂົ້າໃຈ ແລະ ຮັກສາໄດ້ສະຖຽນລະພາບ ທາງດ້ານການເມືອງ, ເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ເສດຖະກິດມີການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂື້ນ ແນ່ໃສ່ຊຸກຍູ້ບັນດາວຽກງານ, ຂະບວນການຜະລິດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຊື່ງສະແດງອອກເຊັ່ນ: ມີຄອບຄົວພົ້ນທຸກ 972 ຄອບຄົວ ເທົ່າກັບ 55,7%, ບໍ່ທັນພົ້ນທຸກ 773 ຄອບຄົວເທົ່າກັບ 44,3%, ອານາຖາ 12 ຄອບຄົວ ເທົ່າກັບ 0,69% ຂອງຄອບຄົວທັງໝົດ, ມີຄອບຄົວພັດທະນາ 831 ຄອບຄົວ ເທົ່າກັບ 47,62% ຕາມດຳລັດ348/ລບ. ສະນັ້ນເຫັນວ່າປະຊາຊົນໄດ້ມີການຫັນປ່ຽນ ອາຊີບຈາກອັນເກົ່າສູ່ອັນໃໝ່ ຕາມເງືອນໄຂ ແລະ ທ່າແຮງງານຂອງຕົນ ການພັດທະນາພື້ນຖານໂຄ່ງລ່າງຂອງເມືອງ ກໍ່ໄດ້ຮັບການເອົາໃຈໃສ່ ການສື່ສານກໍ່ມີຄວາມສະດວກສະບາຍ ໃນການຕິດຕໍ່ພົວພັນ ໄປຄຽງຄູ່ກັບການຂະຫຍາຍຕົວທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ກໍ່ໄດ້ຮັບການພັດທະນາແບບຕ່ອງໂສ້, ລະບົບການເມືອງໄດ້ຮັບການປັບປຸງຢ່າງໜັກແໜ້ນທາງດ້ານປະລິມານ ແລະ ຄຸນນະພາບ, ນອກຈາກນັ້ນກອງປະຊຸມຍັງໄດ້ມີການປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ຕໍ່ບັນດາຂໍ້ຄົງຄ້າງໃນໄລຍະຜ່ານມາ ແລະ ຍັງໄດ້ມີການປ່ອນບັດທາບທາມບຸກຄະລິກກະພາບຂອງພະນັກງານນຳພາ, ພະນັກງານຫຼັກແຫຼ່ງເພື່ອຕີລາການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາຂອງຄະນະບໍລິຫານງານພັກເມືອງ.

ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກ ທ່ານ ເລື່ອນວິໄລ ຈັນທະລາພັນ ຊື່ງກ່ອນອື່ນທ່ານກໍ່ໄດ້ຍ້ອງຍໍ ຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ໃນໄລຍະ 1 ປີຜ່ານມາ ແລະ ຕໍ່ສະພາບທາງດ້ານເສດຖະກິດ, ໄພພິບັດທາງທຳມະຊາດ, ພະຍາດຕາມລະດູການ, ພະຍາດໂຄວິດ-19, ເມືອງໄຊຈຳພອນ ເປັນເມືອງໜຶ່ງທີ່ທຸກຍາກ ເປັນເຂດຊົນນະບົດຫ່າງໄກສອກຫຼີກ ເປັນຕົ້ນແມ່ນເສັ້ນທາງຄົມມະນາຄົມ ແລະ ການສື່ສານມີຄວາມຫຍຸ້ງຍາກຫຼາຍ ແລະ ສີ່ງທີ່ທ້າທາຍກໍ່ມີຫຼາຍ ໃນສະພາບການດັ່ງກ່າວນັ້ນທ່ານ ໄດ້ເໜັ້ນໜັກໃຫ້ບັນດາຄະນະບໍລິຫານງານພັກເມືອງ ເອົາໃຈໃສ່ຈັດຕັ້ງປະຕິບັດຜັນຂະຫຍາຍ ມະຕິກອງປະຊຸມໃຫ່ຍຄັ້ງທີ III ຂອງເມືອງ ກໍ່ຄືມະຕິກອງປະຊຸມໃຫ່ຍຄັ້ງທີ VII ຂອງແຂວງ ລົງສູ່ຮາກຖານກົມກອງ, ໃຫ້ເອົາໃຈໃສ່ແກ້ໄຂ 4 ເຖື່ອນ ແລະ 9 ຫົວຂໍ້ວິທະຍາສາດ ຕິດພັນກັບການແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂື້ນໃຫ້ໄດ້ດີ, ໂດຍສະເພາະແມ່ນການແກ້ໄຂຄວາມທຸກຍາກຂອງປະຊົນບັນດາເຜົ່າ.

About admin11