ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 10 ສະໄໝ ທີ VII

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 10 ສະໄໝ ທີ VII ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 23 ມັງກອນ 2023 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງຂະຫຍາຍມະຕິກອງປະຊຸມໃຫຍ່ ສະໄໝ ທີ VII ອົງຄະນະພັກແຂວງ ປະຈຳປີ 2022 ວ່າ: ທົ່ວແຂວງຈັດຕັ້ງເຜີຍແຜ່, ເຊື່ອມຊຶມບັນດານິຕິກຳຕ່າງໆ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຄັ້ງທີ VII ອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຄັ້ງທີ V ຂອງແຂວງ ໄດ້ທັງໝົດ 242 ຄັ້ງ, ຈັດຕັ້ງ ໂຄສະນາ-ປາຖະກະຖາ ເລົ່າມູນເຊື້ອວັນສຳຄັນຕ່າງໆ ໄດ້ 148 ຄັ້ງ ແລະ ຄະນະຮັບຜິດຊອບເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ໄດ້ທັງໝົດ 689 ຄັ້ງ, ສາມາດສ້າງ ບ້ານປ້ອງກັນຊາດເຂັ້ມແຂງ ໄດ້ 27 ບ້ານ ແລະ ຄອບຄົວປ້ອງກັນຊາດເຂັ້ມແຂງ ໄດ້ 3.891 ຄອບຄົວ, ສ້າງກຸ່ມບ້ານສູ້ຮົບຕິດລຽນໄດ້ 1 ກຸ່ມບ້ານ, ສ້າງບ້ານປ້ອມໝັ້ນສູ້ຮົບ ໄດ້ 3 ບ້ານ ແລະ ສ້າງທຳສະໜາມປ້ອງກັນບໍລິເວນເມືອງ ໄດ້ 1 ເມືອງ, ບ້ານແຮກສ່ຽວວຽກງານປ້ອງກັນຊາດ 1 ບ້ານ, ຮັບຮອງເອົາຄອບຄົວປ້ອງກັນຄວາມສະຫງົບດີ 45,831 ຄອບຄົວ ແລະ 237 ບ້ານ, ປົດບ້ານຈາກກຳນົດເປັນບ້ານຫຼໍ່ແຫຼມ ໄດ້ 6 ບ້ານ, ປັດຈຸບັນ ທົ່ວແຂວງມີຄອບຄົວບັນລຸມາດຕະຖານພົ້ນທຸກ ກວມ 96,09%, ຍັງເຫຼືອ 3,9%.

ກອງທຶນໜື່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ໄດ້ເຄື່ອນໄຫວລະດົມທຶນຈາກທຸກພາກສ່ວນດ້ວຍຫຼາຍຮູບການ ເພື່ອປະກອບສ່ວນເຂົ້າໃນການພັດທະນາແຂວງ ແລະ ຊ່ວຍເຫຼືອບັນເທົາທຸກໃນສັງຄົມ ໄດ້ທັງໝົດ 556,4 ລ້ານກວ່າກີບ, ປະກອບສ່ວນຊ່ວຍເຫຼືອບັນເທົາທຸກໃນສັງຄົມ ຊ່ວຍເຫຼືອດ້ານການສຶກສາ, ດ້ານສາທາ ແລະ ຄອບຄົວທຸກຍາກ ລວມເປັນເງິນ 419,7 ລ້ານກວ່າກີບ.

ປະຈຸບັນ ມີຄອບຄົວສາມັກຄີປອງດອງ ກວມ 85,3% ຂອງຄອບຄົວທົ່ວແຂວງ ແລະ ບ້ານສາມັກຄີປອງດອງ ກວມ 94,37%, ປະກາດຮັບຮອງເມືອງ ສາມັກຄີປອງດອງ ໄດ້ແລ້ວ 6 ເມືອງ, ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2022 ສຳເລັດແລ້ວ 15 ຄະນະພັກຮາກຖານ, 19 ໜ່ວຍພັກຮາກຖານ, 4 ອົງຄະນະເມືອງ ແລະ ຄະນະພັກ ປກສ ແຂວງ, ສຳເລັດແຜນບຳລຸງກໍ່ສ້າງພະນັກງານນຳພາຄຸ້ມຄອງຂັ້ນແຂວງ 36 ພາກສ່ວນ ແລະ 7 ຕົວເມືອງ, ຄົ້ນຄວ້າສະເໜີອະນຸມັດໃຫ້ພະນັກງານນຳພາຄຸ້ມຄອງ ໄປບຳລຸງທິດສະດີການເມືອງ ລະບົບ 5 ເດືອນ 2 ສະຫາຍ, ຂັ້ນຕົ້ນ 3 ເດືອນ 50 ສະຫາຍ, ຂັ້ນສູງ 60 ສະ ຫາຍ, ສຳເລັດຈັດພິທີເປີດ-ປິດ ຊຸດອົບຮົມ ລະບົບ 10 ວັນໃຫ້ຄະນະໜ່ວຍພັກ-ຄະນະບ້ານ ໄດ້ 3 ຄັ້ງ, ສຳເລັດ ການຮັບຮອງປື້ມຕຳລາຮຽນລະບົບຊັ້ນກາງພາກຮຽນ II, III ແລະ ຕຳລາຊັ້ນຕົ້ນ ມີ 19 ວິຊາ.

About admins16