ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງໄຊຈຳພອນ ຄັ້ງທີ 7 ສະໄໝທີ III

ໃນລະຫວ່າງວັນທີ 28 – 29 ກໍລະກົດ 2022 ທີ່ສະໂມສອນຫ້ອງວ່າການເມືອງໄຊຈໍາພອນ ໄດ້ຈັດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງ ໄຊຈຳພອນຄັ້ງທີ 7 ສະໄໝທີ III ພາຍໃຕ້ການເປັນປະທານຂອງ ສະຫາຍ ໂກ່ ໄຊສົມບັດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຈຳພອນ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ສສຂ, ກອງບັນຊາການ ປກຊ – ປກສ, ຫົວໜ້າຫ້ອງການ, ເລຂາພັກກຸ່ມບ້ານ ຕະຫຼອດຮອດນາຍບ້ານພາຍໃນເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາຄືນ ຜົນການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ເຊິ່ງໄດ້ຍົກໃຫ້ເຫັນສະພາບການໃນປັດຈຸບັນ ເຫັນວ່າ ພວກອິດທິກຳລັງປໍລະປັກ ຍາມໃດເຂົາກໍ່ຊອກຫາທຸກວິທີທາງ ເພື່ອທັບມ້າງລະບອບໃໝ່ຂອງພັກ ດ້ວຍການໃຊ້ຍຸດທະສາດຫັນປ່ຽນໂດຍສັນຕິ, ລົງຂ່າວໃສ່ຮ້າຍປ້າຍສີທາງສື່ອອນລາຍ, ຊຸກຍູ້ກຸ່ມຄົນບໍ່ດີ ເຄື່ອນໄຫວໂຄສະນາໃສ່ຮ້າຍ ຕໍ່ແນວທາງຂອງພັກ – ລັດ, ແບ່ງແຍກຄວາມສາມັກຄີຂອງປະຊາຊົນ, ສວຍໃຊ້ຂໍ້ຂັດແຍ່ງ ຂອງປະຊາຊົນເປັນບ່ອນອີງໃນການເຄື່ອນໄຫວ ເຊັ່ນ: ຍຸແຍ່ປະຊາຊົນຜູ້ທີ່ຮູ້ເທົ່າບໍ່ເຖິງການ, ລັກລອບຄ້າ – ຂາຍ ເຖື່ອນ, ປູກສິ່ງເສບຕິດ, ນໍາໃຊ້ສາສະໜາໄປໃນທາງທີ່ຜິດ ແລະ ການຂີ້ລັກງັດແງະ.

ຕໍ່ກັບສະພາບການດັ່ງກ່າວ, ບັນດາສະຫາຍຄະນະບໍລິຫານງານພັກເມືອງໄຊຈຳພອນ ແມ່ນໄດ້ສຸມທຸກສະຕິປັນຍາ, ທຸກກຳລັງລົງໄກ້ສິດຕິດແທດ ນຳເອົາແນວທາງນະໂຍບາຍຂອງພັກ – ລັດ ລົງເຜີຍແຜ່, ເຊື່ອມຊຶມໃຫ້ປະຊາຊົນບັນດາເຜົ່າໃຫ້ມີຄວາມເຂົ້າໃຈ ແນ່ໃສ່ຊຸກຍູ້ບັນດາວຽກງານ, ຂະບວນການຜະລິດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ສັງຄົມມີຄວາມສະຫງົບໂດຍພື້ນຖານ.

ໂອກາດດັ່ງກ່າວ ບໍລິສັດ ສະຕາຟີນເທັກ ຈໍາກັດຜູ້ດຽວ ໄດ້ຂື້ນອະທິບາຍການເບີກຈ່າຍເງິນອຸດໜູນນາຍບ້ານ ຜ່ານລະບົບ ຢູມັນນີ U-money ເພື່ອໃຫ້ກ້າວເຂົ້າສູ່ລະບົບທີ່ທັນສະໄໝ, ປະຢັດເວລາ ແລະ ເພີ່ມປະສິດທິພາບໃນການດໍາລົງຊີວິດໃນຍຸກປະຈຸບັນໃຫ້ສູງຂື້ນ.

ຈາກນັ້ນ ຕາງໜ້າໃຫ້ແຕ່ລະຂະແໜ່ງການກໍ່ໄດ້ຂື້ນລາຍງານຜົນສຳເລັດ ແລະ ວຽກງານທີ່ພົ້ນເດັ່ນຂອງກົມກອງຫ້ອງການຕົນເອງ ພ້ອມທັງໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບ ເພື່ອໃຫ້ມີເນື້ອໃນທີ່ຄົບຖ້ວນ ແລະ ສົມບູນ.

ໃນຕອນທ້າຍ ໄດ້ມີການປະກາດບົ່ງຕົວແຕ່ງຕັ້ງ ຄະນະບໍລິຫານງານພັກເມືອງເພີ່ມເຕີມ ໂດຍແຕ່ງຕັ້ງສະຫາຍ ນາງ ສີລາວັນ ແສງໄມພອນ ປະທານສະຫະພັນແມ່ຍິງເມືອງ ເປັນກຳມະການພັກເມືອງ, ແຕ່ງຕັ້ງ ສະຫາຍ ກອນສີ ຈູມລີວົງ ຮອງປະທານອົງການກວດກາລັດເມືອງ ໄປເປັນຫົວໜ້າຫ້ອງວ່າການປົກຄອງເມືອງ, ແຕ່ງຕັ້ງສະຫາຍ ວົງ ໄຊສົມພູ ພະນັກງານສັງກັດຢູ່ຫ້ອງການຊາວໜຸ່ມ ຫົວໜ້າໜ່ວຍງານຊາວໜຸ່ມ – ເຍົາວະຊົນ ຂຶ້ນເປັນຮອງເລຂາຊາວໜຸ່ມເມືອງ, ແຕ່ງຕັ້ງສະຫາຍ ສົມພາວ ອິນທະບູນ ຫົວໜ້າໜ່ວຍງານງົບປະມານແຫ່ງລັດ ຂອງຫ້ອງການການເງິນເມືອງ ຂຶ້ນເປັນຮອງຫົວໜ້າຫ້ອງການການເງິນເມືອງ, ພ້ອມນີ້ ໄດ້ປະກາດບັນດາໜ່ວຍພັກອ້ອມຂ້າງເມືອງ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021.

About admins14