ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄໝທີ IX

 

ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກເມືອງຄຳເກີດ ຄັ້ງທີ 5 ສະໄໝທີ IX ໄດ້ຈັດຂື້ນໃນລະຫວ່າງວັນທີ 11 ຫາ 12 ມີນາ 2021 ທີ່ຫ້ອງປະຊຸມໃຫຍ່ຊັ້ນ III ສໍານັກງານປົກຄອງເມືອງຄໍາເກີດ ແຂວງບໍລິຄຳໄຊ, ໂດຍການເປັນປະທານຂອງ ສະຫາຍ ເພັດສະໃໝ ໄຊຍະທິຈັກ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ-ເຈົ້າເມືອງຄໍາເກີດ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ຄະນະປະຈໍາພັກແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ.

ກອງປະຊຸມ ໄດ້ເຜີຍແຜ່ເຊື່ອມຊືມມະຕິກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກແຂວງບໍລິຄໍາໄຊ ຄັ້ງທີ 3 ສະໄໝທີ VII ເລກທີ 51/ຄພ.ຂບຊ, ລົງວັນທີ 23 ກຸມພາ 2021, ໄດ້ພ້ອມກັນສັງເກດຕີລາຄາຄືນກ່ຽວກັບການນໍາພາ-ຊີ້ນໍາວຽກງານຮອບດ້ານຂອງຄະນະບໍລິຫານງານພັກເມືອງ ໃນ 1 ປີຜ່ານມາ ໂດຍສະເພາະແມ່ນການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ປະຈໍາປີ 2020 ແລະ ວາງທິດທາງແຜນການປີ 2021.

ຈາກນັ້ນ, ບັນດາສະຫາຍຜູ້ແທນກອງປະຊຸມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ແລະ ເປັນເອກະພາບ ຮັບຮອງເອົາເນື້ອໃນຕົ້ນຕໍ ໃນແຕ່ລະຂົງເຂດວຽກງານ ແລະ ໃຫ້ເລັ່ງໃສ່ປະຕິບັດວຽກງານບາງດ້ານ ດັ່ງນີ້: ໃຫ້ເສດຖະກິດຂະຍາຍຕົວຕໍ່ເນື່ອງ, ລາຍຮັບທຽບຖານຂອງເມືອງໃຫ້ບັນລຸ ປະມານ 1.294,7 ຕື້ກີບ, ຄາດຄະເນພົນລະເມືອງ 75.749 ຄົນ, ສະເລ່ຍລາຍຮັບໃສ່ຫົວຄົນໃຫ້ໄດ້ປະມານ 17.092.823 ກີບຕໍ່ຄົນ (1.781,12 ໂດລ່າຕໍ່ຄົນ,. ສູ້ຊົນຜະລິດເຂົ້າໃຫ້ໄດ້ປະມານ 29.639 ໂຕ່ນ, ສະເລ່ຍໃສ່ຫົວຄົນ 391,2 ກິໂລຕໍ່ຄົນ, ເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 6.542.581.000 ກີບ.

ເພີ່ມທະວີວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງຕໍ່ເນື່ອງ, ເຄື່ອນໄຫວຕິດຕາມສະພາບຂອງກຸ່ມຄົນບໍ່ດີ ຢູ່ຕາມຈຸດຫຼໍ່ແຫຼມຕ່າງໆ, ຈັດຕັ້ງການປ້ອງກັນເວນຍາມພາຍໃນ ແລະ ພາຍນອກຢ່າງແຂງແຮງ ຮັບປະກັນໃຫ້ທົ່ວເມືອງມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ສ້າງບ້ານປ້ອມໝັ້ນສູ້ຮົບໃຫ້ໄດ້ 1 ບ້ານ, ກຸ່ມບ້ານສູ້ຮົບຕິດລຽນໃຫ້ໄດ້ 1 ກຸ່ມ, ປັບປຸງກຳລັງກອງຫຼອນບ້ານໃຫ້ໄດ້ 10 ບ້ານ, ສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໃຫ້ໄດ້ 1 ບ້ານ.

ຄຸ້ມຄອງການເຄື່ອນຍ້າຍເຂົ້າ-ອອກຂອງພົນລະເມືອງ ໃຫ້ຖືກຕ້ອງຕາມກົດໝາຍ, ປັບປຸງ ປກສ, ກອງຫຼອນບ້ານໃຫ້ເຂັ້ມງວດ, ສ້າງແຜນກ່ຽວກັບການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ສ້າງບ້ານປອດຢາເສບຕິດ ໃຫ້ເພີ່ມຂຶ້ນ, ເຜີຍແຜ່ກົດລະບຽບການສັນຈອນຕາມທ້ອງຖະໜົນໃຫ້ກວ້າງ, ແກ້ໄຂ 4 ເຖື່ອນ ຢ່າງຕັ້ງໜ້າ, ເກັບເງິນກອງທຶນ ປກຊ-ປກສ ແຕ່ລະບ້ານໃຫ້ໄດ້ຄົບຖວ້ນ ພ້ອມທັງຄຸ້ມຄອງນໍາໃຊ້ໃຫ້ມີປະສິດທິຜົນ.

ກອງປະຊຸມ ໄດ້ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງຂອງເມືອງ ຂັ້ນຄະນະຫ້ອງການ ຈໍານວນ 2 ທ່ານ ແລະ ໄດ້ມອບໃບຍ້ອງຍໍໃຫ້ແກ່ພະນັກງານອາວຸໂສບໍານານ ຈຳນວນ 10 ທ່ານ.

ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ໄດ້ໃຫ້ກຽດໂອ້ລົມ ຊີ້ທິດເຍືອງທທາງວ່າ: ໃຫ້ຄະນະພັກ, ພະນັກງານຫຼັກແຫຼ່ງຂອງເມືອງ ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມ-ການເມືອງແນວຄິດໃນຖັນແຖວພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃຫ້ຮັບຮູ້ເຊື່ອມຊຶມແນວທາງປ່ຽນແປງໃໝ່ຂອງພັກຢ່າງເລິກເຊິ່ງທົ່ວເຖິງ, ສຸມໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເປັນໜ້າທີ່ຂອງທົ່ວປວງຊົນຮອບດ້ານ, ເຮັດໃຫ້ສະພາບໃນທົ່ວເມືອງມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ແກ້ໄຂບັນຫາ 4 ເຖື່ອນ ແລະ 9 ຫົວຂໍ້ວິທະຍາສາດ, ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ຫຼຸດລົງເທື່ອລະກ້າວ, ການບໍລິຫານລັດຕ້ອງມີຈຸດສຸມ, ກວດກາທົບທວນການນໍາໃຊ້ກອງທຶນຕ່າງໆ ໃຫ້ເກີດປະໂຫຍດສູງສຸດ, ຊຸກຍູ້ການຜະລິດກະສິກໍາກາຍເປັນສິນຄ້າໃຫ້ເພີ່ມຂຶ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ ຕ້ອງເອົາໃຈໃສ່ຄວາມເປັນແບບຢ່າງປະຕິບັດກົດໝາຍ-ລະບຽບການ, ມອບໃຫ້ເມືອງ, ພາກສ່ວນທີ່ກ່ຽວຂ້ອງ ແລະ ອົງການປົກຄອງບ້ານ ເອົາໃຈໃສ່ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ພ້ອມກັນແກ້ໄຂບັນຫາຕ່າງໆ ຢ່າງເຂັ້ມງວດ.

 

About admin11