ກອງປະຊຸມເຄືອຂ່າຍລະບົບຂໍ້ມູນ – ຂ່າວສານ ສຳລັບແຮງງານເຄື່ອນຍ້າຍ ຄັ້ງທີ 1 ແຂວງບໍລິຄຳໄຊ

ກອງປະຊຸມເຄືອຂ່າຍລະບົບຂໍ້ມູນ – ຂ່າວສານ ສຳລັບແຮງງານເຄື່ອນຍ້າຍ ຄັ້ງທີ 1 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 6 ຕຸລາ 2022 ຢູ່ຫ້ອງປະຊຸມຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ແສງເພັດ ມຸນລະໄມ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີຜູ້ປະສານງານໂຄງການປອດໄພ ແລະ ຍຸຕິທຳ, ຂະແໜງການກ່ຽວຂ້ອງພາຍໃນແຂວງ ແລະ ຄະນະຮັບຜິດຊອບສູນຂໍ້ມູນ – ຂ່າວສານ ເຂົ້າຮ່ວມ.

ສູນຂໍ້ມູນຂ່າວສານ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 02 ມີນາ 2022, ຕັ້ງຢູ່ພະແນກ ຮສສ ແຂວງ ໂດຍໄດ້ຮັບທຶນສະໜັບສະໜູນຈາກອົງການແຮງງານສາກົນ ເພື່ອໃຫ້ຄຳປຶກສາສຳລັບແຮງງານເຄື່ອນຍ້າຍ ເພື່ອເຮັດບົດບາດໜ້າທີ່ໃຫ້ການຊ່ວຍເຫຼືອ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊາວຜູ້ອອກແຮງງານ ຕາມກົດໝາຍໄດ້ກຳນົດ, ການຈັດຕັ້ງປະຕິບັດ ຂອງສູນຂໍ້ມູນຂ່າວສານ-ສຳລັບແຮງງານເຄື່ອນຍ້າຍໃນໄລຍະ 06 ເດືອນຜ່ານມາ ພະນັກງານສູນ MRC ແລະ ຄູ່ຮ່ວມງານ ໂດຍສະເພາະແມ່ນ ສະຫະພັນກຳມະບານແຂວງ ໃນການແລກປ່ຽນບົດຮຽນ ການຈັດກິດຈະກຳທາງລາຍການວິທະຍຸຮ່ວມກັນ, ໄດ້ຝຶກອົບຮົມກ່ຽວກັບການສະຫຼຸບລາຍງານ, ຕິດຕາມປະເມີນຜົນ ແລະ ວາງແຜນກິດຈະກຳໃນຕໍ່ໜ້າ, ເຂົ້າຮ່ວມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ພະນັກງານສູນຂໍ້ມູນຂ່າວສານສຳລັບແຮງງານເຄື່ອນຍ້າຍ, ຈັດກິດກໍາສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 12 ປີ ທີ່ວິທະຍາໄລກະສິກຳ ແລະ ປ່າໄມ້ ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ 349 ຄົນ, ຈັດກິດຈະກຳສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 130 ປີ, ທີ່ໂຮງຮຽນເຕັກນິກ – ວິຊາຊີບແຂວງບໍລິຄຳໄຊ ໂດຍມີຜູ້ເຂົ້າຮ່ວມທັງໝົດ 362 ຄົນ.

ເຂົ້າຮ່ວມກອງປະຊຸມສຳມະນາການບໍລິການຜ່ານສູນຂໍ້ມູນຂ່າວສານສຳລັບແຮງງານເຄື່ອນຍ້າຍ (MRC), ການແລກປ່ຽນຄູ່ຮ່ວມງານຂອງໂຄງການເຄື່ອນຍ້າຍແຮງງານແບບປອດໄພ ແລະ ມີຄວາມຍຸຕິທຳ ທີ່ໂຮງແຮມລາວພລາຊາ ມີຜູ້ເຂົ້າຮ່ວມຈາກ 3 ປະເທດ ຄື : ລາວ, ໄທ, ກຳປູເຈຍ, ໄດ້ຈັດລາຍການວິທະຍຸ (ສົ່ງເສີມການໄປອອກແຮງງານທີ່ມີຄວາມປອດໄພ) ອອກອາກາດທາງສະຖານີວິທະຍຸ ກະຈາຍສຽງຂອງແຂວງບໍລິຄຳໄຊ ເລີ່ມໃນວັນທີ 02 ເດືອນ ພຶດສະພາ ປີ 2022 ມີຜູ້ດຳເນີນລາຍການຈາກສູນຂໍ້ມູນ – ຂ່າວສານ ສຳລັບແຮງງານເຄື່ອນຍ້າຍ ອອກອາກາດ ເວລາ 9:00-8:30 ວັນເສົາ ທຸກໆອາທິດ ຂອງເດືອນ, ໄດ້ໃຫ້ຄຳປຶກສາທາງໂທລະສັບ ແລະ ເຂົ້າມາພົວພັນດ້ວຍຕົນເອງໄດ້ຈຳນວນ 137 ຄົນ ໃນນັ້ນເຂົ້າມາພົວພັນດ້ວຍ ຕົນເອງໄດ້ 93 ຄົນ, ທາງໂທລະສັບ 44 ຄົນ.

ກອງປະຊຸມ ຍັງໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນຕົ້ນແມ່ນວຽກງານ ການປົກປ້ອງແຮງງານ, ການເຂົ້າ – ອອກ ຂອງແຮງງານພາຍໃນແຂວງ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍກັບຄືນສູ່ຄອບຄົວ ແລະ ສັງຄົມ, ສົ່ງເສີມ ແລະ ການພັດທະນາວິຊາຊີບ ເພື່ອຈະໄດ້ນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າ.

About admins16