ກອງປະຊຸມສະຫຼູບປະຈໍາໄຕມາດທີ 2 ແລະ ທິດທາງແຜນການປະຈໍາໄຕມາດ 3 ຂອງແຜນງານລາວ/030 ຢູ່ເມືອງວຽງທອງ

ໃນວັນທີ 2 ສິງຫາ 2021 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼູບປະຈໍາໄຕມາດທີ 2 ແລະ ທິດທາງແຜນການປະຈໍາໄຕມາດ 3 ຂອງແຜນງານລາວ/030 ຢູ່ເມືອງວຽງທອງ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ມີບັນດາພະນັກງານຫ້ອງການທີ່ກ່ຽວຂ້ອງ, ຜູ້ປະສານງານໂຄງການ ແລະ ບັນດານາຍບ້ານເປົ້າໝາຍ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການສະຫຼຸບຕີລາຄືນການຈັດຕັ້ງປະຕິບັດໂຄງການແຜນງານລາວ/030 ຂອງແຕ່ລະບ້ານໃນໄຕມາດທີ 2 ເຊິ່ງ ເມືອງວຽງທອງໄດ້ຮັບກອງທືນພັດທະນາບ້ານທັງໝົດ 21 ບ້ານເປົ້າໝາຍ, ມີ 137 ກິດຈະກໍາ, ງົບປະມານທີ່ໄດ້ອະນຸມັດທັງໝົດ 4 ຕື້ກ່ວາກີບ, ງົບປະມານທີຈັດຕັ້ງປະຕິບັດສໍາເລັດ (100%) 2 ຕື້ກ່ວາກີບ, ງົບປະມານທີ່ກໍາລັງຈັດຕັ້ງປະຕິບັດ 1 ຕື້ກ່ວາກີບ, ກິດຈະກໍາທີອະນຸມັດແລ້ວແຕ່ຍັງລໍຖ້າງົບປະມານຈໍານວນ 7 ຮ້ອຍກ່ວາລ້ານກີບ ແລະ ງົບປະມານທີຍັງເຫຼືອບໍ່ທັນມີແຜນຮອງຮັບ 21 ກ່ວາລ້ານກີບ.

ພ້ອມທັງຜ່ານທິດທາງແຜນກິດຈະກໍາໄຕມາດທີ 3 ເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດໃນຕໍ່ໄປ.

ຜູ້ເຂົ້າຮ່ວມ ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການຢ່າງກົງໄປກົງມາເພື່ອຄວາມເປັນເອກະພາບແລ້ວນໍາໄປຈັດຕັ້ງປະຕິບັດຢ່າງມີຄວາມຮັບຜິດຊອບສູງ.

About admin11