ກອງປະຊຸມສະຫຼຸບວຽກງານໂຄງການກໍ່ສ້າງສາຍສົ່ງ 500 ກິໂລໂວນ ເຂື່ອນໄຟຟ້ານ້ຳເທີນ 1

ໃນວັນທີ 10 ມີນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໂຄງການກໍ່ສ້າງສາຍສົ່ງ 500 ກິໂລໂວນ ແຕ່ເຂື່ອນໄຟຟ້ານ້ຳເທີນ 1 ຫາສະຖານີໄຟຟ້ານາບົງ ໂດຍການເປັນປະທານຂອງ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີບັນດາທ່ານຄະນະກຳມະການຊີ້ນຳຂັ້ນແຂວງ, ເມືອງ, ພະແນກການທີ່ກ່ຽວຂ້ອງ ແລະ ຕາງໜ້າບໍລິສັດຜູ້ຮັບເໝົາ ເຂົ້າຮ່ວມ.

ສາຍສົ່ງ 500 ກິໂລໂວນ ແມ່ນເປັນພາກສ່ວນໜຶ່ງຂອງໂຄງການເຂື່ອນໄຟຟ້ານໍ້າເທີນ 1 ເພື່ອສົ່ງກະແສໄຟຟ້າທີ່ຜະລິດໄດ້ຈາກເຂື່ອນດັ່ງກ່າວຈຳນວນ 520 ເມກາວັດ ຂາຍໃຫ້ປະເທດໄທ ຜ່ານສະຖານີໄຟຟ້ານາບົງ ແລະ ສ່ວນທີ່ເຫຼືອຈຳນວນ 130 ເມກາວັດ ແມ່ນຂາຍໃຫ້ລັດວິສາຫະກິດໄຟຟ້າລາວ ຜ່ານສະຖານີ 115 ກິໂລໂວນ, ສາຍສົ່ງ 500 ມີຄວາມຍາວທັງໝົດ 154,6 ກິໂລແມັດ, ຄວາມສູງເສົາປະມານ 65-70 ແມັດ, ຄວາມກວ້າງຂອງແລວສາຍສົ່ງແມ່ນ 80 ແມັດ, ຜ່ານ 3 ເມືອງ ຂອງແຂວງບໍລິຄຳໄຊ ຄື: ເມືອງປາກກະດິງ 29 ກິໂລແມັດ, ປາກຊັນ 45,4 ກິໂລແມັດ ແລະ ທ່າພະບາດ 65,1 ກິໂລແມັດ, ຜ່ານເມືອງປາກງືມ ນະຄອນຫຼວງວຽງຈັນ 15,1 ກິໂລແມັດ, ແລວສາຍສົ່ງຜ່ານປ່າສະຫງວນແຫ່ງຊາດນໍ້າກະດິງ, ປ່າສະຫງວນພູງູ, ປ່າສະຫງວນພູກະດັນ ແລະ ປ່າຜະລິດແຫ່ງຊາດຜັກເບືອກ.

ສະເພາະການປະຕິບັດນະໂຍບາຍ ແລະ ລາຄາຫົວໜ່ວຍຊົດເຊີຍ ແມ່ນຜູ້ໄດ້ຮັບຜົນກະທົບມີຄວາມພໍໃຈໃນລະດັບສູງ, ການຊົດເຊີຍ ໄດ້ແບ່ງອອກເປັນ 5 ຊຸດຈ່າຍ ລວມມູນຄ່າ 21,33 ຕື້ກີບ ແລະ ສາມາດປະຕິບັດສໍາເລັດ 100%, ມາຮອດປະຈຸບັນ ໂຄງການໄດ້ສຳເລັດແລ້ວໂດຍພື້ນຖານ 99% ແລ້ວ.

ຫຼັງຈາກນັ້ນ ໃນກອງປະຊຸມ ຍັງໄດ້ມີການສະເໜີ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອປືກສາຫາລືຂໍ້ຄົງຄ້າງ ເປັນຕົ້ນແມ່ນວຽກງານການຄຸ້ມຄອງສາຍສົ່ງ, ການຕິດຕາມ, ອຳນວຍຄວາມສະດວກ ໃຫ້ແກ່ຜູ້ພັດທະນາໂຄງການ ແລະ ອື່ນໆ ເພື່ອຊອກຫາວິທີປັບປຸງ, ແກ້ໄຂ ແລະ ພັດທະນາ ບັນດາວຽກງານເຮັດໃຫ້ໂຄງການດັ່ງກ່າວ ໄດ້ຮັບສຳເລັດຕາມຄາດໝາຍທີ່ວ່າງໄວ້.

About admins14