ກອງປະຊຸມສະຫຼຸບຕີລາຄາການນຳພາ – ຊີ້ນຳກາງສະໃໝຂອງກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VII ອົງຄະນະພັກເມືອງປາກກະດິງ

ກອງປະຊຸມໃຫຍ່ກາງສະໄຫມ ຜູ້ແທນອົງຄະນະພັກເມືອງປາກກະດິງ ແຂວງບໍລິຄຳໄຊ ສະໄຫມທີ VII ໄດ້ໄຂຂື້ນ ແລະ ສຳເລັດລົງໃນລະຫວ່າງວັນທີ 8 – 10 ພະຈິກ 2022 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ພາຍໃຕ້ການເປັນປະທານຂອງສະຫາຍ ພູເຂົາເງີນ ອິນທະວົງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງປາກກະດິງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ ແລະ ສະຫາຍ ປອ ດວງຕາ ມໍລະຄາສຸກ ຄະນະປະຈຳພັກແຂວງ ປະທານກວດກາພັກ – ລັດແຂວງ, ມີຄະນະປະຈຳ-ກຳມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງປາກກະດິງ, ແຂກຖືກເຊີນ ພ້ອມດ້ວຍຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ເລຂາພັກບ້ານ – ນາຍບ້ານ 47 ບ້ານທົ່ວເມືອງປາກກະດິງ ເຂົ້້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການນຳພາ – ຊີ້ນຳ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ກາງສະໄໝທີ VII ແລະ ຜ່ານຮ່າງບົດສະຫຼຸບຕີລາຄາການຈັກຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IV ( 2020 – 2024 ) ກາງສະໄໝ, ໂດຍລວມແລ້ວໄລຍະ 2 ປີເຄີ່ງຜ່ານມາ ສາມາດຮັກສາໄດ້ສະຖຽງລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການຈັດຕັ້ງແຕ່ລະຂັ້ນໄດ້ຮັບການປັບປຸງດີຂື້ນ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ສະເລ່ຍ LGDP ປະຕິບັດໄດ້ 125,8 ຕື້ກີບ ເທົ່າກັບ 10,57%, ພະນັກງານ – ລັດຖະກອນ, ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາ – ຊີ້ນຳ ຂອງການນຳ ພັກ-ລັດ, ຄຽງຄູ່ກັບການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ວຽກງານບາງດ້ານບໍ່ບັນລຸຕາມແຜນ ແຕ່ວຽກງານຫຼາຍດ້ານ ກໍ່ສາມາດປະຕິບັດໄດ້ເປັນຢ່າງດີ ເປັນຕົ້ນແມ່ນ: ທຽບໃສ່ແຜນ 5 ປີ ສ້າງບ້ານປ້ອມໝັ້ນສູ້ຮົບຕິດລຽນ ໄດ້ 2 ບ້ານເທົ່າກັບ 40%, ບ້ານປ້ອງກັນຄວາມສະຫງົບດີ 47 ບ້ານເທົ່າກັບ 100%, ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄດ້ 47 ບ້ານເທົ່າກັບ 100%.

ຊຸກຍູ້ສົ່ງເສີມການຜະລິດດ້ານກະສິກຳ ຕິດພັນກັບອຸດສາຫະກຳປຸງແຕ່ງໄດ້ 5,05%, ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 611,42 ຕື້ກ່ວາກີບ, ສະເລ່ຍຕໍ່ຫົວຄົນ 10,2 ລ້ານກີບຕໍ່ຄົນຕໍ່ປີ, ຊຸກຍູ້ສົ່ງເສີມໃຫ້ປະຊາຊົນຮູ້ນຳໃຊ້ເຕັກນິກວິຊາການເຂົ້າໃນການຜະລິດກະສິກຳສະອາດໄດ້ຈຳນວນ 5 ເຮັກຕ່າ, ຍົກສູງຄຸນນະພາບເຂົ້າໄດ້ 474 ກິໂລຕໍ່ຄົນຕໍ່ປີ ເທົ່າກັບ 99,78%, ສຳຫຼວດ ແລະ ຂື້ນທະບຽນອອກໃບຕາດິນ ກວມ 82,32%, ອອກໃບຢັ້ງຢືນຄຸ້ມຄອງສິ່ງແວດລ້ອມຂອງທຸລະກິດ(EMP)ໄດ້ 163 ກິດຈະການ, ຊຸກຍູ້ສົ່ງເສີມຜະລິດຕະພັນກະສິກຳປຸງແຕ່ງປະຕິບັດໄດ້ 2,29%, ກໍ່ສ້າງສ້ອມແປງ ແລະ ບູລະນະຮັກສາຂົວທາງທີ່ມີແລ້ວ ທຽວໄດ້ຕະຫຼອດປີ ກວມ 100%, ກໍ່ສ້າງກັນຕາຝັ່ງເຈື່ອນໄດ້ 0,55 ກິໂລແມັດ, ມີຕາຂ່າຍໄຟຟ້າເຂົ້າເຖີງບ້ານ 100%, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 45,8%, ແກ້ໄຂຄວາມທຸກຍາກໄດ້ 31% ຂອງຄອບຄົວທຸກຍາກທັງໝົດ, ສ້າງຄອບຄົວພັດທະນາໄດ້ 92,2% ແລະ ບ້ານພັດທະນາກວມ 100%, ກໍ່ສ້າງໂຮງຮຽນໃໝ່ໄດ້ 5 ຫຼັງ ເທົ່າກັບ 52%, ສ້າງໂຮງຮຽນສອນດີຮຽນເກັ່ງໄດ້ 20%, ສ້າງຄອບຄົວດ້ານສາທາລະນະສຸກແບບຢ່າງກວມ 99,9%, ສ້າງຄອບຄົວວັດທະນະທຳໄດ້ 95,6%, ສ້າງບ້ານແບບຢ່າງປະຕິບັດກົດໝາຍໄດ້ ກວມ 25,5%, ຂະຫຍາຍສະມາຊິກຊາວໜຸ່ມໄໝ່ໄດ້ 70%, ໄດ້ຮັບຮອງໜ່ວຍພັກເປັນໜ່ວຍພັກປອດໃສເຂັ້ມແຂງໜັ້ກແໜ້ນ ກວມ 91%, ສະມາຊິກພັກແຂງ 96%, ຂະຫຍາຍສະມາຊິກພັກໄໝ່ໄດ້ 216 ສະຫາຍ, ຍິງ 83 ສະຫາຍ ເທົ່າກັບ 16,43% ແລະ ໄດ້ດຳເນີນກອງປະຊຸມໃຫຍ່ໜ່ວຍພັກຮາກຖານບ້ານທີ່ຄົບວາລະໄດ້ 8 ບ້ານ ກວມ 28%.

ໃນກອງປະຊຸມ ຕາງໜ້າແຕ່ລະຂົງເຂດ ກໍ່ໄດ້ປະກອບຄຳຄິດຄຳເຫັນຕາມຄຳຖາມເຈາະຈີ້ມວຽກງານບາງດ້ານທີ່ເຄັ່ງຮ້ອນ, ພ້ອມທັງໄດ້ເຊື່ອມຊືມເອກະສານເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນພັກ,  ເອກະສານຍົກສູງຄວາມສາມາດນຳພາ – ຄວາມເປັນແບບຢ່າງນຳໜ້າຂອງພັກ ແລະເອກະສານຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ – ຄຸນສົມບັດສິນທຳປະຕິວັດ, ພ້ອມນີ້ ເພື່ອເປັນບ່ອນອີງໃນການທາບທາມຄວາມເຊື່ອໝັ້ນຕໍ່ຄະນະບໍລິຫານງານພັກເມືອງ, ໄດ້ແບ່ງໜ່ວຍເພື່ອສຳຫຼວດກວດກາຕີລາຄາຕຳນິຕິຊົມກໍ່ສ້າງເຊີ່ງກັນ ແລະ ກັນ.

About admins16