ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດສາຍພົວພັນແຮງງານ ຂອງຄະນະກໍາມະການ 3 ຝ່າຍຂັ້ນແຂວງ ຄັ້ງທີ 6

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂອງຄະນະກໍາມະການ 3 ຝ່າຍຂັ້ນແຂວງ ຄັ້ງທີ 6 ກ່ຽວກັບວຽກງານສາຍພົວພັນແຮງງານ ປະຈຳປີ 2021 ແລະ ທິດທາງແຜນການ 2022 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 15 ມິຖຸນາ 2022 ຢູ່ຫ້ອງປະຊຸມຂອງພະແນກແຮງງານ ແລະ ສະຫວັດີການສັງຄົມແຂວງ ໂດຍການເປັນປະທານຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີພະແນກ ຮສສ ແຂວງ, ສະຫະພັນກຳມະບານແຂວງ, ສະພາການຄ້າ ແລະ ອຸດສາຫະກຳແຂວງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ຄະນະກໍາມະການ 3 ຝ່າຍຂັ້ນແຂວງ ປະກອບມີ: ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ເປັນຕາງໜ້າໃຫ້ລັດຖະບານ, ສະຫະພັນກຳມະບານແຂວງ ເປັນຕົວແທນ ໃຫ້ກຳມະກອນ ຫຼື ຜູ້ອອກຮງງານ, ສະພາການຄ້າ ແລະ ອຸດສະຫະກຳ ເປັນຕາງໜ້າໃຫ້ຜູ້ໃຊ້ແຮງງານ ຫຼື ຜູ້ປະກອບການທີ່ດຳເນີນທຸລະກິດ, ທຳການຜະລິດ ແລະ ບໍລິການຕ່າງໆ, ມີພາລະບົດບາດ ແລະ ສິດໜ້າທີ່ ໃນການຊຸກຍູ້ຕິດຕາມຄຸ້ມຄອງ ແລະ ປົກປ້ອງສິດຜົນປະໂຫຍດໃຫ້ມີຄວາມເປັນທຳ ແລະ ສອດຄ່ອງຖືກຕ້ອງຕາມລະບຽບກົດໝາຍ.

ໃນໄລຍະການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ 1 ປີ 2021 ຜ່ານມາ ສາມາດປະຕິບັດໄດ້ ດັ່ງນີ້: ໄດ້ແນະນໍາ ການສ້າງກົດລະບຽບ ແລະ ກວດຜ່ານກົດລະບຽບພາຍໃນຂອງບໍລິສັດ ໄດ້ 03 ຫົວໜ່ວຍ, ສ້າງສັນຍາແຮງງານ ໄດ້ 02 ຫົວໜ່ວຍ, ໃນນັ້ນ ມີຈຳນວນຜູ້ອອກແຮງງານທັງໝົດ 41 ຄົນ, ຮັບຄຳຮ້ອງຂໍເພື່ອໃຫ້ໄກ່ເກ່ຍ ຂໍ້ຂັດແຍ່ງດ້ານແຮງງານ ມີ 07 ກໍລະນີ ແລະ ແກ້ໄຂສຳເລັດ 03 ກໍລະນີ, ເກັບກຳຂໍ້ມູນແຮງງານລາວທີ່ເຂົ້າເຮັດວຽກໄດ້ 32 ຫົວໜ່ວຍ, ມີຈຳນວນແຮງງານ 2.105 ຄົນ, ອອກໃບຢັ້ງຢືນໃຫ້ແຮງງານ ຜູ້ເຂົ້າສະມາຊິກປະກັນສັງຄົມ ເພື່ອໄປຮັບເງິນອຸດໜູນວ່າງງານ ໄດ້ 20 ຄົນ, ອະນຸຍາດນໍາເຂົ້າແຮງງານຕ່າງປະເທດໄດ້ 23 ຫົວໜ່ວຍ, ມີແຮງງານທັງໝົດ 476 ຄົນ.

ເກັບກຳຂໍ້ມູນແຮງງານລາວ ທີ່ກັບມາຈາກຕ່າງປະເທດ ໃນໄລຍະການແຜ່ລະບາດຂອງເຊື້ອພະຍາດ Covid – 19 ໄດ້ຈຳນວນ 923 ຄົນ, ຢູ່ໃນແຂວງມີຫົວໜ່ວຍວິສະຫະກິດ ທີ່ໄດ້ຂຶ້ນທະບຽນເຂົ້າປະກັນສັງຄົມ ທັງໝົດ 14 ແຫ່ງ ແລະ ຜູ້ໄດ້ຮັບການຄຸ້ມຄອງ ປິ່ນປົວສຸຂະພາບ ມີຈຳນວນ 26.300 ຄົນ, ສຳເລັດການລົງເກັບກຳຂໍ້ມູນຜົນກະທົບຈາກພະຍາດ covid – 19 ຕໍ່ກຸ່ມຜູ້ອອກແຮງງານ ຢູ່ໃນລະບົບໄດ້ 3 ຫົວຫນ່ວຍ, ກຸ່ມແຮງງານນອກລະບົບໄດ້ 2 ກຸ່ມ ແລະ ແຮງງານທີ່ເຄື່ອນຍ້າຍມາຈາກຕ່າງປະເທດໄດ້ຈໍານວນໜຶ່ງ.

ສຳລັບທິດທາງແຜນການໃນຕໍ່ໜ້າ ແມ່ນສືບຕໍ່ໂຄສະນາ ແລະ ກວດກາການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮງງານ, ເກັບກໍາຂໍ້ມູນການນຳໃຊ້ແຮງງານ ຢູ່ໃນຫົວໜ່ວຍແຮງງານ, ບໍລິສັດ, ໂຮງງານ ແລະ ໂຄງການຕ່າງໆ ໃຫ້ໄດ້ປະມານ 150 ຫົວໜ່ວຍ, ຊຸກຍູ້ ເພື່ອສ້າງກົນໄກ ເງື່ອນໄຂໃຫ້ຫົວໜ່ວຍແຮງງານປະຕິບັດຖືກຕ້ອງຕາມລະບຽບກົດໝາຍ ແລະ ໄດ້ມາດຕະຖານຫົວໜ່ວຍແຮງງານ ແຫ່ງຊາດ ໃຫ້ໄດ້ 1 ຫົວໜ່ວຍ, ຊຸກຍູ້ ໃຫ້ຫົວໜ່ວຍແຮງງານ, ບໍລິສັດ ສ້າງສັນຍາແຮງງານລວມໝູ່ ແລະ ສັນຍາບຸກຄົນ ໃຫ້ໄດ້ 5 ແຫ່ງ, ສືບຕໍ່ໂຄສະນາ ຕ້ານການຄ້າມະນຸດ ແລະ ຈັດຕັ້ງຜັນຂະຫຍາຍ ຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030, ສືບຕໍ່ການສະເໜີເຖີງການນໍາ ຂອງບັນດາເມືອງ ເພື່ອອຳນວຍຄວາມສະດວກໃນການສ້າງຕັ້ງ ສະພາການຄ້າ ແລະ ອຸດສາຫະກໍາ ຂັ້ນເມືອງ (ຕາມດຳລັດສະບັບເລກທີ 237/ນຍ ລົງວັນທີ 18 ພຶດສະພາ 2020) ໃຫ້ໄດ້ 2 ເມືອງ ເພື່ອຮອງຮັບວຽກງານສາຍພົວພັນແຮງງານ ຢູ່ຂັ້ນເມືອງ.

About admins16