ກອງປະຊຸມວຽກງານອົງການປົກຄອງແຂວງບໍລິຄຳໄຊ ປະຈຳເດືອນ 9-10 ປີ 2020

ໃນວັນທີ 6 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຂອງຫ້ອງວ່າການແຂວງ ໄດ້ເປີດກອງປະຊຸມວຽກງານອົງການປົກຄອງແຂວງ ປະຈຳເດືອນ 9-10 ປີ 2020 ໂດຍການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີບັນດາພະແນກການອ້ອມຂ້າງ, ເມືອງ 7 ຕົວເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງລາຍງານຜົນການຈັດຕັ້ງປະຕິບັດວຽກງານປົກຄອງໃນ 2 ເດືອນຜ່ານມາ ເຫັນວ່າ ຫຼາຍວຽກງານໄດ້ຖືກຈັດຕັ້ງປະຕິບັດ ດ້ວຍຄວາມເອົາໃຈໃສ່ສູງ ແລະ ໄປຕາມທິດທາງທີ່ກຳນົດໄວ້ ເປັນຕົ້ນແມ່ນ ສໍາເລັດສັງລວມໂຄງການລົງທຶນຂອງລັດທີ່ຈະນຳສະເຫນີ ພິຈາລະນາເຂົ້າແຜນສົກປີ 2021 ເຊິ່ງເບື້ອງຕົ້ນ ມີ 295 ໂຄງການ, ໄດ້ສຸມໃສ່ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ບັນດາຜູ້ປະກອບການສາມາດເຂົ້າເຖິງແຫຼ່ງທຶນ SME, ຜະລິດເຂົ້ານາປີປະຕິບັດໄດ້ 36.745 ເຮັກຕາ ເທົ່າກັບ 99,29 % ຂອງແຜນການ, ມີຄະດີອາຍາເກີດຂຶ້ນທັງຫມົດ 17 ກໍລະນີ, ມ້າງໄດ້ 12 ເລື່ອງ, ຜູ້ຕ້ອງຫາ 21 ຄົນ, ຄະດີຢາເສບຕິດ 32 ກໍລະນີ, ມ້າງໄດ້ 32 ເລື່ອງ ມີຜູ້ຕ້ອງຫາ 40 ຄົນ, ຂອງກາງຢາບ້າ ຈໍານວນ 13.505 ເມັດ, ເຮໂລອິນ 4 ຫຼອດນ້ອຍ, ຄັນຊາແຫ້ງ 11 ກິໂລ, ອຸບັດຕິເຫດຕາມທ້ອງທະຫນົນເກີດຂຶ້ນ 13 ກໍລະນີ, ພາຫະນະເປ່ເພ 23 ຄັນ, ໄດ້ຮັບບາດເຈັບ 21 ຄົນ ເສຍຊີວິດ 2 ຄົນ, ນອກຈາກນັ້ນ ວຽກງານດ້ານວັດທະນະທຳ-ສັງຄົມ, ໂຍທາທິການ, ວຽກງານແນວລາວສ້າງຊາດ ແລະ ວຽກງານອື່ນໆ ກໍ່ໄດ້ຮັບການເອົາໃຈໃສ່ ແລະ ຖືກຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ.

ໃນກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການລາຍງານຈາກບັນດາເມືອງ ແລະ ພ້ອມກັນປະກອບຄຳຄິດເຫັນ ຕໍ່ບັນດາຂໍ້ຄົງຄ້າງ ທັ້ງນີ້ ກໍ່ເພື່ອເປັນກນຊອກຫາດ້ານດີເພື່ອສືບຕໍ່ພັດທະນາ ແລະ ດ້ານຄົງຄ້າງ ເພື່ອຫາວິທີແກ້ໄຂ, ປັບປຸງ ແລະ ພັດທະນາວຽກງານໃນຕໍ່ໜ້າ ໃຫ້ໄດ້ຮັບຜົນສຳເລັດ ທັງປະລິມານ ແລະ ຄຸນນະພາບ.

About admins14