ກອງປະຊຸມວຽກງານອົງການປົກຄອງ ເມືອງໄຊຈຳພອນ

ໃນຕອນເຊົ້າ ຂອງວັນທີ 24 ມັງກອນ 2022 ຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມວຽກງານອົງການປົກຄອງ ປະຈໍາປີ 2021 ແລະ ທິດທາງແຜນປະຈຳເດືອນມັງກອນ ປີ 2022 ຂື້ນ, ພາຍໃຕ້ການເປັນປະທານຂອງທ່ານ ໂກ່ ໄຊສົມບັດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຈໍາພອນ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ພະນັກງານຮາກຖານເເຂວງປະຈໍາເມືອງ, ຫົວໜ້າກອງບັນຊາການ ປກຊ – ປກສ, ຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ນາຍບ້ານພາຍໃນເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຟັງການເຜີຍແຜ່ຄຳສັ່ງ ສະບັບເລກທີ 21/ບຊ, ຄຳສັ່ງເລກທີ 20/ນຍ ວ່າດ້ວຍການກວດກາ ແລະ ປະຕິບັດມາດຕະການຕໍ່ຜູ້ນຳເຂົ້າ ແລະ ນຳໃຊ້ພາຫະນະທຸກປະເພດບໍ່ຖຶກຕ້ອງ, ຄຳສັ່ງເລກທີ 24/ນຍ ວ່າດ້ວຍການສັກຢາປ້ອງກັນພະຍາດໂຄວິດ-19, ພ້ອມນັ້ນຍັງຜ່ານບົດສະຫຼູບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນປະຈຳປີ 2021 ແລະ ແລະ ທິດທາງແຜນປະຈຳເດືອນມັງກອນ ປີ 2022 ຂອງເມືອງໄຊຈໍາພອນ.

1 ປີຜ່ານມາ ການພັດທະນາເສດຖະກິດ ຕິດພັນກັບແກ້ໄຂຄວາມທຸກຍາກ ໄດ້ຊຸກຍູ້ສົ່ງເສີມການຜະລິດ ໂດຍຂະຫຍາຍເນື້ອທີ່ປູກພຶດລະດູແລ້ງທົ່ວເມືອງ 377 ຮຕ, ຜົນການຜະລິດໄດ້ 2,259 ໂຕ່ນ, ເສຍຫາຍຈາກໄພແຫ້ງແລ້ງ 57 ຮຕ, ເສຍຫາຍຈາກສັດຕູພຶດທໍາລາຍ 16 ຮຕ, ທຽບໃສ່ແຜນປີບໍ່ບັນລຸ 14%, ຊຸກຍູ້ສົ່ງເສີມປະຊາຊົນປູກຜັກໃນເຮືອນຫົ່ມ, ເຮັດຝຸ່ນບົ່ມ ແລະ ໄດ້ຈັດຝຶກອົບຮົມເຕັກນິກການລ້ຽງສັດປິກ.

ວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19 ໃນປະຈຸບັນ ເມືອງໄຊຈຳພອນ ມີຜູ້ຕິດເຊື້ອ 46 ຄົນ, ຍິງ 17 ຄົນ ປີ່ນປົວດີແລ້ວ 29 ຄົນ, ຍິງ 12 ຄົນ, ເຂົ້າສູນກັກໂຕທັງໝົດ 109 ຄົນ, ກັກກັນບໍລິເວນຢູ່ເຮືອນ 520 ຄົນ, ລົງໃຫ້ວັກຊີນຕ້ານໂຄວິດ19 ທົ່ວເມືອງທຽບໃສ່ເປົ້າໝາຍປະຕິບັດໄດ້ 70,82% ແລະ ທຽບໃສ່ປະຊາກອນປະຕິບັດໄດ້ 50,51%.

ທ່ານປະທານ ໄດ້ຊີ້ນຳ ໂດຍເນັ້ນໜັກໃຫ້ຫ້ອງການອ້ອມຂ້າງເມືອງ ເອົາໃຈໃສ່ສຶກສາອົບຮົບການເມືອງແນວຄິດ ໃຫ້ພະນັກງານຂອງຕົນ, ຫັນລົງສູ່ຮາກຖານໃຫ້ທົ່ວເຖິງ ແລະ ເລິກເຊີ່ງ ເພື່ອເຮັດໃຫ້ພະນັກງານ ແລະ ພໍ່ແມ່ປະຊາຊົນ ມີເເນວຄິດໜັກແໜ້ນ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເຄົາລົບລະບຽບກົດໝາຍຂອງລັດ, ປະກອບສ່ວນເຂົ້າໃນການເເກ້ໄຂບັນຫາປະກົດການຫຍໍ້ທໍ້ໃນຂົງເຂດຕົນເອງ ແລະ ສັງຄົມໃຫ້ນັບມື້ນັບຫລຸດລົງ.

About admin11