ກອງປະຊຸມວາງແຜນຍົກຍ້າຍ 10 ຫ້ອງການໄປເມືອງໃໝ່ນ້ຳອ້ອນ

ໃນຕອນເຊົ້າຂອງວັນທີ 17 ທັນວາ 2020 ຢູ່ທີ່ຫ້ອງປະຊຸມໃຫຍ່ ຊັ້ນ II ຫ້ອງວ່າການເມືອງໄຊຈໍາພອນ ໄດ້ຈັດກອງປະຊຸມວ່າດ້ວຍການຍົກຍ້າຍ 10 ຫ້ອງການ ອອກໄປເມືອງໃໝ່ນ້ຳອ້ອນ ພາຍໃຕ້ການເປັນປະທານ ຂອງ ທ່ານ ອຸດົມ ໄຊຍວນຕາ ຮອງເລຂາພັກເມືອງ.

ໃນກອງປະຊຸມ ແຕ່ລະພາກສ່ວນໄດ້ມີການປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ ພ້ອມໄດ້ສະເໜີແຜນການຍົກຍ້າຍ, ໂດຍໄດ້ກຳນົດເອົາວັນເວລາຍົກຍ້າຍຂອງກົມກອງຫ້ອງການຕົນເອງ ເຊີ່ງຈະໄດ້ເລີ່ມແຕ່ວັນທີ່ 21 ທັນວາ 2020 ເປັນຕົ້ນໄປ ຄາດວ່າຈະເຄື່ອນຍ້າຍສໍາເລັດໃນທ້າຍເດືອນທັນວາ 2020 ນີ້.

ຕອນທ້າຍກອງປະຊຸມ ໄດ້ຮັບຟັງການໂອ້ລົມຂອງທ່ານ ປະທານ ເຊີ່ງທ່ານ ໄດ້ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງ ໃຫ້ມີແນວຄິດເອກະພາບກັນ ພ້ອມມອບໃຫ້ຫ້ອງການໂຍທາທິການ ແລະ ຂົນສົ່ງ ກວດກາດ້ານເສັ້ນທາງ ແລະ ນ້ຳປະປາໃຫ້ໄດ້ນຳໃຊ້, ຫ້ອງການໄຟຟ້າໃຫ້ກວດກາລະບົບຂອງຫ້ອງການ ແລະ ອາຄານຢູ່ເມືອງໃໝ່, ຫ້ອງວ່າການເມືອງເປັນໃຈກາງໃນການຈັດແບ່ງຫ້ອງການ ແລະ ທີ່ພັກເຊົາ ໃຫ້ພ້ອມຮັບພະນັກງານຍົກຍ້າຍຄັ້ງນີ້.

 

About admin11