ກອງປະຊຸມພົບແລກປ່ຽນບົດຮຽນ ລະຫວ່າງ ທະຫານແຂວງບໍລິຄຳໄຊ ແລະ ທະຫານແຂວງຮ່າຕິ້ງ

ໃນວັນທີ 20 ພຶດສະພາ 2023 ຢູ່ຫ້ອງປະຊຸມກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມພົບແລກປ່ຽນບົດຮຽນລະຫວ່າງ ກອງບັນຊາການທະຫານແຂວງບໍລິຄຳໄຊ ສປປ ລາວ ແລະ ກອງບັນຊາການທະຫານຮ່າຕິ້ງ ສສ ຫວຽດນາມ, ກອງບັນຊາການທະຫານແຂວງບໍລິຄຳໄຊ ນຳໂດຍ ສະຫາຍ ພັອ ຄໍາແດງ ແພງພົງພັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ ສປປ ລາວ ແລະ ແຂວງຮ່າຕິ້ງ ນໍາໂດຍ ສະຫາຍ ພັອ ຫວໍກວາງທ່ຽນ ຫົວໜ້າການເມືອງກອງບັນຊາການທະຫານແຂວງຮ່າຕິ້ງ ສສ ຫວຽດນາມ ມີຄະນະທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມ ສອງຝ່າຍໄດ້ພ້ອມກັນທົບທວນຄືນການຈັດຕັ້ງປະຕິບັດວຽກງານ ແລະ ການຮ່ວມມືໃນໄລຍະຜ່ານມາ ເປັນຕົ້ນແມ່ນໃນປີ 2023 ທັງສອງຝ່າຍໄດ້ແລກປ່ຽນບັນດາຂໍ້ມູນຂ່າວສານຢ່າງຕໍ່ເນື່ອງ ກ່ຽວກັບສະພາບເຄື່ອນໄຫວຕ້ານບັນດາອິດທິກໍາລັງປໍລະປັກ, ຮ່ວມມືດ້ານການຄ້າຂາຍເຖື່ອນຜ່ານຊາຍແດນ, ປະກອບສ່ວນຮັກສາຄວາມສະຫງົບທາງດ້ານການເມືອງ, ຮັກສາເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ມີຄວາມສະຫງົບ ແລະ ຂະຫຍາຍຕົວ, ເກັບກໍາຂໍ້ມູນ ແລະ ຂຸດຄົນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະລະຊີວິດໃນປາງສົງຄາມຢູ່ລາວ ໄດ້ 9 ຮ່າງ, ສໍາເລັດການກໍ່ສ້າງໂຮງໝໍທະຫານແຂວງ ມູນຄ່າ 8,3 ຕື້ດົງ ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກແຂວງຮ່າຕິ້ງ, ພ້ອມນັ້ນທັງສອງຝ່າຍ ຍັງໄດ້ຊ່ວຍເຫຼືອກັນໃນການພັດທະນາບຸກຄະລາກອນ, ເຄື່ອນໄຫວຢ້າມຢາມ ແລະ ເຮັດວຽກຮ່ວມກັນ ຢ່າງລຽນຕິດ ປັບປຸງຮັດແໜ້ນຄວາມສາມັກຄີ ທີ່ມີມູນເຊື້ອມິດຕະພາບແບບພິເສດ ລະຫວ່າງສອງປະເທດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນສອງແຂວງບໍລິຄໍາໄຊ-ຮ່າຕີ້ງ ພິເສດແມ່ນປະຊາຊົນ ແລະ ກໍາລັງປະກອບອາວຸດທ້ອງຖິ່ນ ທີ່ມີເສັ້ນຊາຍແດນຕິດຈອດກັນ.

ຈາກນັ້ນສອງຝ່າຍຍັງໄດ້ມີການປະກອບສ່ວນແລກປ່ຽນຄຳເຫັນເຊີ່ງກັນ ແລະ ກັນ ແລະ ເປັນເອກະພາບກັນ ໃນຫຼາຍເນື້ອໃນສຳຄັນ ເປັນຕົ້ນແມ່ນສອງຝ່າຍສືບຕໍ່ ແລກປ່ຽນບັນດາຂໍ້ມູນຂ່າວສານກັນເປັນປະຈຳ ກ່ຽວກັບວຽກງານຕ່າງໆ, ສືບຕໍ່ປະສານສົບທົບ ອຳນວຍຄວາມສະດວກ ຊ່ວຍເຫຼືອໜ່ວຍງານຂຸດຄົ້ນອັດຖິ ຂອງກອງບັນຊາການທະຫານແຂວງຮ່າຕິ້ງ, ຊ່ວຍເຫຼືອປະກອບວັດຖຸອຸປະກອນການແພດ ໃຫ້ໂຮງໝໍທະຫານແຂວງບໍລິຄຳໄຊ, ເຫັນດີຊ່ວຍເຫຼືອພັດທະນາຍົກລະດັບ ໃນດ້ານເຕັກນິກ, ຄວາມຮູ້ວິຊາສະເພາະ ໃຫ້ພະນັກງານກອງບັນຊາການທະຫານແຂວງບໍລິຄຳໄຊ ແລະ ວຽກງານດ້ານຕ່າງໆ.

ຫຼັງຈາກນັ້ນ ທັງສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາຮ່ວມກັນ ຝ່າຍກອງບັນຊາການທະຫານແຂວງບໍລິຄຳໄຊ ສປປ ລາວ ລົງນາມໂດຍ ສະຫາຍ ພັອ ຄໍາແດງ ແພງພົງພັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ ແລະ ຝ່າຍກອງບັນຊາການທະຫານແຂວງຮ່າຕິງ ສສ ຫວຽດນາມ ລົງນາມໂດຍ ສະຫາຍ ພັອ ຫວໍກວາງທ່ຽນ ຫົວໜ້າການເມືອງກອງບັນຊາການທະຫານແຂວງຮ່າຕີ້ງ ໂດຍມີຄະນະທັງສອງຝ່າຍຮ່ວມເປັນສັກຂີພິຍານ.

ພ້ອມນັ້ນ ຍັງໄດ້ມີພິທີມອບໃບຍ້ອງຍໍຂັ້ນກອງບັນຊາການທະຫານແຂວງບໍລິຄຳໄຊ ໃຫ້ພະນັກງານວິຊາການ 14 ສະຫາຍ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນຊອກຫາ ແລະ ຂຸດຄົ້ນຫາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະລະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ ປີ 2022-2023 ໃຫ້ກຽດມອບໂດຍ ສະຫາຍ ພັອ ຄໍາແດງ ແພງພົງພັນ ຮອງເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ.

About admins14