ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ລັດຖະມົນຕີກະຊວງ ອຄ ກັບ ການນຳແຂວງບໍລິຄຳໄຊ

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກັບ ການນຳແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕ້ອນເຊົ້າຂອງວັນທີ 15 ມີນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ນາງ ເຂັມມະນີ ພົນເສນາ ກຳມະການສູນກາງພັກ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄໍາໄຊ, ມີການນຳແຂວງ, ຫົວໜ້າ-ຮອງຫົວໜ້າພະແນກ, ຫົວໜ້າຫ້ອງການ ອຄ ເມືອງ, ຜູ້ປະກອບການທຸລະກິດ ແລະ ພະນັກງານວິຊາການພາຍໃນພະແນກ ເຂົ້າຮ່ວມ.

ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກ ອຄ ແຂວງ ໄດ້ລາຍງານສະພາບລວມໂດຍຫຍໍ້  ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາວ່າ: ປະຈຸບັນ ມີຫົວໜ່ວຍອຸດສາຫະກຳຂະໜາດຕ່າງໆ 2.241 ຫົວໜ່ວຍ ຂະໜາດໃຫຍ່ກວມເອົາ 2,18%, ຂະໜາດກາງ 2,05% ແລະ ຂະໜາດນ້ອຍ 95,76%, ພົ້ນເດັ່ນກວ່າໝູ່ແມ່ນ ໂຮງງານຜະລິດໝໍ້ແປງໄຟຟ້າ ຍີ່ຫໍ້ SK ເຊິ່ງເປັນຜະລິດຕະພັນໃໝ່ຂອງແຂວງບໍລິຄໍາໄຊ ແລະ ໂຮງງານປະກອບເສື່ອນອນ, ນອກນັ້ນ ຍັງມີໂຮງງານປຸງແຕ່ງຢາງພາລາ, ປຸງແຕ່ງແປ້ງມັນຕົ້ນ, ໂຮງງານໄມ້ອັດ, ໂຮງງານປະກອບລົດຈັກ ແລະ ໂຮງງານອື່ນໆອີກ.

ທ່ານຍັງລາຍງານອີກວ່າ ປີຜ່ານມາ ມີຜະລິດຕະພັນສົ່ງອອກ ແລະ ຮັບໃຊ້ພາຍໃນ ຄິດເປັນມູນຄ່າ 41 ລ້ານກວ່າໂດລາສະຫະລັດ ເດັ່ນກວ່າໝູ່ແມ່ນຢາງພາລາ 23 ລ້ານກວ່າໂດລາສະຫະລັດ, ມີຫົວໜ່ວຍໂອດອບ 10 ຫົວໜ່ວຍ ແລະ ສາມາດສ້າງລາຍຮັບຈາກການຂາຍຜະລິດຕະພັນສິນຄ້າຂອງຕົນໄດ້ 300 ລ້ານກວ່າກີບ, ມີຕະຫຼາດ 28 ແຫ່ງ, ຕະຫຼາດໃຫຍ່ 1 ແຫ່ງ, ກາງ 8 ແຫ່ງ ແລະ ນ້ອຍ 19 ແຫ່ງ, ຕົວເລກຈະລາຈອນຂາຍຍ່ອຍທັງໝົດ 100 ຕື້ກ່ວາກີບຕໍ່ປີ, ມູນຄ່າການສົ່ງອອກ 78,12 ລ້ານໂດລາສະຫະລັດ, ສົ່ງອອກຫຼາຍກວ່າໝູ່ແມ່ນມັນຕົ້ນ, ຢາງພາລາ ແລະ ແຮ່ທາດຈຳນວນໜຶ່ງ, ມູນຄ່າການນຳເຂົ້າ 311,5 ລ້ານໂດລາ ສິນຄ້ານຳເຂົ້າແມ່ນນຳມັນເຊື້ອໄຟ, ເຄື່ອງໃຊ້ໄຟຟ້າ, ເຄື່ອງເຂົ້າມາຮັບໃຊ້ໂຄງການ ແລະ ເຄື່ອງອຸປະໂພກຈຳນວນໜຶ່ງ ແລະ ມູນຄ່າສິນຄ້າຜ່ານແດນ 169,16 ລ້ານໂດລາສະຫະລັດ.

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ ກ່າວຊີ້ນຳບາງຕອນວ່າ: ເພື່ອເຮັດໃຫ້ວຽກງານອຸດສາຫະກຳ – ການຄ້າແຂວງ ສາມາດປະຕິບັດໃຫ້ເກີດຜົນໄດ້ ຕ້ອງໃຫ້ແຜນງານຂອງຕົນສອດຄ່ອງກັບແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ 5 ປີ 2021-2025 ຂອງຂະແໜງ ອຄ ຄື: ແຜນງານການເຊື່ອມໂຍງ ແລະ ເຊື່ອມຈອດເສດຖະກິດກັບພາກພື້ນ ແລະ ສາກົນ ຊຶ່ງເປັນແຜນງານເກົ່າ ທີ່ຈະສືບຕໍ່ໃນ 5 ປີຕໍ່ໄປ, ສົ່ງເສີມການພັດທະນາອຸດສາຫະກຳ ແລະ ການຜະລິດເປັນສິນຄ້າ ຕິດພັນກັບຕະຫຼາດ ພ້ອມໃຫ້ຕິດພັນກັບຄວາມຕ້ອງການຂອງຕະຫຼາດ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ພາກທຸລະກິດ ທີ່ແມ່ນແຜນງານສືບຕໍ່ຈາກແຜນເກົ່າຂອງຂະແໜງ ອຄ, ສົ່ງເສີມ ແລະ ພັດທະນາການຄ້າໃຫ້ກ້າວທັນກັບສະພາບການໃໝ່ ເນັ້ນໃສ່ການຫັນເປັນທັນສະໄໝ ແລະ ນຳໃຊ້ເຕັກໂນໂລຊີເຂົ້າໃນວຽກງານການຄ້າໃຫ້ສ້າງຜົນປະໂຫຍດສູງສຸດ, ເພີ່ມປະສິດທິພາບການຄຸ້ມຄອງມະຫາພາກ, ການແບ່ງຂັ້ນຄຸ້ມຄອງກັບທ້ອງຖິ່ນ, ການນຳພາການຈັດຕັ້ງທຸລະກິດ ແລະ ຫົວໜ່າຍທຸລະກິດ ທີ່ຂຶ້ນກັບກະຊວງ ທີ່ຕິດພັນໂດຍກົງກັບວຽກງານ 3 ສ້າງ.

About admins16