ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງນັກສຶກສາສະຖາບັນການເມືອງ – ການປົກຄອງແຫ່ງຊາດ ກັບອົງການປົກຄອງ ເມືອງຄຳເກີດ

ໃນວັນທີ 22 ພະຈິກ 2022 ຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງຄຳເກີດ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງນັກສຶກສາຄົ້ນຄວ້າ ປະລິນຍາໂທ ຮຸ່ນ 17 ສາຍການເມືອງວິທະຍາ ສະຖາບັນການເມືອງ – ການປົກຄອງແຫ່ງຊາດ ກັບອົງການປົກຄອງ ເມືອງຄໍາເກີດ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ ພ້ອມດ້ວຍຄະນະ ແລະ ທ່ານ ແສງແກ້ວ ວົງລໍາພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ພ້ອມດ້ວຍຄະນະ ແລະ ນັກສຶກສາຄົ້ນຄວ້າ ປະລິນຍາໂທ ຮຸ່ນ 17 ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມ.

ໃນພິທີ ທ່ານ ເພັດສະໃໝ ໄຊຍະທິຈັກ ໄດ້ກ່າວຕ້ອນຮັບ ແລະ ລາຍງານສະພາບຈຸດພິເສດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງວ່າ ເມືອງຄຳເກີດຕັ້ງຢູ່ທິດຕາເວັນອອກສ່ຽງໃຕ້ຂອງແຂວງບໍລິຄຳໄຊ, ຫ່າງຈາກເທດສະບານແຂວງປະມານ 185 ກິໂລແມັດ, ມີເນື້ອທີ່ຄຸ້ມຄອງທັງໝົດ 2.510 ກິໂລຕາແມັດ, ເປັນເຂດພູດອຍກວມ 2/3 ຂອງ ເນື້ອທີ່ທັງໝົດ, ມີຊາຍແດນຕິດກັບເມືອງວຽງທອງ, ເມືອງໄຊຈຳພອນ ແລະ ຕ່າງແຂວງຕິດກັບເມືອງຄູນຄໍາ, ເມືອງນາກາຍ ແຂວງຄຳມ່ວນ, ຕ່າງປະເທດຕິດກັບເມືອງເຮືອງເຊີນ, ເມືອງວູ່ກວາງ ນະຄອນຮ່າຕິ່ງ ສ.ສ ຫວຽດນາມ, ປະກອບມີ 62 ບ້ານ, 14.695 ຄອບຄົວ, ພົນລະເມືອງ 75.547 ຄົນ, ຍິງ 37 378 ຄົນ, ໃນນັ້ນ ເຜົ່າລາວ ກວມ 28,83%, ເຜົ່າມົ້ງ 27,97%, ເຜົ່າໄຕ 35,2%, ເຜົ່າຜູ້ໄທ 12,9%, ເຜົ່າ ກຶມມຸ 2,2%, ເຜົ່າແຊກ 1,24% ແລະ ເຜົ່າອື່ນ ກວມ 0,76%, ມີບ້ານພັດທະນາ 47 ບ້ານ ກວມ 75,8%, ມີຄອບຄົວພັດທະນາ 11.433 ຄອບຄົວ ກວມ 77,8%. ມີຄອບຄົວພົ້ນທຸກ ກວມ 99,55% ຂອງຈໍານວນຄອບຄົວທັງໝົດ, ຍັງເຫຼືອຄອບຄົວອານາຖາ 11 ຄອບຄົວ, ສ່ວນຫຼາຍປະຊາຊົນອາຊີບແມ່ນຖືເອົາການຜະລິດກະສິກຳເປັນຫຼັກ.

ຈາກນັ້ນ ກໍ່ໄດ້ສົນທະນາແລກປ່ຽນບົດຮຽນຢ່າງກົງໄປກົງມາ ເປັນຕົ້ນແມ່ນ ວຽກງານການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ການຄຸ້ມຄອງ ແລະ ແກ້ໄຂບັນຫາເຜົ່າ, ສາສະຫນາ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການສະກັດກັ້ນ ແລະ ແກ້ໄຂບັນດາຫາຢາເສບຕິດ ແລະ ບັນຫາອຶ່ນໆ ທີ່ປີ່ນອ້ອມ.

About admins14