ກອງປະຊຸມພົບປະແລກປ່ຽນບົດຮຽນ 3 ເມືອງ 2 ແຂວງ

ກອງປະຊຸມພົບປະແລກປ່ຽນບົດຮຽນ 2 ແຂວງ 3 ເມືອງ ຄື: ລະຫວ່າງເມືອງປາກກະດິງ ແຂວງບໍລິຄຳໄຊ ແລະ ເມືອງຄູນຄຳ, ເມືອງຫີນບູນ ແຂວງຄຳມ່ວນ ໄດ້ຈັດຂື້ນເປັນຄັ້ງທີ 1 ໃນຕອນບ່າຍວັນທີ 30 ກັນຍາ 2022 ຢູ່ສະໂມສອນ ໂຮງຮຽນ ມສ ວຽງຄຳ ເມືອງປາກກະດິງ. ຝ່າຍເມືອງປາກກະດິງ ນຳພາໂດຍທ່ານ ພູເຂົາເງີນ ອິນທະວົງ ເຈົ້າເມືອງປາກກະດິງ, ຝ່າຍເມືອງຄູນຄຳ ນຳພາໂດຍທ່ານ ແກ້ວວິໄລ ໄຊຍະບຸດ ເຈົ້າເມືອງຄູນຄຳ ແລະ ເມືອງຫີນບູນ ນຳພາໂດຍທ່ານ ຄຳສິງ ອໍລະວັນ ເຈົ້າເມືອງຫີນບູນ, ມີບັນດາຄະນະພັກ – ຄະນະນຳ ພ້ອມດ້ວຍຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ກຳລັງ ປກຊ – ປກສ ຂອງແຕ່ລະເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ຄະນະນຳຂອງແຕ່ລະເມືອງ ໄດ້ພັດປ່ຽນກັນສະເໜີຫຍໍ້ສະພາບລວມ ແລະ ຈຸດພິເສດຂອງເມືອງຕົນ ພ້ອມທັງໝາກຜົນຂອງການຈັດຕັ້ງປະຕິບັດວຽກງານຮອບດ້ານ ເພື່ອແລກປ່ຽນຖອດຖອນບົດຮຽນຮ່ວມກັນ,  ແຕ່ລະເມືອງກໍ່ຍັງໄດ້ຮັບເອົາຄຳສະເໜີ – ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໄປຄົ້ນຄ້ວາ ແນໃສ່ເຮັດໃຫ້ການປະສານງານວຽກງານແຕ່ລະດ້ານຮ່ວມກັນໃຫ້ມີຄວາມສະດວກ, ວ່ອງໄວ ແລະ ໄດ້ຮັບຜົນດີ.

ການພົບປະກັນຄັ້ງນີ້, ຍັງໄດ້ເປັນຂີດໝາຍສຳຄັນເປັນຢ່າງຍິ່ງ ເປັນການເຊື່ອມສຳພັນທະໄມຕີຈິດມິດຕະພາບ ແລະ ຮັດແໜ້ນຄວາມສາມັກຄີລະຫວ່າງ 3 ເມືອງ 2 ແຂວງ.

About admins16