ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງປາກກະດິງ

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງປາກກະດິງ ແຂວງບໍລິຄຳໄຊ ປະຈໍາສົກຮຽນ 2021 – 2022 ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 15 – 16 ກັນຍາ 2022 ຢູ່ຫ້ອງປະຊຸມກຸ່ມເສດຖະກິດຂອງເມືອງ ພາຍໄຕ້ການເປັນປະທານຂອງ ທ່ານ ເພັງ ເພີນຈິດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນຍັງ ອຸ່ນຊຽງໃຫມ່ ຮອງເຈົ້າເມືອງປາກກະດິງ ແລະ ທ່ານ ສີທາ ແກ້ວດາລາວົງ ຄະນະພະແນກສຶກສາທິການ ແລະ ກິລາແຂວງ, ມີຫົວໜ້າຫ້ອງການ, ຫົວໜ້າກອງບັນຊາການ ປກຊ – ປກສ ພ້ອມດ້ວຍຜູ້ອຳນວຍການໂຮງຮຽນອະນຸບານ – ປະຖົມ ແລະ ມັດທະຍົມສຶກສາຕອນຕົ້ນ – ຕອນປາຍ ເຂົ້າຮ່ວມ.

ທ່ານ ສຸພັດ ໄວຍະພັນ ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານການສຶກສາ ແລະ ກິລາ ປະຈຳສົກຮຽນ 2021 – 2022 ຜ່ານການຊີ້ນຳ – ນຳພາຂອງຄະນະບໍລິຫານການສຶກສາ, ໂດຍໄດ້ຮັບການຊີ້ນຳຈາກຂັ້ນເທີງ ສະແດງໃຫ້ເຫັນໄດ້ໃນ 15 ຄາດໝາຍຫຼັກທີ່ກຳນົດໄວ້, ມີ 12 ຄາດໝາຍທີ່ສາມາດບັນລຸໄດ້ຕາມແຜນ, ມີ 2 ຄາດໝາຍທີ່ມີຄວາມກ້າວໜ້າແຕ່ບໍ່ສາມາດບັນລຸ ແລະ 1 ຄາດໝາຍທີ່ບໍ່ມີຄວາມກ້າວໜ້າ ແລະ ທົດຖອຍ ເຊີ່ງເປັນບັນຫາທີ່ຍັງຄົງຄ້າງ ໂດຍສະເພາະແມ່ນ ການປະລະ ແລະ ອັດຕາເຂົ້າຮຽນ ຍັງບໍ່ບັນລຸຄາດໝາຍ, ຜົນຈາກການຮຽນພາສາລາວ ແລະ ຄະນິດສາດຂອງນັກຮຽນຊັ້ນປະຖົມ ແລະ ມັດທະຍົມຈຳນວນໜຶ່ງຍັງຕ່ຳ ແລະ ຍັງໄດ້ຜ່ານບູລິມະສິດຄາດໝາຍຫຼັກສຳລັບສົກຮຽນ 2022 – 2023.

ບັນດາທ່ານທີ່ເຂົ້້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ – ທິດທາງແຜນການຢ່າງກົງໄປກົງມາໂດຍຍົກເອົາບັນຫຍຸ້ງຍາກທີ່ພົບເຫັນຕົວຈິງ ປຶກສາຫາລືແລກປ່ຽນບົດຮຽນຮ່ວມກັນ ແລະ ລາຍງານຕາມຄຳຖາມເຈາະຈີ້ມ ໂດຍສະເພາະແມ່ນ: ການບຳລຸງນັກຮຽນອ່ອນ, ການແກ້ໄຂບັນຫາຄວາມຮັບຜິດຊອບການແຕ່ງບົດສອນ, ການນຳໃຊ້ປື້ມຄູ່ມື ແລະ ອື່ນໆ.

About admins14