ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງ ບໍລິຄໍາໄຊ ປະຈໍາສົກຮຽນ 2021 – 2022

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງ ບໍລິຄໍາໄຊ ປະຈໍາສົກຮຽນ 2021 – 2022 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 25 ສິງຫາ 2022 ຢູ່ທີຫ້ອງປະຊຸມ ຫ້ອງວ່າການເມືອງ ທ່າພະບາດ ພາຍໃຕ້ການເປັນປະທານຂອງທ່ານ ລົມ ແພງສຸກ ກໍາມະການພັກແຂວງ ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ. ໃຫ້ກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີທ່ານ ຮສ ປອ ພຸດ ສິມມະລາວົງ ກໍາມະການສູນກາງພັກ ລັດຖະມົນຕິ ກະຊ່ວງສຶກສາທິການ ແລະ ກິລາ, ມີເຈົ້າເມືອງທ່າພະບາດ, ຕ່າງໜ້າຈາກກົມ, ເມືອງ ແລະ ຜູ້ບໍລິຫານການສຶກສາທົ່ວແຂວງ ເຂົ້າຮ່ວມ.

ຜ່ານການຈັດຕັ້ງປະຕິບັດ ແຜນພັດທະນາ ຂະແໜງການສຶກສາ ແລະ ກິລາ ປະຈໍາສົກຮຽນ 2021 – 2022 ສະແດງໃຫ້ເຫັນໃນຈໍານວນ 15 ຄາດໝາຍຫລັກ ທີ່ກໍານົດໄວ້ໃນແຜນປີຜ່ານມາທີສະພາປະຊາຊົນຂັ້ນແຂວງຮັບຮອງ ມີ 8 ຄາດໝາຍທີສາມາດບັນລຸໄດ້ຕາມແຜນ. 3 ຄາດໝາຍທີ່ມີຄວາມກ້າວໜ້າແຕ່ບໍສາມາດບັນລຸ ແລະ 4 ຄາດໝາຍທີ່ບໍມີຄວາມກ້າວໜ້າ ແລະ ທົດຖອຍ. ສະແດງອອກຄື ອັດຕານັກຮຽນເຂົ້າໃໝ່ສຸດທີ ປ 1 ເພີ່ມຂຶ້ນຈາກ 98,4 % ມາເປັນ 98,6 %. ອັດຕາການເລື່ອນຊັ້ນ ປ 5 ຂຶ້ນ ມ 1 ເພີ່ມຈາກ 83,9% ມາເປັນ 85,7 %. ດັດສະນີຄວາມສະເໝີພາບຍິງ – ຊາຍ ອັດຕາການເລື່ອນຊັ້ນ ປ 5 – ມ 1 ບັນລຸ 1.03. ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນ ໃຫ້ໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບ.ບັນລຸໄດ້ 1.430 ຄົນ. ສູ້ຊົນຈໍານວນເມືອງທີ່ບັນລຸດັດສະນີຄວາມສໍາພັນລະຫວ່າງຄູ ແລະ ນັກຮຽນ ສາມາດບັນລຸໄດ້ທົ່ວແຂວງ ໄດ້ສົ່ງເສີມໃຫ້ນັກຮຽນທີ່ຈົບມັດທະຍົມຕົ້ນ ແລະ ມັດທະຍົມຕອນປາຍ ເຂົ້າຮຽນໃນໂຮງຮຽນເຕັກນິກວິຊາຊີບຂອງແຂວງ ສາມາດບັນລຸໄດ້ 193 ຄົນ. ມີນັກຮຽນທີ່ຈົບມັດທະຍົມພາຍໃນແຂວງ ໄດ້ສຶບຕໍ່ຮຽນໃນລະດັບມະຫາວິທະຍາໄລທັງພາຍໃນ ແລະ ຕ່າງປະເທດ ສາມາດບັນລຸໄດ້ 406 ຄົນ. ພ້ອມທັງສົ່ງເສີມມວນຊົນທຸກເພດ, ທຸກໄວ ເຂົ້າຮ່ວມການຫັດກາຍຍະບໍລິຫານ ການອອກກໍາລັງກາຍ ແລະ ຫຼິ້ນກິລາເພຶ່ອສຸຂະພາບ ແລະ ອື່ນໆ ເຊິງປະຕິບັດໄດ້ 33 ກວ່າ %. ນອກຈາກນີ້ ອັດຕາປະລະການຮຽນຂອງນັກຮຽນ ປ1 ຫຼຸດຈາກ 5,7% ມາເປັນ 5.6 %.

ອັດຕາຈົບຊັ້ນປະຖົມ ເພີ່ມຂຶ້ນຈາກ 94,3% ມາເປັນ 94,5 %. ອັດຕາປະລະການຮຽນຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນ ຫຼຸດຈາກ 14,7 ມາເປັນ 11,9%. ອັດຕາເຂົ້າຮຽນຂອງເດັກ 5 ປີ ໃນຊັ້ນການສຶກສາກ່ອນໄວ້ຮຽນ ສະເລ່ຍໃນທົ່ວແຂວງ ຫຼຸດຈາກ 83,4% ມາເປັນ 77.4% ອັດຕາເຂົ້າຮຽນໃໝ່ລວມ ປ5 ຫຼຸດຈາກ 99.5 ມາເປັນ 98,7% ອັດຕາປະລະຂອງນັກຮຽນຊັ້ນປະຖົມ ເພີ່ມຈາກ 1.7% ມາເປັນ 3 %ແລະ ອັດຕາເຂົ້າຮຽນໃໝ່ລວມ ມ 4 ຫຼຸດຈາກ 70.6% ມາເປັນ 64.3%. ນອກຈາກນີ້ ການຈັດຕັ້ງປະຕິບັດວຍກງານການສຶກສານອກໂຮງຮຽນ ໄດ້ຈັດຕັ້ງການຮຽນ – ການສອນບໍາລຸງຊັ້ນປະຖົມລະດັບ 3 ໃຫ້ກຸ່ມເປົ້າໝາຍ ໃນເກນອາຍຸ 15 – 40ປີ ຢູ່ 5 ເມືອງ ເຊິງມີຜູ້ເຂົ້າຮຽນທັງໝົດ 295 ຄົນ ຍິງ 170 ຄົນ. ໄດ້ບໍາລຸງຊັ້ນມັດທະຍົມສຶກສາຕອນຕົ້ນ ເຊິງມີຜູ້ເຂົ້າຮຽນທັງໝົດ 782 ຄົນ ຍິງ 347 ຄົນ. ໄດ້ບໍາລຸງຊັ້ນມັດທະຍົມສຶກສາຕອນປາຍ ເຊິງມີຜູ້ຮຽນທັງໝົດ 47 ຍິງ 11 ຄົນ. ໃນນັ້ນ ມ 6 ມີ 5 ຄົນ. ມ7 ມີ 42 ຄົນ ຍິງ 11 ຄົນ. ພ້ອມນັ້ນຍັງໄດ້ຈັດຝຶກອົບຮົມວິຊາຊີບຂັ້ນພື້ນຖານ ໃຫ້ກຸ່ມເປົ້າໝາຍ ທີ່ພາດໂອກາດເຂົ້າຮຽນ ໃນສາຍສາມັນ ສາຂາວິຊາຕ່າງໆ ຈໍານວນທັງໝົດ 312 ຄົນ ຍິງ 235 ຄົນ. ເອົາໃຈໃສ່ຜະລິດສິ້ນຄ້າ ແລະ ຂຶ້ນທະບຽນສິ້ນຄ້າ ໂອດ໋ອບຂອງເມືອງ ເປັນຕົ້ນແມ່ນ ເຫຼົ້າໄຫຫອມກາຂົວນໍ້າກະດິງ ຂອງສູນການສຶກສານອກໂຮງຮຽນ ເມືອງ ປາກກະດິງ.

ພ້ອມນີ້ໃນວາລະດໍາເນີນກອງປະຊຸມດັ່ງກ່າວ ບັນດາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ 7 ເມືອງ ຕະຫຼອດຮອດຄະນະຊີ້ນໍາວຽກງານການສຶກສາຂັ້ນແຂວງ – ພະແນກການ ກໍາລັງ ປກຊ – ປກສ ແລະ ຜູ້ຕ່າງໜ້າ ສະພາປະຊາຊົນແຂວງ ຍັງໄດ້ຜັດປ່ຽນກັບ ປະກອບຄໍາຄິດເຫັນ ຕໍ່ກັບການຈັດຕັ້ງປະຕິບັດວຽກງານໃນດ້ານຕ່າງໆ ຮ່ວມກັນ ຕາມຄວາມຮັບຜິດຊອບຂອງຕົນ ຢ່າງກົງໄປກົງມາ ຕາມຄໍາຖາມເຈາະຈິ້ມຂອງທ່ານປະທານກອງປະຊຸມ. ທັງນີ້ ກໍ່ເພຶ່ອເປັນການຮັບຟັງການອະທີບາຍ ຊີ້ແຈງ ຕໍກັບຄະນະຮັບຜິດຊອບວຽກງານທີກ່ຽວຂ້ອງ ທັງນີ້ກໍ່ເພຶ່ອແນ່ໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າມີຄວາມຖືກຕ້ອງສອດຄ່ອງ ສາມາດບັນລຸຕາມທິດທາງແຜນການທີວາງໄວ້ ກອງປະຊຸມຄັ້ງນີ້ ແມ່ນຈະດໍາເນີນໄປເປັນສອງວັນເຕັມຈຶງຈະສໍາເລັດ.

About admins14