ກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວແຂວງບໍລິຄຳໄຊ ປະຈຳປີ 2021

ກອງປະຊຸມຜູ້ບໍລິຫານການສຶກສາທົ່ວແຂວງບໍລິຄຳໄຊ ປະຈຳປີ 2021 ຮູບແບບທາງໄກ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ກັນຍາ 2021 ຢູ່ຫ້ອງປະຊຸມສູນໄອຊີທີ ( ICT ) ແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ລົມ ແພງສຸກ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງ, ອຳນວຍການໂຮງຮຽນພາຍໃນແຂວງ ພ້ອມດ້ວຍພະນັກງານວິການເຂົ້າຮ່ວມ.

 ຜ່ານການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ປະຈຳສົກຮຽນ 2020-2021 ໄດ້ສະແດງໃຫ້ເຫັນວ່າ ຈຳນວນ 15 ຄາດໝາຍຫຼັກ ທີ່ກຳນົດໄວ້ໃນແຜນປີຜ່ານມາມີ 9 ຄາດໝາຍທີ່ສາມາດບັນລຸ, 1 ຄາດໝາຍທີ່ປະຕິບັດໄດ້ເທົ່າປີຜ່ານມາ ສະແດງອອກຄື: ອັດຕາເຂົ້າໃໝ່ສຸດທິ ປໍ.1 ເພີ່ມຂຶ້ນ 98,4%, ອັດຕາເຂົ້າຮຽນໃໝ່ ລວມ ປໍ.5 ເທົ່າກັບ 99,5%, ດັດສະນີຄວາມສະເໝີພາບຍິງ-ຊາຍ ອັດຕາການເລື່ອນຊັ້ນ ປໍ.5 ຫາ ມໍ.1 ເປັນ 0,98%, ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນໃຫ້ໄດ້ບຳລຸງ ຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບ ເພີ່ມຂຶ້ນ 1.056 ຄົນ, ສູ້ຊົນຈຳນວນເມືອງທີ່ບັນລຸດັດສະນີຄວາມສຳພັນລະຫວ່າງຄູ ແລະ ນັກຮຽນ ຈາກ 5 ເມືອງ ເປັນ 6 ເມືອງ, ສົ່ງເສີມໃຫ້ນັກຮຽນທີ່ຈົບມັດທະຍົມຕົ້ນ ແລະ ປາຍ ເຂົ້າຮຽນໃນໂຮງຮຽນເຕັກນິກວິຊາຊີບຂອງແຂວງໄດ້ 231 ຄົນ.

ອັດຕາປະລະການຮຽນໃນຊັ້ນປະຖົມສຶກສາ 1,7%, ອັດຕາຄ້າງຫ້ອງ 3,1% ອັດຕາເລື່ອນຂັ້ນ 95,2%, ໃນຊັ້ນມັດທະຍົມຕົ້ນ ອັດຕາປະລະ 14,7%, ອັດຕາຄ້າງຫ້ອງ 1,2% ແລະ ອັດຕາເລື່ອນຂັ້ນ 84,1%, ໃນຊັ້ນມັດທະຍົມປາຍ ອັດຕາປະລະ 16%, ອັດຕາຄ້າງຫ້ອງ 0,6% ແລະ ອັດຕາເລື່ອນຂັ້ນ 83,4%.

ສຳລັບຜົນການຕິດຕາມການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງ ປະຈໍາສົກປີ 2019-2020 ຈໍານວນ 36 ຂໍ້ ໄດ້ສັງ ລວມຈາກ 13 ຂະແໜງ ແລະ 7 ຫ້ອງການສຶກສາທິການ ແລະ ກິລາເມືອງ ວຽກງານປ້ອງກັນ ແລະ ຕອບໂຕ້ກັບການ ລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ (Covid-19) ແມ່ນເຮັດໄດ້ດີ, ການຮຽນ-ການສອນ ຢູ່ແຕ່ລະເມືອງ, ແຕ່ລະໂຮງຮຽນໄດ້ປະຕິບັດມາດຕະການປ້ອງກັນໃສ່ຜ້າປິດປາກ, ດັງ, ລ້າງມືດ້ວຍສະບູ, ນິຕິກໍາໃນການຄຸ້ມຄອງ ໄດ້ຮັບການປັບປຸງ, ນັບທັງນິຕິກໍາການມີສ່ວນຮ່ວມຂອງສັງຄົມເຂົ້າໃນວຽກງານສຶກສາ, ປັບປຸງແຕ່ງຕັ້ງກຸ່ມໂຮງຮຽນ ແລະ ໄດ້ເຜີຍແຜ່ບັນດານິຕິກໍາຕ່າງໆ ໃນຂົງເຂດສຶກສາ ແລະ ກິລາ. ພ້ອມນີ້ ຍັງຈະໄດ້ຮັບຟັງການລາຍງານ ບາງວຽກງານທີ່ພົ້ນເດັ່ນຈາກບັນດາຂະແໜງການ ແລະ ເມືອງ ເພື່ອຈະໄດ້ພ້ອມກັນແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ໄດ້ຮັບຜົນສຳເລັດໃນຕໍ່ໜ້າ. ກອງປະຊຸມຈະໄດ້ດຳເນີນໄປເປັນເວລາ 2 ວັນຈຶ່ງຈະສຳເລັດ.

About admins16