ກອງປະຊຸມຜັນຂະຫຍາຍຜົນການເກັບກໍາຂໍ້ມູນການພົ້ນທຸກ ແລະ ການພັດທະນາ


ໃນວັນທີ 9 ຕຸລາ 2020 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເຜີຍແຜ່ຜັນຂະຫຍາຍ ຜົນການເກັບກໍາຂໍ້ມູນ ການພົ້ນທຸກ ແລະ ການພັດທະນາ ປະຈໍາປີ 2019 ຕາມດໍາລັດ 348/ລບ ທົ່ວແຂວງບໍລິຄໍາໄຊ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນສົງ ເພັດຈະເລີນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄໍາໄຊ, ມີບັນດາພະແນກການ, ຫົວໜ້າ, ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານ 3 ສ້າງ ຂັ້ນແຂວງ, ຂັ້ນເມືອງ 7 ຕົວເມືອງ ເຂົ້າຮ່ວມ.


ກອງປະຊຸມ ໄດ້ຜ່ານຄໍາສັ່ງຂອງທ່ານເຈົ້າແຂວງບໍລິຄໍາໄຊ ວ່າດ້ວຍ ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຜົນການເກັບກໍາຂໍ້ມູນ ມາດຖານພົ້ນທຸກ ແລະ ການພັດທະນາ ປະຈໍາປີ 2019 ຕາມດໍາລັດ ເລກທີ 348/ລບ, ຂໍ້ຕົກລົງ ວ່າດ້ວຍ ການຮັບຮອງເອົາບຸລິມະສິດ ການພັດທະນາ ຂອງແຂວງບໍລິິຄໍາໄຊ ໄລຍະປີ 2021-2025, ຜ່ານບົດລາຍງານ ຜົນການຈັດຕັ້ງປະຕິບັດຜັນຂະຫຍາຍ ດໍາລັດ 348/ລບ ກ່ຽວກັບມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຂອງແຂວງບໍລິຄໍາໄຊ ປະຈໍາປີ 2019.

           ແຂວງບໍລິຄໍາໄຊ ປະກອບມີ 7 ເມືອງ, 291 ບ້ານ, 53.523 ຄອບຄົວ, ມີພົນລະເມືອງທັງໝົດ 309.755 ຄົນ, ຍິງ 153.463 ຄົນ, ຜ່ານການເກັບກໍາຂໍ້ມູນຕົວຈິງ ຄອບຄົວພົ້ນທຸກ ຕາມ 6 ມາດຖານ ແລະ 8 ມາດຖານຄອບຄົວພັດທະນາ ທີ່ມີ 11 ເນື້ອໃນ ແລະ 19 ຕົວຊີ້ບອກຂອງດໍາລັດ 348/ລບ ເຊິ່ງທົ່ວແຂວງບໍລິຄໍາໄຊ ມີຄອບຄົວພົ້ນທຸກ 49.879 ຄອບຄົວ, ບໍ່ທັນພົ້ນທຸກ 3.644 ຄອບຄົວ, ຄອບຄົວພັດທະນາ 46.352 ຄອບຄົວ, ບ້ານພົ້ນທຸກ 247 ບ້ານ, ບໍ່ທັນພົ້ນທຸກ 44 ບ້ານ ແລະ ມີບ້ານພັດທະນາ 214 ບ້ານ, ເມືອງພົ້ນທຸກ 5 ເມືອງ ຕາມ 9 ມາດຖານ, ບໍ່ທັນພົ້ນທຸກ 2 ເມືອງ.

       ເພື່ອເປັນການແລກປ່ຽນ ຖອດຖອນບົດຮຽນ ໃນສະເພາະໜ້າ ທີ່ປະຊຸມ ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດ-ຄໍາເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດຜ່ານມາ ແລະ ທິດທາງແຜນການປີ 2021-2025 ຢ່າງກົງໄປກົງມາ ເພື່ອຄວາມເປັນເອກະພາບ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ປະກາດເມືອງພົ້ນທຸກຄົບຕາມຄາດໝາຍທີ່ວາງໄວ້.

About admin11