ກອງປະຊຸມປືກສາຫາລື ແລະ ຖອດຖອນບົດຮຽນ ວຽກງານປະສານງານຊາຍແດນ

ກອງປະຊຸມປືກສາຫາລື ແລະ ຖອດຖອນບົດຮຽນ ຂອງບັນດາຫ້ອງການປະສານງານຊາຍແດນ ໃນຂອບເຂດທົ່ວປະເທດ ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 22 – 23 ຕຸລາ 2020 ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ພັນເອກ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ທັງເປັນຄະນະຊີ້ນໍາໂຄງການສະກັດກັ້ນຕ້ານຢາເສບຕິດ ແລະ ອາຊະຍາກໍາ ຂັ້ນສູນກາງ, ເຂົ່າຮ່ວມໂດຍ ທ່ານ ແສງເດືອນ ໂພມະວົງສາ ຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ ປະຈໍາ ສປປ ລາວ ແລະ ທ່ານ ພັນເອກ ອ່ອນຜິວ ໂຄງວຽງທອງ ຫົວໜ້າຫ້ອງການກວດກາ ແລະ ຄວາມຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ, ມີຄະນະກອງບັນຊາການ ປກສ ແຂວງ, ປກສ ເມືອງ ຜູ້ຊີ້ນໍາວຽກງານຫ້ອງການປະສານງານຊາຍແດນ, ບັນດາເຈົ້າໜ້າທີ່ປະຈໍາຫ້ອງການປະສານງານຊາຍແດນ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

ທ່ານ ພັນເອກ ອານຸເດດ ຄູນຄຳ ກ່າວວ່າ: ຫ້ອງການປະສານງານຊາຍແດນ ຫຼື ( BLO ) ທີ່ປະຈໍາຢູ່ແຕ່ລະຈຸດ, ແຕ່ລະດ່ານ ແມ່ນມີຄວາມສໍາຄັນຫຼາຍ ເຊິ່ງໄລຍະຜ່ານມາ ບັນດາຫ້ອງການປະສານງານໃນຂອບເຂດທົ່ວປະເທດ ກໍ່ໄດ້ຮ່ວມແຮງຮ່ວມໃຈກັນ ເພື່ອສຸມໃສ່ສະກັດກັ້ນ ແລະ ຕ້ານບັນຫາອາຊະຊາກໍາຂ້າມຊາດ ເຫັນວ່າໄດ້ຮັບຜົນສໍາເລັດສູງ.

ໃນກອງປະຊຸມ ບັນດາຜູ້ຕາງໜ້າຫ້ອງການປະສານງານໃນຂອບເຂດທົ່ວປະເທດ ໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງຕົນໃນໄລຍະຜ່ານມາ ເຊິ່ງໄດ້ສະຫຼຸບຕີລາຄາຄືນ ດ້ານດີ, ດ້ານອ່ອນ, ຂໍ້ສະດວກ, ຂໍ້ຍຸ້ງຍາກ ແລະ ບົດຮຽນທີ່ຖອນຖອນໄດ້ ໂດຍໄດ້ມີການປະສານສົມທົບກັບຫຼາຍພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຮ່ວມມືກັນ ໃນການສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດ ເປັນຕົ້ນແມ່ນ ການຄ້າ-ຂາຍ ຢາເສບຕິດ, ສານເຄມີຂັ້ນຕົ້ນ, ການຄ້າມະນຸດ, ການຄ້າ-ຂາຍສັດນໍ້າສັດປ່າ, ສັດຫວງຫ້າມທີ່ໃກ້ຈະສູນພັນ, ຄ້າ-ຂາຍເຖື່ອນ, ຊັບພະຍາກອນທໍາມະຊາດທີ່ຜິດກົດໝາຍ, ການນໍາເຂົ້າ-ສົ່ງອອກສີນຄ້າທີ່ຜິດກົດໝາຍອື່ນໆ ແລະ ນໍາເອົາຜູ້ກະທໍາຜິດມາສືບສວນ-ສອບສວນ ດໍາເນີນຄະດີຕາມລະບຽບກົດໝາຍ. ທັງໝົດນັ້ນກໍ່ເພື່ອແນ່ໃສ່ເຮັດໃຫ້ວຽກງານປະສານງານຊາຍແດນ ກໍ່ຄືການຕ້ານອາດຊະຍາກໍາຂ້າມຊາດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ເຮັດໃຫ້ບັນຫາການກໍ່ອາຊະຍາກໍາຂ້າມຊາດ ນັບມື້ຫຼຸດໜ້ອຍຖອຍລົງ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍ່ເພື່ອສະຫຼຸບ ຕີລາຄາ, ປະເມີນຜົນ ແລະ ທົບທວນຄືນການຈັດຕັ້ງປະຕິບັດບັນດາວຽກງານທີ່ຕິດພັນກັບໂຄງການສະກັດກັ້ນ ແລະ ຕ້ານອາດຊະຍາກໍາຂ້າມຊາດໄລຍະຜ່ານມາ, ປືກສາຫາລືກ່ຽວກັບ ສິດ, ໜ້າທີ່, ພາລະບົດບາດ ຂອງຫ້ອງການປະສານງານຊາຍແດນ ເພື່ອຄວາມເປັນເອກະພາບໃນການນໍາໄປຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວໃຫ້ຖືກຕ້ອງສອດຄ່ອງກັບສະພາບການຕົວຈິງ, ປືກສາຫາລືແຜນວຽກປະຈໍາປີຂອງໂຄງການສະກັດກັ້ນຕ້ານຢາເສບຕິດ ແລະ ອາຊະຍາກໍາ ທີ່ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ ຈະນໍາສົ່ງໃຫ້ກະຊວງ ປ້ອງກັນຄວາມສະຫງົບ ພິຈາລະນາໃນແຕ່ລະປີ.

ໂອກາດດຽວກັນ ທ່ານ ແສງເດືອນ ໂພມະວົງສາ ຍັງໄດ້ຍົກໃຫ້ເຫັນ ກ່ຽວກັບສະພາບອາຊະຍາກໍາຂ້າມຊາດ, ປະເທດພາກພື້ນ ແລະ ສາກົນ, ຮູບແບບລັກສະນະການກໍ່ໃຫ້ເກີດອາຊະຍາກໍາ, ສີ່ງທ້າທ້າຍ, ຜົນດີຂອງການສ້າງຕັ້ງຫ້ອງການປະສານງານຊາຍແດນ, ຜົນສໍາເລັດການຈັດຕັ້ງປະຕິບັດວຽກງານສະກັດກັ້ນຕ້ານຢາເສບຕິດ ແລະ ອາຊະຍາກໍາຂ້າມຊາດໃນໄລຍະຜ່ານມາ, ພ້ອມທັງແນະນໍາວິທີການເກັບກໍາສະຖິຕິ, ການລາຍງານໃຫ້ບັນດາກະຊວງ ແລະ ຄະນະຮັບຜິດຊອບໂຄງການ, ທັງນີ້ ກໍ່ເພື່ອແນ່ໃສ່ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈ ແລະ ສາມາດນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານທີ່ຕົນເອງຮັບຜິດຊອບໄດ້ຮັບຜົນສໍາເລັດ.

ຕອນທ້າຍກອງປະຊຸມ ທ່ານ ແສງເດືອນ ໂພມະວົງສາ ຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ ປະຈໍາ ສປປ ລາວ ຍັງໄດ້ນໍາເອົາອຸປະກອນຄອມພິວເຕີໂນ໊ດບຸກ, ປຣີ້ນເຕີ, ແລະ ອຸປະກອນຮັບໃຊ້ຫ້ອງການ ລວມມູນຄ່າ 24 ລ້ານກວ່າກີບ ມາມອບໃຫ້ຫ້ອງການປະສານງານຊາຍແດນໃນຂອງເຂດທົ່ວປະເທດ, ຕາງໜ້າກ່າວຮັບໂດຍ ທ່ານ ພັນເອກ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ທັງເປັນຄະນະຊີ້ນໍາໂຄງການສະກັດກັ້ນຕ້ານຢາເສບຕິດ ແລະ ອາຊະຍາກໍາ ຂັ້ນສູນກາງ ແລະ ມອບຕໍ່ໃຫ້ບັນດາຫ້ອງການປະສານງານຊາຍແດນໃນຂອບເຂດທົ່ວປະເທດ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຕໍ່ໄປ.

About admins14