ກອງປະຊຸມປຶກສາຫາລື ປັບປຸງປ້ຳນ້ຳມັນເຊື້ອໄຟ ພາຍໃນເມືອງປາກກະດິງ

ໃນຕອນເຊົ້າວັນທີ 8 ກັນຍາ 2021, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງປາກກະດິງ ແຂວງບໍລິຄຳໄຊ ຄະນະສະເພາະກິດ ກວດກາ, ປັບປຸງ, ດັດສົມ ປ້ຳນ້ຳມັນເຊື້ອໄຟພາຍໃນເມືອງ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄອນສະຫວັນ ສຸກຂະເສີມ ຮອງຫົວຫນ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ທ່ານ ພົງສະຫວັດ ຄຳສຸກຖາວົງ ຮອງເຈົ້າເມືອງປາກກະດີງ, ມີຫ້ອງການ ອຸດສາຫະກຳ ແລະ ການຄ້າ, ຫ້ອງການໂຍທາທິການ ແລະ ຂົນສົ່ງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການ-ການເງີນ ແລະ ຫ້ອງວ່າການ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານຂໍ້ຕົກລົງຂອງຂອງທ່ານເຈົ້າເມືອງປາກກະດິງ ເລກທີ 407/ມປດ, ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມ ແລະ ຄະນະວິຊາການ ກວດກາ, ປັບປຸງ, ດັດສົມປ້ຳນ້ຳມັນເຊື້ອໄຟພາຍໃນເມືອງປາກກະດິງ ແລະ ໄດ້ລາຍງານສະພາບໂດຍລວມຂອງການດຳເນີນທຸລະກິດປ້ຳນ້ຳມັນເຊື້ອໄຟ.

ພາຍໃນເມືອງປາກກະດິງ ມີທັງໝົດ 25 ປ້ຳ, ໃນນັ້ນ ມີ 18 ປ້ຳ ທີ່ຖືກຕ້ອງຕາມດຳລັດ 331/ນຍ ແລະ ມີ 7 ປ້ຳທີ່ບໍ່ຖືກຕ້ອງຕາມດຳລັດ 331/ນຍ ເປັນຕົ້ນແມ່ນ ປ້ຳຍັງບໍ່ໄດ້ຂື້ນທະບຽນວິສາຫະກິດ, ປ້ຳໄລຍະຫ່າງຈາກປ້ຳທີ່ຕັ້ງແລ້ວ ບໍ່ຮອດ 1.000 ແມັດ, ບາງປ້ຳຕິດກັບທາງໂຄ້ງ, ບາງປ້ຳຕິດກັບຕະຫຼາດ ແລະ ບາງປ້ຳໃກ້ກັບທາງ 4 ແຍກ.

ຕໍ່ກັບບັນຫາດັ່ງກ່າວນັ້ນ, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຕ່າງກໍ່ໄດ້ປະກອບຄຳຄິດຄຳເຫັນຮ່ວມກັນຢ່າງກົງໄປກົງມາ ໂດຍອີງໃສ່ນິຕິກຳ ແລະ ລະບຽບກົດໝາຍ ຂອງຂະແໜງການທີ່ກ່ຽວຂ້ອງ ເພື່ອຫາທາງອອກທີ່ດີໃຫ້ກັບທຸລະກິດນ້ຳມັນເຊື້ອໄຟຢູ່ພາຍໃນເມືອງປາກກະດິງຢ່າງເໝາະສົມ.

About admin11