ກອງປະຊຸມປຶກສາຫາລື ການຄຸ້ມຄອງອ່າງໂຕ່ງເຂື່ອນໄຟຟ້ານ້ຳເທີນ 1

ໃນວັນທີ 5 ສິງຫາ 2022 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມປຶກສາຫາລືການຄຸ້ມຄອງອ່າງໂຕ່ງເຂື່ອນໄຟຟ້ານ້ຳເທີນ 1 ຕິດພັນກັບການຄຸ້ມຄອງປ່າສະຫງວນແຫ່ງຊາດນ້ຳກະດິງ ໂດຍເປັນກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ພັອ ຄໍາແພນ ວິລືທຳ ເຈົ້າເມືອງ ວຽງທອງ, ທ່ານ ພູເຂົາເງິນ ອີນທະວົງ ເຈົ້າເມືອງປາກກະດິງ, ທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີກອງປ່າສະຫງວນແຂວງ, ກອງກວດກາປ່າໄມ້ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ຕາງໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງວຽງທອງ ແລະ ເມືອງປາກກະດິງ ໄດ້ຂື້ນລາຍງານການຄຸ້ມຄອງ, ຕິດຕາມ, ກວດກາໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງອ່າງໂຕ່ງເຂື່ອນໄຟຟ້ານ້ຳເທີນ 1 ຕິດພັນກັບການຄຸ້ມຄອງປ່າສະຫງວນແຫ່ງຊາດນ້ຳກະດິງ ເປັນຕົ້ນແມ່ນ ການຄຸ້ມຄອງໃນການຂຸດຄົ້ນເຄື່ອງປ່າຂອງດົງ, ສັດນ້ຳ – ສັດປ່າໃນເຂດໜ້າອ່າງທີ່ເຄື່ອນໄຫວລ່າສັດນ້ຳ – ສັດປ່າ ແລະ ການລັກລອບຂຸດຄົ້ນໄມ້ທີ່ຜິດຕໍ່ກົດໝາຍ.

ຜູ້ເຂົ້າຮ່ວມ ຍັງໄດ້ປະກອບຄຳຄິດ, ຄຳເຫັນຕໍ່ກັບບັນຫາດັ່ງກ່າວ ຢ່າງກົງໄປກົງມາຢ່າງມີຄວາມຮັບຜິດຊອບສູງ ແລະ ເປັນເອກະພາບກັນນໍາໄປຈັດຕັ່ງປະຕິບັດໃນຕໍ່ໜ້າ.

About admins16