ກອງປະຊຸມປຶກສາຫາລືວາງແຜນຝຶກອົບຮົມວຽກງານກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດ

ກອງປະຊຸມປຶກສາຫາລື ວາງແຜນຝຶກອົບຮົມ ວຽກງານກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2020 ຢູ່ຫ້ອງປະຊຸມສູນມິດຕະພາບຊາວໜຸ່ມລາວ-ຫວຽດນາມ ບ້ານໜອງກອກ ເມືອງຄໍາເກີດ ເປັນປະທານໂດຍ ສະຫາຍ ບຸນຈັນ ກົມບຸນຍະສິດ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງກະສິກໍາ-ປ່າໄມ້, ເຂົ້າຮ່ວມໂດຍ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ແລະ ສະຫາຍ ຄໍາພັນ ສຸພັນທະວົງ ຫົວໜ້າສູນມິດຕະພາບຊາວໜຸ່ມລາວ-ຫວຽດນາມ ມີທິມງານຝຶກອົບຮົມຊາວໜຸ່ມກະຊວງກະສິກໍາ-ປ່າໄມ້, ວິຊາການຈາກຄະນະຊາວໜຸ່ມແຂວງ, ຊາວໜຸ່ມເມືອງຄໍາເກີດ ແລະ ຊາວໜຸ່ມບ້ານເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການສະເໜີບົດຮຽນພາກທິດສະດີ ຈາກກົມພັດທະນາ ແລະ ສະຫະກອນ, ສະຖາບັນຄົ້ນຄ້ວາກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດ, ກົມປ່າໄມ້, ກົມລ້ຽງສັດ-ການປະມົງ, ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ ພ້ອມມີການສົນທະນາ ແລກປ່ຽນ ເຊິ່ງກັັນ ແລະ ກັນ. ໂອກາດນີ້ ທີມງານຈັດຝຶກອົບຮົມ ຊາວໜຸ່ມກະຊວງກະສິກໍາ-ປ່າໄມ້ ຍັງໄດ້ມອບແນວພັນພືດ ແລະ ແນວພັນສັດ ເປັນຕົ້ນແມ່ນເບ້ຍໄມ້ກິນໝາກ, ແນວພັນຜັກ, ແນວພັນສາລີ ອາຫານສັດ, ກ້ອນເຊື້ອເຫັດນາງຟ້າ, ຫົວເຊື້ອເຫັດເຟືອງ, ແກ້ວຫົວເຊື້ອ ເຫັດຂອນຂາວ, ພັນໝູ, ພັນໄກ່ ພ້ອມຄູ່ມືເຕັກນິກ ການປູກ-ການລ້ຽງ ໃຫ້ສູນມິດຕະພາບຊາວໜຸ່ມລາວ-ຫວຽດນາມ.

ພ້ອມທັງໄດ້ມີການທົດລອງຕົວຈິງກັບທີ່ ແລະ ລົງຢ້ຽມຢາມເບິ່ງພື້ນທີ່ກ່ຽວກັບກິດຈະກໍາ ທ່າແຮງດ້ານກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດຢູ່ເມືອງຄໍາເກີດ ທັງນີ້ກໍ່ເພື່ອໃຫ້ສູນມິດຕະພາບຊາວໜຸ່ມລາວ-ຫວຽດນາມ ນໍາໄປຈັດຕັ້ງຜັນຂະຫຍາຍ ປະຕິບັດຕົວຈິງກັບພໍ່ແມ່ປະຊຊາຊົນ ເພື່ອແກ້ໄຂຊີວິດການເປັນຢູ່ກໍ່ຄືຄອບຄົວຊາວໜຸ່ມ ໃຫ້ດີຂຶ້ນເທື່ອລະກ້າວ.

About admins14