ກອງປະຊຸມປຶກສາຫາລືກ່ຽວກັບວຽກງານແນວລາວສ້າງຊາດເມືອງ


ໃນວັນທີ 8 ຕຸລາ 2020 ທີ່ຫ້ອງປະຊຸມຄະນະປະຈຳພັກເມືອງຄຳເກີດ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບວຽກງານແນວລາວສ້າງຊາດເມືອງ ເປັນປະທານໂດຍທ່ານ ຄໍາໝັ້ນ ໄຊຍະວົງ ປະທານແນວລາວສ້າງຊາດເມືອງ, ມີຄະນະກໍາມະການແນວລາວສ້າງຊາດເມືອງ ເຂົ້າຮ່ວມ.


ທ່ານ ນ. ວຽງແກ້ວ ສຸວັນນະລາດ ຮອງປະທານແນວລາວສ້າງຊາດເມືອງໄດ້ຂຶ້ນຜ່ານຄຳແນະນຳ ສະບັບເລກທີ 055/ນສຊ, ລົງວັນທີ 14 ກັນຍາ 2020 ກ່ຽວກັບການຈັດຕັ້ງປະຕິບັດສິດ ແລະ ໜ້າທີ່ຂອງກຳມະການແນວລາວສ້າງຊາດເມືອງ ແລະ ບ້ານ ເຊິ່ງບາງຕອນທ່ານໃຫ້ຮູ້ວ່າ: ແນວລາວສ້າງຊາດ ເປັນພາກສ່ວນໜຶ່ງໃນລະບົບການເມືອງ ຂອງ ສປປ ລາວ ໂດຍແມ່ນພັກປະຊາຊົນປະຕິວັດລາວ ເປັນແກນນຳ ແລະ ເປັນພື້ນຖານການເມືອງໜຶ່ງຂອງລະບອບປະຊາທິປະໄຕປະຊາຊົນ, ແນວລາວສ້າງຊາດ ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງແນວລາວອິດສະຫລະ ເຊິ່ງໄດ້ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າເຂົ້າໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈົນຈະເລີນຮຸ່ງເຮືອງ.

ຄຽງຄູ່ກັນນັ້ນ, ແນວລາວສ້າງຊາດ ຍັງເປັນອົງການຈັດຕັ້ງສຳພັນທາງດ້ານການເມືອງຂອງທົ່ວສັງຄົມ ເປັນສະຫະພັນສະໝັກໃຈທີ່ສ້າງຂຶ້ນບົນພື້ນຖານຄວາມຕື່ນຕົວຂອງອົງການຈັດຕັ້ງການເມືອງ-ສັງຄົມ ແລະ ບຸກຄົນທີ່ເປັນຕົວແທນໃຫ້ແກ່ຊົນຊັ້ນ, ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ-ໄວ ລວມທັງຕົວແທນຄົນລາວທີ່ດຳລົງຊີວິດຢູ່ຕ່າງປະເທດ.

ກອງປະຊຸມ ຍັງໄດ້ຜ່ານ ຂໍ້ຕົກລົງຂອງປະທານແນວລາວສ້າງຊາດເມືອງສະບັບເລກທີ 018/ນສຊ, ລົງວັນທີ 14 ກໍລະກົດ 2020 ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນຄະນະກຳມະການແນວລາວສ້າງຊາດເມືອງຄຳເກີດ ສະໄໝທີ IX ໃນນັ້ນ ມີຈຳນວນ 42 ທ່ານ, ຍິງ 2 ທ່ານ.

ພ້ອມນັ້ນ ປະທານ, ຄະນະປະທານ ແລະ ແຂກທີ່ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ແລກປ່ຽນຄຳຄິດເຫັນ ແລະ ປຶກສາຫາລືວຽກງານແນວລາວສ້າງຊາດຢ່າງກົງໄປກົງມາ ໂດຍແນໃສ່ ເຮັດໃຫ້ວຽກງານແນວລາວ ໄດ້ຮັບການຊຸກຍູ້ ສົ່ງເສີມ ແລະ ຖືກຈັດຕັ້ງປະຕິບັດດ້ວຍຜົນສຳເລັດອັນຈົບງາມ.

About admin11