ກອງປະຊຸມປະເມີນຜົນ ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາເຂດຈຸດສຸມໃຈກາງບ້ານ ທົ່ງນາມີ

ໃນວັນທີ 05 ສິງຫາ 2021 ຢູ່ທີສະໂມສອນບ້ານທົ່ງນາມີ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປະເມີນຜົນ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງພັດທະນາເຂດຈຸດສຸມໃຈກາງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພັອ ສາຍສະໝອນ ພາລາມີໄຊ ຮອງກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫົງບ ທັງເປັນກອງເສນາລັດຖະບານ, ທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ, ມີກອງເສນາຂັ້ນແຂວງ, ມີບັນດາຫ້ອງ, ທະຫານເມືອງ, ປກສ ເມືອງ, ປກສ ກຸ່ມຕະຫຼອດຮອດອໍານາດການປົກຄອງບ້ານ, ກອງຫຼອນບ້ານ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານເຂດຈຸມສຸມໃຈກາງ ໃນໄລຍະ 02 ປີຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນ ຫລາຍໜ້າວຽກທີ່ສັງລວມ ແລະ ປະຕິບັດໄດ້ ຄື: ກໍລະນີດື້ດ້ານບໍ່ຟັງຄວາມການຈັດຕັ້ງ 30 ເປົ້າໝາຍ, ນັກເລງອັນຕະພານ 02 ເປົ້າໝາຍ, ລົດເຖື່ອນ 07 ເປົ້າໝາຍ, ຂີ້ລັກງັດແງະ 08 ເປົ້າໝາຍ, ກໍລະນີ້ຄ້າຂາຍເຖື່ອນ 26 ເປົ້າໝາຍ, ອາວຸດເຖື່ອນ 16 ເປົ້າໝາຍ, ຕັ້ງສະນຳໃນເຂດຫວງຫ້າມ 07 ເປົ້າໝາຍ ໃນປະຈຸບັນຍັງຄ້າງ 03 ກໍລະນີ, ພົວພັນຢາເສບຕິດ 184 ເປົ້າໝາຍ ຜ່ານການກວດກາຕິດຕາມ ສຶກສາອົບຮົມ ເຫັນວ່າຫຼຸດລົງ 110 ເປົ້າໝາຍ ກໍລະນີນີ້ປະເມີນໄດ້ 57,41%, ເປົ້າໝາຍຄ້າຂາຍຢາເສບຕິດ 40 ເປົ້າໝາຍ ກໍລະນີນີ້ປະເມີນໄດ້ 77%, ເປົ້າໝາຍເສບຢາເສບຕິດ 144 ເປົ້າໝາຍ, ກໍລະນີນີ້ປະເມີນໄດ້ 57%, ຍົກຍ້າຍຖິ່ນຖານບໍ່ຖືກຕ້ອງມີ 25 ຄອບຄົວ ກໍລະນີນີ້ປະເມີນໄດ້ 68%, ລວມທັງໝົດມີ 10 ກໍລະນີ, 431 ເປົ້າໝາຍ, ແກ້ໄຂໄດ້ 07 ກໍລະນີ ມີ 223 ເປົ້າໝາຍ, ປະເມີນໄດ້ 51,74%, ເປົ້າໝາຍຍັງຄ້າງ 03 ກໍລະນີ ມີ 208 ເປົ້າໝາຍ, ປະເມີນໄດ້ 48,26%.

ໂດຍອີງຕາມຜົນການປະຕິບັດໄດ້ນັ້ນ ກອງປະຊຸມ ໄດ້ປະເມີນບ້ານ ທົ່ງນາມີ ບໍ່ສາມາດປົດອອກຈາກບ້ານຫຼໍ່ແຫຼມໄດ້ ແລະ ຍັງຈະສືບຕໍ່ຈັດຕັ້ງປະຕິບັດ ຊອກວິທີເພື່ອປັບປຸງແກ້ໄຂຂໍ້ຄົງຄ້າງບາງດ້ານ ແລະ ວາງທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ທີ່ປະຊຸມ ບັນດາຜູ້ເຂົ້າຮ່ວມ ຍັງໄດ້ຜັດປ່ຽນກັນຂື້ນປະກອບຄຳຄິດຄຳເຫັນເພື່ອເປັນການຊອກຫາວິທີການທີ່ຈະຕ້ອງປັບປຸງ, ແກ້ໄຂ ບັນດາປະກົດການຫຍໍ້ທໍ້ ໃຫ້ຫຼຸດໜ້ອຍຖອຍລົງເປັນກ້າວໆ ແລະ ຫຼຸດອອກຈາກບ້ານຫຼໍ່ແຫຼມໃນຕໍ່ໜ້າ.

ຕອນທ້າຍພິທີ ຄະນະປະທານກອງປະຊຸມ ຍັງໄດ້ຜັດປ່ຽນກັນໂອ້ລົມເຊິ່ງກ່ອນອື່ນກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງລົງປະຕິບັດໜ້າທີ່ວຽກງານ ແລະ ຍາດໄດ້ຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນແມ່ນການລົງປະສານສົບທົບກັບອຳນາດການປົກຄອງບ້ານ ແລະ ປະຊາຊົນບັນດາເຜົ່າ, ຕິດຕາມແກ້ໄຂບັນດາປະກົດການຫຍໍ້ທໍ້, ເປັນຕົ້ນບັນດາເຈົ້າກົກ, ເຈົ້າເຫລົ່າ, ຫົວໜ້າຊີງຊາວ, ບັນຫາຄະດີຕ່າງໆທີ່ສ້າງໃຫ້ເກີດຄວາມບໍ່ສະຫງົບໃຫ້ແກ່ບ້ານເມືອງນັບມື້ນັບຫລຸດໜ້ອຍຖອຍລົງເປັນກ້າວໆ.

 

About admin11