ກອງປະຊຸມປະຈໍາໄຕມາດ ຂອງຄະນະພັກຮາກຖານຫ້ອງການກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຄັ້ງທີ 06 ສະໄໝທີ I

  ກອງປະຊຸມປະຈໍາໄຕມາດຂອງຄະນະພັກຮາກຖານຫ້ອງການກອງບັນຊາການ  ປກສ ແຂວງບໍລິຄໍາໄຊ ຄັ້ງທີ 06 ສະໄໝທີ I  ໄດ້ໄຂຂື້ນ ໃນຕອນເຊົ້າ ວັນທີ 7 ມິຖຸນາ 2022 ຢູ່ທີ່ຫ້ອງປະຊຸມເບີ 01 ກອງບັນຊາການ ປກສ ແຂວງ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄໍາໝັ້ນ ໄຂທະວີສຸກ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງການກອງບັນຊາການ, ມີຄະນະພັກຮາກຖານ, ເລຂາຄະນະໜ່ວຍພັກ, ຕະຫຼອດຮອດສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.

03 ເດືອນ ຜ່ານມາ ຄະນະພັກ, ຄະນະບັນຊາ ແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ – ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ – ນັກຮົບ ຢ່າງເປັນປົກກະຕິຕໍ່ເນື່ອງ ເຮັດໃຫ້ເຂົາເຈົ້າມີແນວຄິດອຸ່ນອຽນ, ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີທັດສະນະຫຼັກໝັ້ນການເມືອງທີ່ຖືກຕ້ອງ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ມີຄວາມຕື່ນຕົວ, ເປັນເຈົ້າການໃນການປະຕິບັດແນວທາງນະໂຍບາຍຂອງພັກ ແລະ ເຄົາລົບລະບຽບກົດໝາຍຂອງລັດ.

ສາມາດສ້າງມະຫາຊົນກ້າວໜ້າຂະຫຍາຍເຂົ້າພັກໄດ້ ເຊັ່ນ: ສະເໜີເຂົ້າຮຽນສະໜັບສະໜູນຈໍານວນ 06 ສະຫາຍ, ຮຽນລະບຽບພັກຈໍານວນ 04 ສະຫາຍ, ສົ່ງພະນັກງານໄປຝຶກອົບຮົມວຽກງານວິຊາສະເພາະຈໍານວນ 01 ສະຫາຍ, ຄົ້ນຄ້ວາສະເໜີເລື່ອນຊັ້ນໃຫ້ພະນັກງານ – ນັກຮົບຈໍານວນ 02 ສະຫາຍ ແລະ ໄດ້ເອົາໃຈໃສ່ຄົ້ນຄວ້າຕິດຕາມພະນັກງານ-ນັກຮົບເພື່ອຂະຫຍາຍເຂົ້າພັກໃນຕໍ່ໜ້າ ພ້ອມທັງເບີ່ງແຍງຊ່ວຍເຫຼືອແກ້ໄຂຊີວິດການເປັນຢູ່ ໃຫ້ແກ່ສະມາຊິກພັກພະນັກງານ – ນັກຮົບດີຂຶ້ນເປັນກ້າວໆ, ຮາກຖານພັກຫ້ອງການກອງບັນຊາການ ມີເງິນສະຕິສະສົມຄັງພັກ ຈໍານວນ 4.873.000 ກີບ.

ກອງປະຊຸມ ໄດ້ໃຫ້ກຽດຕ້ອນຮັບ ແລະ ຮັບຟັງຄໍາເຫັນໂອ້ລົມຈາກສະຫາຍ ພັນເອກ ຄໍາເເພງ ນໍາພາວັນ ປະທານກວດກາພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄະນະພັກ – ຄະນະຫ້ອງ, ຄະນະບັນຊາແຕ່ລະຂັ້ນ ຕະຫຼອດຮອດສະມາຊິກພັກທຸກສະຫາຍ  ທີ່ສາມາດເຮັດສໍໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້,  ເນັ້ນໜັກໃຫ້ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີພາຍໃນພັກ, ສຸມໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ພາຍໃນພັກ, ສືບຕໍ່ປັບປຸງການຈັດຕັ້ງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ – ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ – ນັກຮົບ ຢ່າງເປັນປົກກະຕິຕໍ່ເນື່ອງ, ເພີ່ມທະວີເຮັດວຽກງານເປັນເສນາທິການ ໃຫ້ແກ່ຄະນະພັກຂັ້ນເທິງເພື່ອສ່ອງແສງລາຍງານສະພາບການຕ່າງໆຢ່າງເປັນປົກກະຕິວ່ອງໄວ ແລະ ທັນເຫດການ.

 

About admin11