ກອງປະຊຸມນໍາສະເໜີຜົນການຈັດຕັ້ງປະຕິບັດກິດຈະກໍາ 6 ເດືອນຕົ້ນປີ ແລະ ທີດທາງແຜນການ

ຕອນເຊົ້າຂອງວັນທີ 9 ມິຖຸນາ 2022 ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ນໍາສະເໜີຜົນການຈັດຕັ້ງປະຕິບັດກິດຈະກໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ໂດຍການເປັນປະທານຮ່ວມຂອງທ່ານ ຄໍາ ພົມມະຈັນ ຮອງຄະນະບໍດີຄະນະກະເສດສາດ ແລະ ທ່ານ ເພັດສະໃໝ ໄຊຍະທິຈັກ  ເຈົ້າເມືອງຄໍາເກີດ, ມີຜູ້ປະສານງານໂຄງການ, ຫົວຫນ້າກຸ່ມລ້ຽງແບ້, ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ປອ ນ. ດາວວີ ກອງມະນີລາ ຜູ້ປະສານງານໂຄງການ ການຄົ້ນຄວ້າ – ສົ່ງເສີມການລ້ຽງແບ້ ໄດ້ຂຶ້ນຜ່າການສັງລວມໂດຍຫຍໍ້ ໃນການຈັດຕັ້ງປະຕິບັດການຄົ້ນຄວ້າ – ສົ່ງເສີມການລ້ຽງແບ້ໃນໄລຍະຜ່ານມາ ວ່າ: ກິດຈະກໍາຄົ້ນຄວ້າ – ສົ່ງເສີມການລ້ຽງແບ້ ມີ: ອາຫານ, ການໃຫ້ອາຫານ ແລະ ແນວພັນ, ການໃຫ້ອາຫານເສີມທີ່ມີຄຸນນະພາບ ແມ່ນໜຶ່ງໃນສິ່ງສໍາຄັນຫຼັກໃນການລ້ຽງແບ້, ການປັບປຸງພຶ້ນທີ່ ໃຫ້ມີຄວາມເໝາະສົມ, ມີແນວພັນປັບປຸງທີ່ດີ, ພ້ອມນີ້ ບັນຫາສຸຂະພາບ ແລະ ພະຍາດລະບາດ ກໍ່ເປັນບັນຫາຫຼັກໆ, ເປັນຕົ້ນແມ່ນ ພະຍາດຕິດຕໍ່ ແລະ ພະຍາດຕິດແປດ ເຊັ່ນ: ພະຍາດປາກເປື່ອຍລົງເລັບ ແລະ ພະຍາດແທ້ງຕິດຕໍ່, ພະຍາດກາຝາກກໍ່ເປັນບັນຫາໜຶ່ງໃນການລ້ຽງແບ້ແບບປ່ອຍ.

ຊາວກະສິກອນສ່ວນໃຫຍ່ ຍັງບໍ່ເຂົ້າໃຈເລິກເຊິ່ງຕໍ່ກັບການລ້ຽງແບ້, ສ່ວນຫລາຍຈະປະປ່ອຍໃຫ້ຫາກິນຕາມທຳມະຊາດ, ເພື່ອໃຫ້ໄດ້ຜົນຜະລິດສູງ ຕ້ອງຮຽນຮູ້ໃນການນໍາໃຊ້ອາຫານເສີມ ແລະ ດູແລສຸຂະພາບແບ້ ແລະ ການນໍາໃຊ້ເຕັກນິກທີ່ຖືກຕ້ອງ.

ສິ່ງປ່ຽນແປງຫຼັງຈາກເຂົ້າຮ່ວມກິດຈະກໍາ ມີ: ປັບປຸງຄອກແບ້, ຮູ້ວິທີປິ່ນປົວສັດຂັ້ນພື້ນຖານ, ປັບປຸງທົ່ງຫຍ້າ, ຮູ້ວິທີການເຮັດກ້ອນແຮ່ທາດ, ຮູ້ວິທີລ້ຽງແບ້, ແບ້ມີສຸຂະພາບດີຂຶ້ນ.

ຈາກນັ້ນ ຜູ້ປະສານງານແຕ່ລະເມືອງໄດ້ຂຶ້ນນໍາສະເໜີໃນການຈັດຕັ້ງປະຕິບັດກິດຈະກໍາທີ່ຜ່ານມາ ພ້ອມທັງສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ພາຍໃຕ້ຫົວຂໍ້ທີ່ວ່າ: ປັບປຸງການລ້ຽງແບ້ຂອງກະສິກອນໃນ ສປປ ລາວ, ຍົກສູງຄຸນນະພາບຂອງການສົ່ງເສີມ ແລະ ເພີ່ມທະວີການເຂົ້າເຖິງຕະຫຼາດ.

About admin11