ກອງປະຊຸມທາບທາມ ຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງການລົງທຶນດ້ານກະສິກຳ ຕາມຮູບແບບສັນຍາຂອງແຂວງບໍລິຄຳໄຊ.

       ໃນຕອນເຊົ້າຂອງ ວັນທີ 30 ມີນາ 2022. ເມືອງ ທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມທາບທາມ ຜ່ານຮ່າງຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງການລົງທຶນດ້ານກະສິກຳ ຕາມຮູບແບບສັນຍາ ຂອງແຂວງບໍລິຄຳໄຊ ຂື້ນຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງ ເມືອງທ່າພະບາດ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພູວົງ ພີມມະສອນ ຮອງເລຂາພັກເມືອງ, ທ່ານ ພັນລອນ ແກ້ວວິເສດ ຮອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງ, ມີບັນດາຫົວໜ້າຫ້ອງການ, ຮອງຫ້ອງການ, ນາຍບ້ານ, ຂະແໜງການທີ່ກ່ຽວຂ້ອງ ແລະ ຄະນະຮັບຜິດຊອບປັບປຸງຮ່າງນິຕິກຳດັ່ງກ່າວ ເຂົ້າຮ່ວມ.

ໃນການທາບທາມຄັ້ງນີ້ ຄະນະປະທານກອງປະຊຸມໄດ້ສະເໜີ ຈຸດປະສົງ ແລະ ເຫດຜົນ, ຄວາມຈຳເປັນໃນການປັບປຸງ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງການລົງທຶນ ດ້ານກະສິກຳ ຮູບແບບ 1+2+3 ຂອງແຂວງສະບັບເລກທີ 486/ຂບຊ, ລົງວັນທີ 6 ກັນຍາ 2019, ເພື່ອປັບປຸງເປັນຮ່າງຂໍ້ຕົກລົງ ການຄຸ້ມຄອງການລົງທຶນ ດ້ານກະສິກຳ ຕາມຮູບແບບສັນຍາ ຂອງແຂວງບໍລິຄຳໄຊ ຕໍ່ບັນດາຜູ້ແທນກອງປະຊຸມໄດ້ຮັບຊາບ.

ກອງປະຊຸມ ທ່ານ ຮອງເລຂາພັກເມືອງ ແລະ ບັນດາຜູ້ແທນກອງປະຊຸມຍັງໄດ້ປະກອບຄຳຄິດເຫັນແລກປ່ຽນກັນຢ່າງກົງໄປກົງມາໃສ່ຮ່າງຂໍ້ຕົກລົງດັ່ງກ່າວ ເພື່ອເຮັດໃຫ້ກອງປະຊຸມມີເນື້ອໃນຊັດເຈນ ຮັດກຸມ, ຈະແຈ້ງ, ຄົບຖ້ວນສົມບູນ ແລະ ສາມາດຈັດຕັ້ງປະຕິບັດຢ່າງມີປະສິດທິພາບ.

 

 

About admin11