ກອງປະຊຸມທາບທາມ ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍສານທະຫານ ສະບັບປັບປຸງໃໝ່

ໃນວັນທີ 15 ກຸມພາ 2023 ທີ່ຫ້ອງປະຊຸມກອງບັນຊາການທະຫານ ແຂວງ ບໍລິຄຳໄຊ ໄດ້ດໍາເນີນກອງປະຊຸມທາບທາມ, ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍສານທະຫານ ( ສະບັບປັບປຸງໃໝ່ ) ໂດຍການເປັນປະທານ ທ່ານ ພັນເອກ ສີສົມໃຈ ມະໂນລາ ຮອງກົມກົດໝາຍ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ – ຄະນະບັນຊາ ຈາກກອງພັນໃຫຍ່ 642, ຂົງເຂດຍຸຕິທໍາ, ພະແນກການ, ຫ້ອງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານຮ່າງກົດໝາຍວ່າດ້ວຍສານທະຫານ( ສະບັບປັບປຸງ ) ເຊີ່ງລວມທັງໝົດ 10 ພາກ 71 ມາດຕາ, ໃນກົດໝາຍສະບັບນີ້ ໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ການຕິດຕາມກວດກາການຈັດຕັ້ງ, ການເຄື່ອນໄຫວວຽກງານສານທະຫານໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ເຮັດໃຫ້ການພິຈາລະນາຕັດສິນ, ພິພາກສາຄະດີອາຍາໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ພາວະວິໃສ, ຖືກຕ້ອງ ແລະ ຍຸຕິທໍາ, ແນໃສ່ປົກປ້ອງຜົນປະໂຫຍດຂອງກອງທັບ, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງນາຍ ແລະ ຜົນທະຫານ, ກໍາມະກອນ, ພາລະກອນ ແລະ ກໍາລັງສໍາຮອງປ້ອງກັນຊາດ, ເຮັດໃຫ້ກອງທັບມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານກົດໝາຍ ແລະ ມີແບບແຜນທັນສະໄໝ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ບັນດາຜູ້ເຂົ້າຮ່ວມ ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍສານທະຫານ ເປັນຕົ້ນແມ່ນ ການກໍານົດຊື່ເອີ້ນ, ການກໍານົດຂັ້ນພິຈາລະນາຄະດີອາຍາຂອງສານທະຫານ ຈາກສອງຂັ້ນມາເປັນສາມຂັ້ນ ຄື: ຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ, ການນໍາເອົາຜູ້ລະເມີດກົດໄອຍະການເສິກມາພິຈາລະນາຄະດີຢູ່ສານທະຫານ, ການພິຈາລະນາຄະດີອາຍາ ຂອງສານທະຫານ ບໍລິເວນທີ່ກຳນົດໂທດຕັດອິດສະຫຼະພາບສູງສຸດບໍ່ເກີນ 5 ປີ, ສານທະຫານອອກໃບແຈ້ງໂທດໃຫ້ນາຍ ແລະ ພົນທະຫານ, ການກໍານົດເງິນອຸດໜູນວິຊາຊີບ ຂອງຜູ້ພິພາກສາຂອງສານທະຫານ ແລະ ອື່ນໆ ເພື່ອເຮັດໃຫ້ຮ່າງກົດໝາຍມີຄວາມສົມບູນ ແລະ ມີຄວາມເປັນເອກະພາບ.

About admins14