ກອງປະຊຸມທາບທາມຮ່າງກົດໝາຍວ່າດ້ວຍເຍົາວະຊົນລາວ

ໃນວັນທີ 21 ຕຸລາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມທາບທາມ, ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍເຍົາວະຊົນລາວ ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເອກະສານໂດຍ ສະຫາຍ ນວນທອງ ສຸວັນວິໄຊ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ, ນະຄອນຫຼວງ, ແຂວງວຽງຈັນ, ແຂວງໄຊສົມບູນ, ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ ພ້ອມດ້ວຍພະນັກງານຮັບຜິດຊອບວຽກງານເຍົາວະຊົນຈາກ 10 ໂຮງຮຽນພາຍໃນແຂວງ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບການເຜີຍແຜ່ກົດໝາຍວ່າດ້ວຍເຍົາວະຊົນລາວ ປະກອບມີ XII ພາກ, 5 ໝວດ, 88 ມາດຕາ ຈຸດປະສົງຂອງການທາບທາມຮ່າງກົດໝາຍວ່າດ້ວຍເຍົາວະຊົນຄັ້ງນີ້ ກໍ່ເພື່ອກໍານົດຫຼັກການ, ລະບຽບການ, ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ, ການຕິດຕາມ ກວດກາ, ການປົກປ້ອງ, ການສົ່ງເສີມ ແລະ ພັດທະນາ ເຍົາວະຊົນລາວບັນດາເຜົ່າ, ເພື່ອເຕົ້າໂຮມເຍົາວະຊົນລາວ ແລະ ສຶກສາອົບຮົມໃຫ້ມີຄຸນສົມບັດ, ມີນໍ້າໃຈຮັກຊາດ, ເຄົາລົບ ແລະ ປະຕິບັດກົດໝາຍ, ລະບຽບການ, ເຂົ້າໃຈກ່ຽວກັບມູນເຊື້ອຂອງຊາດ, ຂອງພັກ ຂອງຄະນະຊາວ ໜຸ່ມປະຊາຊົນປະຕິວັດລາວ, ຮຽນຮູ້ແບບແຜນ ແລະ ຄຸນສົມບັດທີ່ດີເລີດຂອງບັນດາຜູ້ນໍາ, ມີຄ່ານິຍົມທີ່ຖືກຕ້ອງ, ອະນຸລັກວັດທະນະທໍາອັນດີງາມຂອງຊາດ, ຂອງເຜົ່າ, ຍົກສູງຄວາມຮັບຜິດຊອບຂອງລັດ, ສັງຄົມ ແລະ ຄອບຄົວ ຕໍ່ເຍົາວະຊົນລາວ.

About admins14