ກອງປະຊຸມທາງໄກ ສະຫຼຸບວຽກງານ ຖວທ ທົ່ວປະເທດ ປີ 2022

ກອງປະຊຸມທາງໄກຜ່ານລະບົບວີດີໂອຄອນຟີເຣັ້ນ ສະຫຼຸບວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທົ່ວປະເທດ ປີ 2022 ໄດ້ຈັດຂຶ້ນໃນວັນທີ 23 ມັງກອນ 2023 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຄະນະກະຊວງ, ຫົວໜ້າພະແນກ ຖວທ ທົ່ວປະເທດ, ສໍາລັບແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມຂອງ ທ່ານ ພູວັນ ໄຊຍະສານ ຮອງຫົວໜ້າພະແນກ ຖວທ ແຂວງບໍລິຄຳໄຊ, ມີຄະນະພະແນກ, ຫົວໜ້າຂະແໜງ  ເຂົ້າຮ່ວມ.

ທ່ານ ວັນສີ ກົວມົວ ຮອງລັດທະມົນຕີ ຖວທ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ຖວທ ທົ່ວປະເທດ ປະຈໍາປີ 2022 ເຫັນວ່າ ຫຼາຍວຽກງານໄດ້ຮັບການຈັດຕັ້ງປະຕິບັດ ດ້ວຍຄວາມເອົາໃຈໃສ່ສູງ ແລະ ສາມາດຍາດໄດ້ຜົນສໍາເລັດ ໂດຍສະເພາະແມ່ນວຽກງານຖະແຫຼງຂ່າວກໍ່ໄດ້ຮັບການພັດທະນາ ທັງພື້ນຖານໂຄງລ່າງເຕັກນິກ ແລະ ບຸກຄະລາກອນສື່ມວນຊົນ ສາມາດເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຂໍ້ມູນຂາວສານອື່ນໆ ໄດ້ຢ່າງກວ້າງຂວາງ, ຖືກຕ້ອງ ແລະ ວອງໄວ, ຂະຫຍາຍໂທລະໂຄ່ງໄດ້ 550 ຊຸດ ປັດຈຸບັນມີໂທລະໂຄງທັງໝົດ 6.741 ຊຸດ, ພາຫະນະສື່ມວນຊົນໃນຂອບເຂດທົວປະເທດ ທາງດ້ານສື່ສິງພິມມີທັງໝົດ 113 ສະບັບ, ສະຖານີວິທະຍຸກະຈາຍສຽງ 168 ສະຖານີ, ສະຖານີໂທລະພາບ 43 ສະຖານີ.

ຈັດພິທີສະເຫຼີມສະຫຼອງໄຫຫີນແຂວງຊຽງຂວາງ ເປັນມໍຣະດົກໂລກທາງດ້າງວັດທະນະທໍາ, ນໍາສົ່ງເອກະສານ ສູນມໍຣະດົກໂລກຂອງບົດສະເໜີ “ພູມປັນຍາການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວ” ເຖິງສູນມໍຣະດົກໂລກ ອຸຍແນັດໂກ ປະເທດຝຣັ່ງ, ຂຶ້ນທະບຽນ ແລະ ປະກາດໃຫ້ສວນວັດທະນະທຳຊຽງຄວນ ເປັນມໍຣະດົກແຫ່ງຊາດ ລະດັບທ້ອງຖິ່ນ, ພ້ອມນັ້ນຍັງລົງເກັບກໍາຂໍ້ມູນ ເພື່ອຂຶ້ນທະບຽນມໍຣະດົກວັດທະນະທໍາທີ່ບໍ່ແມ່ນວັດຖຸອີກຈໍານວນໜຶ່ງ.

ພາຍໃຕ້ນະໂຍບາຍສົ່ງເສີມການທ່ອງທ່ຽວພາຍໃນ “ລາວທ່ຽວລາວ” ແລະ ນະໂຍບາຍເປີດປະເທດ ເລີມແຕ່ວັນທີ 1 ມັງກອນ ຫາ 30 ພະຈິກ 2022 ສ້າງລາຍຮັບປະມານ 342 ລ້ານກວ່າໂດລາສະຫະລັດ, ໃນນັ້ນ ນັກທ່ອງທ່ຽວພາຍໃນ ເພີ່ມຂຶ້ນ 83,6% ເມື່ອທຽບໃສ່ 11 ເດືອນປີ 2021, ສ້າງລາຍຮັບຈາກນັກທ່ອງທ່ຽວພາຍໃນ 165 ລ້ານກວ່າໂດລາ ແລະ ນັກທ່ອງທ່ຽວສາກົນ ເຂົ້າມາທ່ຽວ ສປປ ລາວ ໃຊ້ຈ່າຍສະເລ່ຍ 56,47 ໂດລາ/ຄົນ/ມື້ ສາມາດສ້າງລາຍຮັບປະມານ 177 ລ້ານກວ່າໂດລາສະຫະລັດ.

ພ້ອມນັ້ນບັນຜູ້ແທນກອງປະຊຸມ ຍັງຈະໄດ້ມີການສະເໜີ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍບັນຫາສໍາຄັນ ເປັນຕົ້ນແມ່ນການປັບປຸງກົງຈັກການຈັດຕັ້ງຂອງຂະແໜງ ຖວທ ທັງສູນກາງ ແລະ ທ້ອງຖິ່ນ, ການຄຸ້ມຄອງບໍລິຫານ, ການປະສານງານໃນແຕ່ລະຂັ້ນ, ຂໍ້ສະດວກ ແລະ ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານບໍລິຫານຫ້ອງການ, ວຽກງານພົວພັນຕ່າງປະເທດ ແລະ ການລົງທຶນຜ່ານລະບົບກົນໄກປະຕູດຽວ, ການພັດທະນາ, ຄຸ້ມຄອງສື່ແບບໃໝ່, ການປົກປັກຮັກສາ ແລະ ສົ່ງເສີມວຽກງານວັດທະນະທຳ, ການກຽມຄວາມພ້ອມດ້ານການທ່ອງທ່ຽວ ຫຼັງເປີດປະເທດ ເພື່ອຍົກລະດັບຄຸນນະພາບຜະລິດຕະພັນການທ່ອງທ່ຽວ, ການບໍລິການ ໄປຕາມທິດສີຂຽວ, ຍືນຍົງ ສາມາດເຊື່ອມໂຍງພາກພື້ນ, ສາກົນ ແລະ ວຽກງານອື່ນໆ.

About admins14