ກອງປະຊຸມທາງໄກ ສະຫຼຸບວຽກງານ ຖວທ ທົ່ວປະເທດ ປີ 2021

ກອງປະຊຸມທາງໄກຜ່ານລະບົບວີດີໂອຄອນຟີເຣັ້ນ ສະຫຼຸບວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທົ່ວປະເທດ ປີ 2021 ໄດ້ຈັດຂຶ້ນໃນວັນທີ 10 ກຸມພາ 2022 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຄະນະກະຊວງ, ຫົວໜ້າພະແນກ ຖວທ ທົ່ວປະເທດ, ແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມຂອງທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກ ຖວທ ແຂວງບໍລິຄຳໄຊ, ມີຄະນະພະແນກ, ຫົວໜ້າຂະແໜງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມທາງໄກຜ່ານວີດີໂອຄຼອນເຟິເຣັ້ນໃນຄັ້ງນີ້ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ຖວທ ໄດ້ຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຖວທ ທົ່ວປະເທດ ປະຈໍາປີ 2021 ໂດຍໄດ້ຍົກໃຫ້ເຖິງຜົນງານທີ່ຍາດມາໄດ້ໃນຊຸມປີຜ່ານມາ ແລະ ບາງວຂໍ້ຄົງຄ້າງ ທີ່ຕ້ອງໄດ້ນໍາໄປປັບປຸງແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າ.

ກອງປະຊຸມ ບັນດາຜູ້ແທນຈາກແຕ່ລະແຂວງ ຈະໄດ້ມີການສະເໜີ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍບັນຫາສໍາຄັນ ເປັນຕົ້ນແມ່ນ ການປັບປຸງກົງຈັກການຈັດຕັ້ງຂອງຂະແໜງ ຖວທ ຂັ້ນສູນກາງ ແລະ ທ້ອງຖິ່ນ, ວຽກງານສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ.

ໃນກອງປະຊຸມ ທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກ ຖວທ ແຂວງບໍລິຄຳໄຊ ໄດ້ປະກອບຄໍາເຫັນໃສ່ຄໍາຖາມເຈາະຈີ້ມ ໂດຍສະເພາະແມ່ນການປັບປຸງກົງຈັກການຈັດຕັ້ງຂອງຂະແໜງ ຖວທ ຂັ້ນທ້ອງຖີ່ນ ຢາກໃຫ້ມີຄວາມເປັນເອກະພາບ ໃນບັນດາແຂວງ, ຈຸດປະສົງ ກໍ່ເພື່ອສ້າງຄວາມສະດວກ ໃນການຄຸ້ມຄອງບັນດາໜ່ວຍງານ ທີ່ເປັນເສນທິການໃຫ້ສາຍຕັ້ງ.

ພະແນກ ຖວທ ແຂວງບໍລິຄຳໄຊ ປະກອບດ້ວຍ 6 ຂະແໜງ, 6 ກອງວິຊາການ, 7 ຫ້ອງການ ຖວທ ປະຈຳເມືອງ, ມີພະນັກງານ – ລັດຖະກອນ ທັງໝົດ 165 ທ່ານ, ຍິງ 69 ທ່ານ,  ຂອດການປະສານງານລະຫວ່າງສູນກາງກັບທ້ອງຖີ່ນ ແມ່ນຄວາມວ່ອງໄວ, ຊັດເຈນ, ຈະແຈ້ງ ທັນກັບເວລາ ຍ້ອນມີລະບົບຮູບແບບຂອງການປະສານທີ່ດີ ແລະ ມີການນໍາໃຊ້ສື່ທີ່ທັນສະໃໝ ເຂົ້າມາຊ່ວຍ, ການຈັດຕັ້ງປະຕິບັດບັນດາໂຄງການພັດທະນາວຽກງານຜ່ານປະຕູດຽວຂັ້ນແຂວງ ແມ່ນເລີ່ມແຕ່ປີ 2021, ໄດ້ສຸມໃສ່ເຄື່ອນໄຫວຮັບໃຊ້ໜ້າທີ່ການເມືອງ ໃນການໂຄສະນາຕ່າງໆຢ່າງທົ່ວເຖີງ  ແລະ ທັນເຫດການ ໂດຍສະເພາະການໂຄສະນາຜ່ານສື່ຕ່າງໆ ສື່ວິທະຍຸໂທລະພາບ, ໜັງສື່ພີມ, ເວັບໄຊ, ໂທລະໂຄ່ງ ແລະ ສື່ອອນລາຍ ທີ່ເປັນສື່ສາມາດເຂົ້າໃຈໄປໃນທຸກຂົງເຂດ, ກຸ່ມຄົນ ນັບທັງໃນຕົວເມືອງ ແລະ ຊົນນະບົດ.

ກອງປະຊຸມ ຈະດຳເນີນ ເປັນເວລາ 2 ວັນ ຈຶ່ງຈະສຳເລັດ.

About admins14