ກອງປະຊຸມຊຸກຍູ້ວຽກງານສຶກສາ – ສາທາລະນະສຸກ ຢູ່ເມືອງ ໄຊຈຳພອນ

ກອງປະຊຸມຊຸກຍູ້ວຽກງານສຶກສາ – ສາທາລະນະສຸກ ໄດ້ຈັດຂຶ້ນໃນວັນທີ 13 ກັນຍາ 2022 ຢູ່ສະໂມສອນເມືອງ ໄຊຈຳພອນ ພາຍໃຕ້ການເປັນປະທານຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທໍາສັງຄົມ, ມີບັນດາຫົວຫນ້າພະແນກການທີ່ກ່ຽວຂ້ອງ, ການນໍາ ແລະ ພະນັກງານຫລັກແຫລ່ງຂອງເມືອງ ເຂົ້າຮ່ວມ.

ໃນພິທີ ທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈໍາພອນ ໄດ້ລາຍງານສະພາບການລວມ ການພັດທະນາເສດຖະກິດສັງຄົມພາຍໃນເມືອງ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຂອງວຽກງານສາທາລະນະສຸກ, ວຽກງານສຶກສາທິການ ແລະ ກິລາ ພາຍໃນເມືອງ ເພື່ອໃຫ້ບັນລຸຕາມເປົ່້າໝາຍທີໄດ້ກໍານົດໄວ້, ມາຮອດປະຈຸບັນ ປະຊາຊົນພາຍໃນເມືອງ ໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ເຂັມທີ 1 ທັງໝົດ 8.538 ໂດສ໌, ຮັບຄົບເຂັມ 2 ໄດ້ 8.284 ໂດສ໌, ຮັບເຂັມກະຕຸ້ນທຽບໃສ່ເປົ້າໝາຍ 1.180 ເທົ່າກັບ 12,43%, ທຽບໃສ່ປະຊາກອນໄດ້ 10%, ສາມາດຄວບຄຸມບໍ່ໃຫ້ເກີດການແຜ່ລະບາດຂອງພະຍາດ ທີ່ຮ້າຍແຮງຂື້ນໄດ້ໂດຍພື້ນຖານ.

ນອກນີ້ ການປັບປຸງວຽກງານການຮຽນ – ການສອນ ໃນໂຮງຮຽນໃຫ້ກາຍເປັນໂຮງຮຽນມີຄຸນນະພາບ, ຄະນະພັກແຕ່ລະຂັ້ນ ໄດ້ເລັງໃສ່ການຮຽນ – ການສອນ ຕາມ 3 ລັກສະນະ 5 ຫຼັກມູນ ການສຶກສາ ແລະ 3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາທິການ ແລະ ກິລາເມືອງວາງອອກ, ຊຸກຍູ້ສົ່ງເສີມວຽກງານກິລາ – ກາຍະກໍາປະເພດຕ່າງໆຂອງປວງຊົນ ໃຫ້ເປັນຂະບວນຟົດຟື້ນ, ຖືເອົາຂະບວນກິລາຕິດພັນກັບການສະເຫຼີມສະຫຼອງວັນບຸນສໍາຄັນຕ່າງໆຂອງຊາດ, ບຸນປະເພນີພ້ອມນີ້ ກໍ່ຖືເອົາຂະບວນການກິລາຕິດພັນກັບການຕ້ານ ແລະ ສະກັດກັ້ນທຸກປະກົດການຫຍໍ້ທໍ້ໃນສັງຄົມ.

ໃນພິທີ ທ່ານປະທານກອງປະຊຸ່ມ ບັນດາຜູ້ຕ່າງໜ້າພະແນກການ ຕະຫຼອດຮອດພະນັກງານວິຊາການ ທີ່ຮັບຜິດຊອບວຽກງານທີ່ກ່ຽວຂ້ອງ ຍັງໄດ້ພ້ອມກັນ ປະກອບຄໍາຄິດເຫັນ ການຈັດຕັ້ງປະຕິດບັດວຽກງານໃນດ້ານຕ່າງໆຮ່ວມກັນ ໂດຍສະເພາະແມ່ນ 2 ວຽກງານຂອງຂະແໜງການທີ່ກ່ຽວຂ້ອງ, ເຊິງກໍ່ຄືການພັດທະນາພື້ນຖານໂຄງລ່າງພາຍໃນເມືອງ ການຈັດຕັ້ງປະຕິບັດການຮຽນການສອນ, ການສຸມໃສ່ຈັດຕັ້ງປະຕິບັດການສັກຢາ ປ້ອງກັນພະຍາດໂຄວິດ-19 ໃຫ້ໄດ້ຕາມເປົ້າໝາຍພາຍໃນເມືອງ ແລະ ວຽກງານອື່ນໆ.

ເນື່ອງໃນໂອກາດທີທ່ານຮອງເຈົ້າແຂວງ ໄດ້ລົງມາເຄືອງໄຫວວຽກງານຢູ່ທີເມືອງໄຊຈໍາພອນໃນຄັ້ງນີ ທ່ານຍັງໄດ້ນໍາເອົາຄອມພິວເຕີ ແລະ ເຄື່ອງປິ່ນ ມອບໃຫ້ກັບອົງການປົກຄອງເມືອງໄຊຈໍາພອນ ເພຶ່ອນໍາໃຊ້ເຂົ້າໃນວຽກງານເອກະສານ ໃຫ້ມີຄວາມສະດວກວ່ອງໄວ້ຂຶ້ນ ເຊິງຕ່າງໜ້າການນໍາຂອງເມືອງ ຂຶ້ນຮັບໂດຍ ທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງ ໄຊຈໍາພອນ.

About admins14