ກອງປະຊຸມຄົບຄະນະ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ 11 ແຂວງບໍລິຄຳໄຊ

ກອງປະຊຸມຄົບຄະນະ ປະຈຳປີ 2022 ຂອງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ 11 ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ມັງກອນ 2023 ຢູ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງບໍລິຄຳໄຊ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນໄລຍະ 1 ປີຜ່ານມາ ການເຄື່ອນໄຫວວຽກງານ ມີບາງດ້ານທີ່ພົບກັບຄວາມຫຍຸ້ງຍາກ ແລະ ເປັນສິ່ງທ້າທາຍ ແຕ່ເຖິງຢ່າງໃດກໍ່ຕາມ ການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ເຫັນວ່າມີຫຼາຍດ້ານທີ່ເປັນສິ່ງອໍານວຍຄວາມສະດວກ ເຮັດໃຫ້ວຽກງານບັນລຸຕາມຕາມຄາດໝາຍທີ່ໄດ້ກຳນົດໄວ້ ເຊິ່ງສະແດງອອກຜົນສຳເລັດແຕ່ລະດ້ານ ຄື: ເຂົ້າຮ່ວມພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ແລະ 4 ຂອງສະພາແຫ່ງຊາດ ຊຸດທີ IX ຈຳນວນ 21 ສະບັບ, ພິຈາລະນາຮັບຮອງເອົານິຕິກຳໃຕ້ກົດໝາຍຕາມການສະເໜີຂອງອົງການປົກຄອງແຂວງຢູ່ໃນກອງປະຊຸມສະໄໝສາມັນ ເທື່ອທີ 2, 3 ຂອງສະພາປະຊາຊົນແຂວງບໍລິຄໍາໄຊຊຸດທີ II ຈໍານວນ 06 ສະບັບ, ເຂົ້າຮ່ວມກອງປະຊຸມກັບຄະນະປະຈຳສະພາແຫ່ງຊາດ ໃນການຕົກລົງບັນຫາສຳຄັນພື້ນຖານຂອງຊາດ ຈຳນວນ 198 ເນື້ອໃນ ແລະ ຮັບຮອງເປັນມະຕິຈຳນວນ 7 ສະບັບ.

ເຂົ້າຮ່ວມຕິດຕາມ ກວດກາ ການພິຈາລະນາຄຳຕັດສິນຂອງສານ ກ່ຽວກັບຄະດີອາຍາ ແລະ ຄະດີແພ່ງ ໄດ້ຈຳນວນ 18 ຄັ້ງ ມີ 97 ເລື່ອງ, ພິຈາລະນາແກ້ໄຂຄຳຮ້ອງທຸກຂອງປະຊາຊົນທີ່ຍື່ນຜ່ານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະພາປະຊາຊົນແຂວງ ລວມທັງໝົດ 32 ເລື່ອງ ແລະ ຄ້າງມາ 2 ເລື່ອງ, ລວມເປັນ 34 ເລື່ອງ, ໃນນີ້ ມີຄຳສະເໜີຈຳນວນ 19 ເລື່ອງ, ຄຳຮ້ອງຂໍຄວາມເປັນທຳ 15 ເລື່ອງ, ໃຫ້ຄຳປຶກສາທາງດ້ານກົດໝາຍແກ່ປະຊາຊົນບັນດາເຜົ່າ 22 ຄັ້ງ 47 ຄົນ, ລົງໂຄສະນາເຜີຍແຜ່ຜົນສຳເລັດ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 2, 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II ເຊິ່ງສາມາດເຄື່ອນໄຫວໄດ້ທັງໝົດ 124 ຈຸດ ໃນນັ້ນ ມີ 100 ບ້ານ, ມີ 5 ກົມກອງ, 12 ສຳນັກເມືອງ, 3 ໂຮງຮຽນ, 1 ດ່ານປະເພນີ ແລະ ຂັ້ນແຂວງ 6 ຈຸດ, ໄດ້ຮັບຄຳສະເໜີ ຈຳນວນ 445 ຂໍ້, ລະດົມມອບເຄື່ອງອຸປະໂພກ-ບໍລິໂພກ, ອຸປະກອນການຮຽນ, ຄອມພິວເຕີ, ເຄື່ອງຈັກດູດນໍ້າ, ໃຫ້ໂຮງຮຽນ, ກົມກອງ ແລະ ປະຊາຊົນບັນດາເຜົ່າ ລວມມູນຄ່າ 85,363.000 ກີບ ແລະ 1.500 ໂດລາສະຫະລັດ, ພິເສດແມ່ນໄດ້ລະດົມທຶນໃນການກໍ່ສ້າງຂົວອູ່ຂ້າມນໍ້າສະໂງຍບ້ານຄໍາກູນາ ເມືອງໄຊຈຳພອນ ລວມມູນຄ່າທັງໝົດ 176.784.000 ກີບ.

ກອງປະຊຸມຍັງໄດ້ປະກອບຄຳເຫັນຕໍ່ບົດລາຍງານດັ່ງກ່າວ ແລະ ການຮັບຮອງເອົາບົດລາຍງານການຕິດຕາມ ກວດກາ ກ່ຽວກັບການສ້າງວິຊາຊີບ, ການພັດທະນາສີມືແຮງງານ ແລະ ວຽກເຮັດງານທຳໃຫ້ປະຊາຊົນ ເພື່ອແກ້ໄຂບັນຫາການວ່າງງານຢູ່ພາຍໃນແຂວງບໍລິຄຳໄຊ.

About admins16