ກອງປະຊຸມຄົບຄະນະ ບໍລິຫານງານພັກແຂວງ ບໍລິຄໍາໄຊ ຄັ້ງທີ 2 ສະໄໝທີ VII


ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ບໍລິຄໍາໄຊ ຄັ້ງທີ່ 2 ສະໄໝທີ VII ໄດ້ໄຂຂຶ້ນ ໃນຕອນເຊົ້າວັນທີ 22 ຕຸລາ 2020 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງບໍລິຄໍາໄຊ, ມີບັນດາສະຫາຍຄະນະບໍລິຫານງານພັກແຂວງ ເລຂາພັກເມືອງ 7 ເມືອງ ຕະຫຼອດຮອດບັນດາຫົວໜ້າພະແນກການ ອົງການຈັດຕັ້ງທີ່ກ່ຽວຂ້ອງ ເຂົ້າຮ່ວມ.


ໃນວາລະດໍາເນີນກອງປະຊຸມ ໄດ້ຮັບຟັງເຜີຍແຜ່ ບັນດານິຕິກໍາຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ບັນດາຮ່າງນິຕິກໍາຂອງຄະນະບໍລິຫານງານພັກແຂວງ ໃນດ້ານຕ່າງໆອີກຈໍານວນໜຶ່ງ ພ້ອມດຽວກັນນັ້ນ ບັນດາສະຫາຍຄະນະບໍລິຫານງານພັກແຂວງ ຍັງໄດ້ພ້ອມກັນປະກອບຄໍາຄິດ – ຄໍາເຫັນດ້ວຍຄວາມຮັບຜິດຊອບສູງ ເພື່ອຮັບປະກັນເຮັດໃຫ້ບັນດານິຕິກໍາທີ່ກ່ຽວຂ້ອງ ມີເນື້ອໃນສົມບູນ ຄົບຖ້ວນ ສາມາດນໍາພາ – ຊີ້ນໍາ ເຂົ້າໃນວຽກງານຕົວຈິງ, ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ່ 2 ສະໄໝທີ 7 ໄດ້ເຫັນດີຮັບຮອງເອົາ ມະຕິຕົກລົງຂອງຄະນະບໍລິຫານງານພັກແຂວງ ວ່າດ້ວຍການແບ່ງໜ້າທີ່ຄວາມຮັບຜິດຊອບ ພາຍໃນຄະນະບໍລິຫານງານພັກແຂວງ, ມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການແບ່ງຄະນະປະຈໍາ ຮັບຜິດຊອບຊີ້ນໍາບັນດາເມືອງ ແລະ ຮາກຖານອ້ອມຂ້າງແຂວງ, ແຜນດໍາເນີນງານ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VII ເຊິ່ງເປັນພື້ນຖານ ແລະ ບ່ອນອີງສໍາຄັນ ໃຫ້ແກ່ການເຄື່ອນໄຫວນໍາພາ – ຊີ້ນໍາ ໃນການຈັດຕັ້ງຜັນຂະຫຍາຍ.

        ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງນີ້ ຮຽກຮ້ອງມາຍັງອົງການຈັດຕັ້ງພັກ-ລັດ ກໍາລັງປະກອບອາວຸດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຜູ້ປະກອບການພາຍໃນ ແລະ ຕ່າງປະເທດ ໃນທົ່ວແຂວງ ບໍລິຄໍາໄຊ ຈົ່ງພ້ອມກັນເສີມຂະຫຍາຍມູນເຊຶ້ອຄວາມສາມັກຄີ ເປັນເອກະພາບ ເຊີດຊູຈິດໃຈເອກະລາດ ເປັນເຈົ້າຕົນເອງໃນການເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VII ອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ 5 ໃຫ້ເກີດເປັນຮູບປະທໍາຕົວຈິງ.

About admin11