ກອງປະຊຸມຄົບຄະນະພັກຮາກຖານຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຄັ້ງທີ 05 ສະໄໝທີ III

ກອງປະຊຸມຄົບຄະນະພັກຮາກຖານ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຄັ້ງທີ 05 ສະໄໝທີ III ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 05 ກໍລະກົດ2022 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳແພງ ນຳພາວັນ ຄະນະພັກກອງບັນຊາການ, ຮອງຫົວໜ້າກອງບັນຊາການ, ຫົວໜ້າຫ້ອງຕຳຫຼວດ, ມີຄະນະພັກຮາກຖານ, ເລຂາໜວ່ຍພັກ, ແຂກຖືກເຊີນ, ຕະຫຼອດຮອດສະມະຊິກພັກສົມບູນ – ສໍາຮອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານຮ່າງບົດສະຫຼຸບ ແລະ ບົດສໍາຫຼວດການນໍາພາລວມ ການເຄື່ອນໄຫວຊີ້ນໍາ – ນໍາພາຂອງຄະນະພັກໃນໄລຍະ 03 ເດືອນຜ່ານມາ ແລະ ທິດທາງແຜນການ 03 ເດືອນໃນຕໍ່ໜ້າ, ເຊີ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້.

ໄລຍະຜ່ານມາ ຄະນະພັກໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກຮົບ, ນໍາພາຮ່ວມຊີວິດພັກຢ່າງເປັນປົກກະຕິ,ເຮັດໃຫ້ສະມະຊິກພັກ, ພະນັກງານ-ນັກຮົບ ມີແນວຄິດການເມືອງໜັກແໜ້ນ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ການຈັດຕັ້ງ, ມີຄວາມຈົງຮັກພັກດີຕໍ່ພັກ-ປະເທດຊາດ. ໄດ້ເພີ່ມທະວີຊີ້ນໍາ-ນໍາພາວຽກງານວິຊາສະເພາະຢ່າງຕັ້ງໜ້າ ເພື່ອເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິງ, ເປັນເຈົ້າການການເຂົ້າຮວ່ມໃນຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນໃນສັງຄົມ, ນຳພາຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດຂອງຄະນະບໍຫານງານພັກແຂວງວ່າດ້ວຍການແກ້ໄຂບັນຫາ 04 ເຖື່ອນ, ນຳພາຈັດຕັ້ງປະຕິບັດ 02 ໂຄງການວິທະຍາສາດຄື: ໂຄງການຫຼຸດຜ່ອນອຸປະຕິເຫດຕາມຖອງທະໜົນ ແລະ ໂຄງການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງຢາເສບຕິດ, ນໍາພາປັບປຸງການຈັດຕັ້ງພັກ, ສະມາຊິກພັກ ມີຄວາມເຂັ້ມແຂງ, ໜັກແໜ້ນ, ມີຄຸນະພາບ, ມີລະບຽບວິໄນທີ່ເຂັ້ມງວດ, ຍ້ອງຍໍ ແລະ ປະຕິບັດນະໂຍບາຍ ຕໍ່ສະມາຊິກພັກ, ພະນັກງານ-ນັກຮົບ ຜູ້ທີ່ມີຜົນງານ, ຕິດຕາມກວດກາມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ເພື່ອຂະຫຍາຍເຂົ້າພັກຕາມກົດລະບຽບຂອງພັກວາງອອກ, ຊຸກຍູ້ຂະບວນການກໍ່ສ້າງກົມກອງເຂັ້ມແຂງ, ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອປັບປຸງກໍ່ສ້າງພັກ ແລະ ຂະຫຍາຍພັກ ຕາມ 05 ຫຼັກການ ແລະ 03 ທິດນໍາ.

ປັບປຸງແບບແຜນວິທີເຮັດວຽກຂອງຄະນະພັກໃຫ້ມີຄວາມທັນສະໄໝ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ, ໄລຍະ 03 ເດືອນຜ່ານມາ ສາມາດຂະຫຍາຍມະຫາຊົນກ້າວໜ້າ ເຂົ້າຮຽນສະໜັບສະໜູນ 08 ສະຫາຍ, ຮຽນກົດລະບຽບພັກ 06 ສະຫາຍ, ເຂົ້າພັກສໍາຮອງ 12 ສະຫາຍ, ເລື່ອນສະມາຊີກພັກສຳຮອງຂື້ນສົມບູນໄດ້ 09 ສະຫາຍ, ຈາກນັ້ນບັນດາຜູ້ແທນກອງປະຊຸມກໍ່ໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ໃສ່ຮ່າງບົດສະຫຼຸບ ແລະ ບົດສໍາຫຼວດການນໍາພາລວມ , ພ້ອມທັງຮັບຮອງເອົາມະຕິຜົນສໍາເລັດຂອງກອງປະຊຸມ ເພື່ອເປັນເອກະພາບກັນນໍາໄປຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິພາບສູງ.

ຕອນທ້າຍກອງປະຊຸມ ກໍ່ໄດ້ເປັນກຽດຕ້ອນຮັບການເຂົ້າຮວ່ມຂອງ ສະຫາຍ ພັນເອກ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກ, ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ເພື່ອມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ທີ່ປະຊຸມ ເຊິ່ງສະຫາຍໄດ້ເນັ້ນໜັກໃຫ້ຄະນະພັກ ຈົ່ງເອົາໃຈໃສ່ສືກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ດວ້ຍຫຼາຍຮູບແບບໃຫ້ເລິກເຊິງ, ຕິດຕາມກວດກາ ສະມາຊີກພັກ, ພະນັກງານ – ນັກຮົບຢ່າງເປັນປົກກະຕິຕໍ່ເນື່ອງ, ປັບປຸງແບບແຜນວິທີນໍາພາ-ວິທີເຮັດວຽກຂອງຄະນະພັກໃຫ້ມີວິທະຍາສາດ, ເຊີດຊູບົດບາດການນໍາພາຂອງພັກໃຫ້ສູງຂື້ນ, ສ້າງພະນັກງານສືບທອດປ່ຽນແທນ, ຄຽງຄູ່ກັບການປັບປຸງການຈັດຕັ້ງພັກ, ຄຸນນະພາບຂອງສະມາຊິກພັກ ແນ່ໃສ່ເຮັດໃຫ້ກໍາລັງ ມີຄວາມເຕີບໃຫ່ຍເຂັ້ມແຂງ, ມີລະບຽບວິໃນຢ່າງເຂັ້ມງວດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ພ້ອມກັນຕັ້ງໜ້າຈັດຕັ້ງປະຕິບັດວຽກງານວີຊາສະເພາະໃຫ້ເຂັ້ມແຂງ ແລະ ມີຄຸນນະພາບດີຂື້ນເທື່ອລະກ້າວ.

About admins16