ກອງປະຊຸມຄົບຄະນະພັກຮາກຖານຫ້ອງຕໍາຫຼວດຄັ້ງທີ 3 ສະໄໝທີ III

ກອງປະຊຸມຄົບຄະນະພັກຮາກຖານຫ້ອງຕໍາຫຼວດ ປກສ ແຂວງບໍລິຄໍາໄຊ ຄັ້ງທີ 3 ສະໄໝທີ III ໄດ້ໄຂຂື້ນ ໃນຕອນເຊົ້າ ວັນທີ 20 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມເບີ 1 ກອງບັນຊາການ ປກສ ແຂວງ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ອານົງ ພະບາດໄຊ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງຕໍາຫຼວດ, ມີຄະນະພັກ-ຄະນະຫ້ອງ,ເລຂາໜ່ວຍພັກ ຕະຫຼອດຮອດສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບົດສະຫຼຸບ ແລະ ບົດສໍາຫຼວດການນໍາພາຂອງຄະນະພັກຮາກຖານ, ໃນ 03 ເດືອນຜ່ານມາ, ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງໃສ່ບົດສະຫຼຸບ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກຖານ, ກອງປະຊຸມໄດ້ປະຊາມະຕິຮັບຮອງເອົາທິດທາງແຜນການ ແລະ ຄາດໝາຍສູ້ຊົນ ຄື: ຄະນະພັກຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ຢ່າງເປັນປົກກະຕິຕໍ່ເນື່ອງ ເຮັດໃຫ້ເຂົາເຈົ້າມີແນວຄິດອຸ່ນອຽນ, ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີທັດສະນະຫຼັກໝັ້ນການເມືອງທີ່ຖືກຕ້ອງ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ມີຄວາມຕື່ນຕົວ, ເປັນເຈົ້າການໃນການປະຕິບັດແນວທາງນະໂຍບາຍຂອງພັກ ແລະ ເຄົາລົບລະບຽບກົດໝາຍຂອງລັດ.

ສືບຕໍ່ຊີ້ນໍາ-ນໍາພາ ແລະ ປັບປຸງອົງການຈັດຕັ້ງມະຫາຊົນໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ມີຄຸນນະພາບ, ເອົາໃຈໃສ່ຈັດຕັ້ງປະຕິບັດບັນດານະໂຍບາຍ ຕໍ່ສະມາຊິກພັກ, ພະນັກງານ-ນັກຮົບ ຜູ້ທີ່ມີຜົນງານດີເດັ່ນ, ມີຄວາມກ້າວໜ້າໃນຂະບວນການວຽກງານຕົວຈິງ ເພ່ື່ອຂະຫຍາຍເຂົ້າເປັນສະມາຊິກພັກ, ສືບຕໍ່ກໍານົດແຜນບໍາລຸງກໍ່ສ້າງພະນັກງານ-ນັກຮົບ ທຸກຂະແໜງເຫຼົ່າຮົບວິຊາສະເພາະ ເພື່ອສ້າງພະນັກງານສືບທອດປ່ຽນແທນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ຕອບສະໜອງໄດ້ກັບໜ້າທີ່ວຽກງານການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.

ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງຄໍາເຫັນໂອ້ລົມ ຈາກສະຫາຍ ພັທ ຄໍາແພງ ນໍາພາວັນ ປະທານກວດກາພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ເຊີ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄະນະພັກ-ຄະນະຫ້ອງ, ຄະນະບັນຊາແຕ່ລະຂັ້ນ ຕະຫຼອດຮອດສະມາຊິກພັກທຸກສະຫາຍ ທີ່ສາມາດເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ເນັ້ນໜັກໃຫ້ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີພາຍໃນພັກ, ສຸມໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ພາຍໃນພັກ, ສືບຕໍ່ປັບປຸງການຈັດຕັ້ງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ຢ່າງເປັນປົກກະຕິຕໍ່ເນື່ອງເພີ່ມທະວີເຮັດວຽກງານເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິງ ເພື່ອສ່ອງແສງລາຍງານສະພາບການຕ່າງໆຢ່າງເປັນປົກກະຕິວ່ອງໄວ ແລະ ທັນເຫດການ.

About admin11