ກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງແຂວງບໍລິຄຳໄຊ ຄັ້ງທີ 3 ສະໄໝທີ VII

ກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງແຂວງບໍລິຄຳໄຊ ຄັ້ງທີ 3 ສະໄໝທີ VII ໄດ້ໄຂຂຶ້ນໃນວັນທີ 26 ພຶດສະພາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ນາງ ຄຳປິວ ສີສົມບັດ ກຳມະການພັກແຂວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ ແຂວງບໍລິຄຳໄຊ, ມີບັນດາທ່ານໃນຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ປະທານຮາກຖານ, ຮອງປະທານ, ຫົວໜ້າ, ຮອງຫົວໜ້າ, ໜ່ວຍແມ່ຍິງອ້ອມຂ້າງແຂວງ ແລະ ຄະນະປະທານອົງການຈັດຕັ້ງມະຫາຊົນຂັ້ນແຂວ ເຂົ້າຮ່ວມ.

ກອງປະຊຸມ ໄດ້ເຊື່ອມຊືມເອກະສານກອງປະຊຸມວິສາມັນຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VII ແລະ ສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງສະຫະພັນແມ່ຍິງແຂວງ ປະຈຳປີ 2021 ເຫັນວ່າ ມີຜົນສຳເລັດຫຼາຍດ້ານ, ທົ່ວແຂວງມີສະມາຊິກແມ່ຍິງທັງໝົດ 34.836 ຄົນ, ກວມເອົາ 34,43% ຂອງແມ່ຍິງທັງໝົດ, ແມ່ຍິງບັນດາເຜົ່າ ໄດ້ຮັບການຝຶກອົບຮົມວິຊາຊິບສີມືແຮງງານ, ຊຸກຍູ້ແມ່ຍິງປະກອບສ່ວນຢ່າງແຂງແຮງ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຕ່ລະຂັ້ນ, ນຳພາຊຸກຍູ້ການ ຈັດຕັ້ງປະຕິບັດເນື້ອໃນຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໄປຄຽງຄູ່ກັບການປັບປຸງການຈັດຕັ້ງສະຫະພັນແມ່ຍິງແຕ່ລະຂັ້ນຢ່າງຕໍ່ເນື່ອງ.

ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຊຸດທີ 7 ໄດ້ດໍາເນີນຊີວິດການເມືອງ ສໍາຫຼວດກວດກາ ເຊິ່ງໄດ້ຕີລາຄາດ້ານດີ, ດ້ານຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການນຳພາຈັດຕັ້ງປະຕິບັດ ມະຕິກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງ ຄັ້ງທີ 3 ສະໄໝທີ VII ແລະ ຍັງໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ສະໄໝທີ VIII ເພີ່ມເຕີມ ຈຳນວນ 1 ທ່ານ ເພື່ອທົດແທນຄະນະບໍລິຫານງານສະຫະພັນແມ່ຍິງ ທີ່ຮັບອຸດໜູນບຳເນັດ.

ກອງປະຊຸມ ຍັງໄດ້ຈັດພິທີມອບໃບຢັ້ງຢືນ ແລະ ໃບຍ້ອງຍໍ ທີ່ໄດ້ຮັບຈາກສູນກາງສະຫະພັນແມ່ຍິງລາວ, ໃນການເຄື່ອໄຫວວຽກງານຂະບວນການ 3 ດີ ໄລຍະ 5 ປີ ( 2016 – 2020 ) ລວມມີ ຄະນະພັກແຂວງ 1 ໃບ, ຄະນະພັກເມືອງ 7 ໃບ, ໃບຢັ້ງຢືນຮັກສານາມມະຍົດ 5 ໃບ, ໃບຢັ້ງຢືນທຸງໄຊ 3 ດີ 3 ໃບ ແລະ ທຸງໄຊ 3 ຜືນ, ໃບຍ້ອງຍໍ 4.525 ໃບ, ໃບຊົມເຊີຍ 2.891 ໃບ ໃຫ້ແກ່ສະຫະພັນແມ່ຍິງເມືອງ, ຮາກຖານ, ໜ່ວຍອ້ອມຂ້າງແຂວງ.

About admins14