ກອງປະຊຸມຄົບຄະນະບໍລິຫານງານສະຫະພັນກຳມະບານເມືອງວຽງທອງ ຄັ້ງທີ 2 ສະໄໝທີ VI

ກອງປະຊຸມຄົບຄະນະບໍລິຫານງານສະຫະພັນກຳມະບານເມືອງວຽງທອງ ແຂວງບໍລິຄຳໄຊ ຄັ້ງທີ 2 ສະໄໝທີ VII ໄດ້ຈັດໃນວັນທີ 31 ມີນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ເປັນປະທານໂດຍ ສະຫາຍ ດາ ເຈີ່ຕົງຫວ່າງ ປະທານສະຫະພັນກຳມະບານເມືອງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ ແລະ ສະຫາຍ ດໍາລົງ ທັບລາດ ປະທານສະຫະພັນກໍາມະບານແຂວງ, ມີບັນດາຄະນະບໍລິຫານງານສະຫະພັນກຳມະບານ ແລະ ສະມາຊິກກຳມະບານທົ່ວເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ນາງ ໄມພິມ ສິງນະສຸກ ຮອງປະທານສະຫະພັນກໍາມະບານເມືອງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍາມະບານປີ 2020 ແລະ ທິດທາງແຜນການປີ 2021 ເຫັນວ່າ ຄະນະບໍລິຫານງານສະຫະພັນກຳມະບານເມືອງ ໄດ້ເອົາໃຈໃສ່ເພີ່ມທະວີໃນການສຶກສາອົບຮົມແນວຄິດ ໃຫ້ສະມາຊິກກຳມະບານ, ຊາວຜູ້ອອກແຮງງານໃຫ້ຮັບຮູ້ແນວທາງນະໂຍບາຍຂອງພັກ-ລັດ, ເອົາໃຈໃສ່ ເສີມຂະຫຍາຍວຽກງານກຳມະບານໃຫ້ກວ້າງຂວາງ ແລະ ແຂງແຮງ, ຕິດຕາມກວດກາປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກ, ສ້າງຂະບວນການແຂ່ງຂັນ 5 ເປັນເຈົ້າໃຫ້ຟົດຟື້ນ, ເສີມຂະຫຍາຍວຽກງານກອງທືນ ແລະ ປັບປຸງກົດລະບຽບກອງທືນທານຸເຄາະສະຫະພັນກໍາມະບານເມືອງ ແລະ ວຽກງານດ້ານຕ່າງໆ ກໍ່ໄດ້ມີການເຄື່ອນໄຫວເປັນປົກະຕິ.

ກອງປະຊຸມ ໄດ້ຜ່ານທິດທາງແຜນການໃນ 1 ປີຕໍ່ໜ້າ, ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາຕໍ່ບົດສະຫຼູບ ແລະ ທິດທາງແຜນການ ເພື່ອຄວາມເປັນເອກະພາບ ແລະ ນຳໄປຈັດຕັ້ງປະຕິບັດ.

ຕອນທ້າຍ ກໍ່ໄດ້ຈັດພິທີມອບໃບຍ້ອງຍໍ, ໃບຊົມເຊີຍ ຂອງປະທານສູນກາງສະຫະພັນກໍາມະບານລາວ ໃຫ້ຮາກຖານ, ໜ່ວຍ ແລະ ບຸກຄົນຜູ້ທີ່ມີຜົນງານດີເດັ່ນ ໃນໄລຍະຜ່ານມາ.

About admin11