ກອງປະຊຸມຄັ້ງປະຖົມມະລືກ ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II

ກອງປະຊຸມຄັ້ງປະຖົມມະລືກ ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 7 ເມສາ 2021 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ປິ່ງຄຳ ລາຊະສິມມາ ຄະນະປະຈຳສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ, ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ມີສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ແຂກຖືກເຊີນຈາກພະແນກການຂອງແຂວງ, ພະນັກງານອາວຸໂສເຂົ້າຮ່ວມ.

ກອງປະຊຸມຄັ້ງປະຖົມມະລືກຄັ້ງນີ້ ໄດ້ຮັບຟັງການລາຍງານຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ການເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ II  ຈາກທ່ານບຸນສົງ ເພັດຈະເລີນ ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ ເຊີ່ງທ່ານໄດ້ລາຍງານວ່າ: ທົ່ວແຂວງບໍລິຄຳໄຊ ມີ 7 ຕົວເມືອງ, ມີພົນລະເມືອງທັງໝົດ 311.119 ຄົນ, ຍິງ 152.763 ຄົນ, ມີໜ່ວຍປ່ອນບັດ 201ໜ່ວຍ, ຜູ້ມີສິດປ່ອນບັດເລືອກຕັ້ງ ຢູ່ພາຍໃນແຂວງມີ 169.536 ຄົນ, ຍິງ 83.324 ຄົນ, ຜູ້ມີສິດມາຈາກທ້ອງຖິ່ນອື່ນ 1.501 ຄົນ, ຍິງ 787 ຄົນ, ຜູ້ທີ່ໃຊ້ສິດປ່ອນບັດຕົວຈິງ ໃນວັນທີ່ 21 ກຸມພາ 2021 ມີທັງໝົດ 171.037 ຄົນ, ຍິງ 84.111 ຄົນ, ຜ່ານການເລືອກຕັ້ງຕົວຈິງ ສາມາດເລືອກໄດ້ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ 7 ທ່ານ, ຍິງ 2 ທ່ານ, ໃນນີ້ສະມາຊິກສະພາແຫ່ງຊາດ ທີ່ປະຈຳຢູສູນກາງ 2 ທ່ານ, ຍິງ 1 ທ່ານ, ຜູ້ໄດ້ຮັບການເລືອກຕັ້ງເປັນສະມາຊິກປະຊາຊົນແຂວງ ມີ 25 ທ່ານ, ຍິງ 8 ທ່ານ, ໃນຈຳນວນສະມາຊິກສະພາປະຊາຊົນແຂວງ ຊຸດທີ II ໄດ້ແຍກອອກເປັນຂົງເຂດດັ່ງນີ້: ເປັນຕົວແທນຈາກພະແນກການ, ຂະແໜງການຂັ້ນແຂວງ 9 ທ່ານ, ຍິງ 3 ທ່ານ, ຈາກຂັ້ນເມືອງ 15 ທ່ານ, ຍິງ 5 ທ່ານ, ຈາກວິສາຫະກິດເອກະຊົນ 1 ທ່ານ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 11 ຄວບຕຳແໜ່ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ II ມີ 5 ທ່ານ, ຍິງ 1 ທ່ານ, ສະມາຊິກສະພາປະຊາຊົນແຂວງ ຊຸດທີ I ສືບຕໍ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ II ມີ 7 ທ່ານ, ຍິງ 5 ທ່ານ, ລວມທັງໝົດ ສະມາຊິກສະພາປະຊາຊົນແຂວງມີ 30 ທ່ານ, ຍິງ 9 ທ່ານ.

ກອງປະຊຸມຄັ້ງປະຖົມມະລືກ ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ຈະໄດ້ດຳເນີນເປັນເວລາ 2 ວັນເຕັມ ແຕ່ວັນທີ 7-8 ເມສາ ໂດຍຍັງຈະໄດ້ສຸມໃສ່ຄົ້ນຄວ້າ, ພິຈາລະນາຮັບຮອງເອົາບັນຫາສໍາຄັນຂອງແຂວງ, ເລືອກຕັ້ງປະທານ, ຮອງປະທານ ແລະ ກຳມະການຄະນະປະຈຳສະພາປະຊາຊົນແຂວງ, ພິຈາລະນາ, ຮັບຮອງເອົາການແຕ່ງຕັ້ງປະທານ, ຮອງປະທານຄະນະກຳມະການ ແລະ ເລຂາທິການສະພາປະຊາຊົນແຂວງ, ເລືອກຕັ້ງເອົາຫົວໜ້າອົງການໄອຍະການປະຊາຊົນແຂວງ ແລະ ປະທານສານປະຊາຊົນແຂວງ, ພິຈາລະນາ, ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຂອງແຂວງ ປະຈຳ 5 ປີ (2021-2025), ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈໍາ 5 ປີ (2016-2020) ແລະ ທິດທາງແຜນການ 5 ປີ (2021-2025) ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ, ພິຈາລະນາ, ຮັບຮອງເອົາບົດລາຍງານແຜນ 5 ປີ (2021-2025) ຂອງສະພາປະຊາຊົນແຂວງ, ພິຈາລະນາ, ຮັບຮອງເອົາແຜນການສ້າງ ແລະ ປັບປຸງນິຕິກຳຂອງແຂວງ 5 ປີ 2021-2025 ແລະ ພິຈາລະນາ, ຮັບຮອງເອົາການຍົກຍ້າຍ, ແຕ່ງຕັ້ງບຸກຄະລາກອນ ຕາມການສະເໜີຂອງອົງການປົກຄອງແຂວງ.

About admins16