ກອງປະຊຸມຄະນະ – ອະນຸກຳມະການປຸກລະດົມ ຂົນຂວາຍຜູ້ບໍລິຈາກເລືອດ ຄັ້ງທີ II

ໃນວັນທີ 30 ພະຈິກ 2022 ທີ່ຫ້ອງປະຊຸມກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຝືກອົບຮົມ ແລະ ປຶກສາຫາລື ຂອງຄະນະອະນຸກຳມະການປຸກລະດົມຂົນຂວາຍຜູ້ບໍລິຈາກເລືອດ ຄັ້ງທີ II, ເປັນປະທານໂດຍ ທ່ານ ພັນໂທ ບຸນຮອດ ສູນດາລາ ຄະນະພັກກອງບັນຊາການ ຮອງຫ້ອງພາລາທິການ ທະຫານແຂວງ, ມີທ່ານ ນາງ ພິນທອງ ທໍາມະວົງສາ ຮອງອົງການກາແດງແຂວງ, ບັນດາຄະນະພັກ-ຄະນະບັນຊາກອງພັນ, ກອງຮ້ອຍ, ອົງການທະຫານເມືອງ ແລະ ບັນດາພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານພັນໂທ ໜໍ່ແກ້ວ ສີຊົມຊື່ນ ຫົວໜ້າພະແນກເສນາຮັກ ທະຫານແຂວງ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານລະດົມບໍລິຈາກເລຶອດ ຂອງກອງບັນຊາການທະຫານແຂວງ ເຊີ່ງໃນປີ 2022 ແມ່ນໄດ້ລົງເຄື່ອນໄຫວຮ່ວມກັບອົງການກາແດງແຂວງ ລົງຮັບບໍລິຈາກເລືອດໄດ້ 27 ກົມກອງ, ມີຜູ້ສະໝັກໃຈບໍລິຈາກເລືອດໄດ້ທັງໝົດ 635 ຖົງ, ກອງປະຊຸມຍັງໄດ້ຮັບຟັງການສະເໜີສະພາບລວມການຈັດຫາເລືອດຢູ່ແຂວງບໍລິຄຳໄຊ ແຕ່ເດືອນ 01 – 11 ປີ 2022 ເຊີ່ງຜ່ານມາອົງການກາແດງໄດ້ເຄື່ອນໄຫວອອກຮັບບໍລິຈາກເລືອດ 141 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 13,983 ເທື່ອຄົນ, ຍິງ 5719 ເທຶ່ອຄົນ, ມີຜູ້ສະໝັກໃຈບໍລິຈາກເລືອດທັງໝົດ 2376 ເທື່ອຄົນ, ຍິງ 701 ເທຶ່ອຄົນ, ໄດ້ຮັບເລືອດທັງໝົດ 2,182 ຖົງ, ຮັບບໍລິຈາກແບບສະໝັກໃຈ 2,369 ຖົງ ແລະ ແບບພີ່ນ້ອງ 95 ຖົງ.

ຕອນທ້າຍ ທ່ານ ພັນໂທ ບຸນຮອດ ສູນດາລາ ຍັງໄດ້ເນັ້ນໜັກໃຫ້ບັນດາຄະນະພັກ-ຄະນະບັນຊາ ແລະ ບັນດາພະນັກງານທີ່ກ່ຽວຂ້ອງ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ປຸກລະດົມຂົນຂວາຍ, ໃກ້ຊິດຕິດແທດ, ເຂົ້າເຖິງທຸກຈຸດເປົ້າໝາຍ ທີ່ຈະຮັບບໍລິາກເລືອດ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເຮັດໃຫ້ການບໍລິຈາກເລືອດກາຍເປັນຂອງທົ່ວສັງຄົມ ໂດຍທຸກຄົນມີສ່ວນຮ່ວມ ໂດຍບໍ່ຫວັງສິ່ງຕອບແທນ ນັບມື້ເພີ່ມຂື້ນໄປເລື້ອຍໆ.

About admins14