ກອງປະຊຸມຄະນະພັກຮາກຖານ ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງ ຄັ້ງທີ່ Vllສະໄໝທີ່ I

ກອງປະຊຸມຄະນະພັກຮາກຖານ ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ຄັ້ງທີ Vll ສະໄໝທີ່ I ໄດ້ເປີດຂື້ນຢ່າງເປັນທາງການໃນຕອນເຊົ້າວັນທີ 05 ຕຸລາ 2022 ທີ່ຫ້ອງປະຊຸມກອງພັນປ້ອງກັນເຄື່ອນທີ່, ເປັນກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພັນເອກ ຄໍາແພງ ນໍາພາວັນ ຄະນະບໍລິຫານງານພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.

ກອງປະຊຸມ ໄດ້ຜ່ານຮ່າງບົດສະຫຼຸບການຊີ້ນໍາ – ນໍາພາໃນໄລຍະ 03 ເດືອນຜ່ານມາ ແລະ ທິດທາງແຜນການ ໃນຕໍ່ໜ້າ ເຊີ່ງຍົກໃຫ້ເຫັນຜົນງານໃນການຊີ້ນໍາ – ນໍາພາ ຕາມຫຼັກການ 05 ເນື້ອໃນ, ຜ່ານມາ ຄະນະພັກ, ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງແນວຄິດເປັນບັນຫາຕົ້ນຕໍສໍາຄັນ, ໂດຍໄດ້ນໍາເອົາມະຕິ, ຄໍາສັ່ງຂອງຂັ້ນເທີງມາເຜີຍແຜ່, ຮ່ວມດໍາເນີນຊີວິດພັກເປັນປົກກະຕິ ສາມາດເຮັດໃຫ້ສະມາຊິກພັກ ແລະ ນາຍຕໍາຫຼວດພາຍໃນຄວາມຮັບຜິດຊອບ, ມີຄວາມເຊື້ອໝັ້ນຕໍ່ການນໍາພາຂອງພັກ – ລັດ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ປະຕິບັດລະບຽບຂອງກໍາລັງຢ່າງເຂັ້ມງວດ, ເອົາໃຈໃສ່ເຮັດວຽກງານວິຊາສະເພາະສໍາເລັດ ຕາມການຈັດຕັ້ງຂັ້ນເທີງມອບໝາຍໃຫ້.

ດ້ານວຽກງານກໍ່ສ້າງ ແລະ ຂະຫຍາຍພັກແມ່ນໄດ້ຂະຫຍາຍມະຫາຊົນກ້າວໜ້າເຂົ້າຮຽນສະໜັບສະໜູນ 01 ສະຫາຍ, ສະເໜີຮຽນລະບຽບພັກ 05 ສະຫາຍ, ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ 05 ສະຫາຍ, ດ້ານວຽກງານນະໂຍບາຍແມ່ນໄດ້ຄົ້ນຄວ້າ ຊຸກຍູ້ພະນັກງານໄປຍົກລະດັບທາງດ້ານທິດສະດີ ແລະ ວິຊາສະເພາະ 04 ສະຫາຍ, ສະເໜີຍ້ອງຍໍ, ເລື່ອນຊັ້ນໃຫ້ຜູ້ທີ່ມີຜົນງານດີເດັ່ນ ຄົບຕາມມາດຖານເງື່ອນໄຂ ການເລື່ອນຊັ້ນ ຈໍານວນ 10 ສະຫາຍ, ອໍານວຍຄວາມສະດວກໃຫ້ 02 ອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວດ້ານວຽກງານຂະບວນການຢ່າງກວ້າງຂວາງ.

ນອກນັ້ນຍັງໄດ້ນໍາພາປະຕິບັດວຽກງານວິຊາສະເພາະ ຕາມສິດ, ພາລະບົດບາດ ເອົາໃຈໃສ່ເປັນເສນາທິການໃຫ້ແກ່ຂັ້ນເທີງ ປະຕິບັດວຽກງານໂດຍອີງໃສ່ 04 ຄາດໝາຍ , 04 ແຜນງານໃຫຍ່ ແລະ 41 ໂຄງການ ຂອງກະຊວງປ້ອງກັນຄວາມສະຫງົບວາງອອກ ແລະ ຈັດຕັ້ງເຄື່ອນໄຫວຕາມວາລະແຫ່ງຊາດ ເພື່ອຮັບປະກັນໃຫ້ທົ່ວແຂວງ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມໝັ້ນຄົງຢ່າງໜັກແໜ້ນ ໂດຍພື້ນຖານ, ສັງຄົມມີຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍດີ ເຊິ່ງຜົນງານດັ່ງກ່າວໄດ້ສະແດງອອກຄື: ອອກກວດກາລາດຕະເວນຕາມຈຸດທີ່ກໍານົດໄວ້ 34 ຄັ້ງ, ມີ 340 ແຮງງານ, ປະຈໍາການຄອຍເຫດ 40 ຄັ້ງ, ຂື້ນປ້ອມຍາມ ແລະ ປ້ອງກັນການນໍາ-ສໍານັກງານຕ່າງໆ 108 ມີຜົນສໍາເລັດ ແລະ ມີຄວາມສະຫງົບສຸກປອດໄພ 100%.

ໂອກາດດັ່ງກ່າວ ໄດ້ຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງສະບັບເລກທີ 295/ຄບພ, ປກສຂ ລົງວັນທີ 13 ກັນຍາ 2022 ວ່າດ້ວຍການບົ່ງຕົວແຕ່ງຕັ້ງຮອງເລຂາຄະນະພັກຮາກຖານ, ເລຂາ, ຮອງເລຂາ ແລະ ຜູ້ກວດການໜ່ວຍພັກ, ໃນນີ້ ແຕ່ງຕັ້ງ ສະຫາຍ ສົມບູນ ພີມມະສານ ເປັນຮອງເລຂາຄະນະພັກຮາກຖານ ແລະ ເປັນເລຂາໜ່ວຍພັກຫ້ອງການກອງພັນ, ສະຫາຍພັນຕີ ຄໍາຄູນ ລາດຊະວົງ ເປັນຮອງເລຂາ ແລະ ສະຫາຍ ພັນຕີ ບຸນເຫຼືອ ລຽງຄໍາມັງ ເປັນຜູ້ກວດກາ, ແຕ່ງຕັ້ງສະຫາຍຮ້ອຍໂທ ໄພສະຫວາດ ທິບມັງກອນ ເປັນຜູ້ກວດກາໜ່ວຍພັກກອງຮ້ອຍຕີພິເສດ.

About admins16