ກອງປະຊຸມກະກຽມກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທົ່ວກຸ່ມຜາທອງ


ຕອນບ່າຍວັນທີ 4 ພາຈິກ 2020 ທີ່ຫ້ອງການບ້ານໃຫຍ່ນໍ້າຢ້າງ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມກໍ່ສ້າງ – ກວດກາ ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປີ 2020 ຮອບທີ 2 ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ.


ກອງປະຊຸມ ໄດ້ຜ່ານຄໍາແນະນໍາເພີ່ມເຕີມຂອງຄະນະປະຈໍາພັກແຂວງ ເລກທີ 506/ຄປພ.ຂບຊ ລົງວັນທີ 29 ຕຸລາ 2019, ຜ່ານບົດສະຫຼຸບ ແລະ ທິດທາງແຜນການ, ຜ່ານແຜນວຽກການຈັດຕັ້ງປະຕິບັດກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2020, ພ້ອມທັງຜ່ານມະຕິຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຂັ້ນເມືອງ, ອະທິບາຍແບບຟອມການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທົ່ວກຸ່ມຜາທອງ ເພື່ອສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ດໍາເນີນໄປຕາມນິຕິກໍາຂອງກົມການເມືອງສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະປະຈຳພັກແຂວງ ແລະ ຄະນະປະຈໍາພັກເມືອງ ໂດຍຖືກຕ້ອງຕາມບາດກ້າວ ແລະ ຂັ້ນຕອນຂອງການປະເມີນ.

          ຈຸດປະສົ່ງ ກໍ່ເພື່ອໃຫ້ຄະນະຮັບຜິດຊອບແຕ່ລະໜ່ວຍພັກ ເຂົ້າໃຈກ່ຽວກັບການຕິລາຄາປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ວິທີດຳເນີນການປະເມີນໃຫ້ຖືກຕ້ອງເລິກເຊີ່ງ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ.

About admin11